ການ​ແຜ່ລະບາດ​ຂອງ COVID-19 ອາດ​ຈະ​ເຮັດ​ໃຫ້ເສດຖະກິດລາວ ທົດ​ຖອຍໃນ​ປີ 2020

ເສດຖະກິດຂອງ ສປປ ລາວ ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ປະ​ເຊີນ​ກັບ​ການ​ທົດ​ຖອຍ​ຈາກການ​ຄາດ​ຄະ​ເນການ​ຂະຫຍາຍຕົວ 6.4% ມາ​ເປັນ 6% ໃນປີນີ້ ​ເນຶ່ອງຈາກອິດທິພົນການ​ແຜ່​ລະບາດ​ຂອງ​ໄວ​ຣັດໂຄ​ວິດ-19 (COVID-19) ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​.

ສປປ ລາວ ກໍ່​ເປັນ​ປະ​ເທດ​ໜຶ່ງທີ່​ກຳລັງໄດ້​ຮັບ​ໄພ​ຄົ່ມຂູ່ຢ່າງ​ຫຼວງ​ຫຼາຍຈາກ​ພະຍາດດັ່ງກ່າວ ​ແລະ ລັດຖະບານ​ກຳລັງ​ດຳ​ເນີນ​ມາດ​ຕະການຕ່າງໆ ​ເພື່ອ​ປ້ອງ​ກັນ ​ແລະ ຕອບ​ໂຕ.

ທ່ານ ປ.ອ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ ຫົວໜ້າ ສະ​ຖາ​ບັນຄົ້ນ​ຄວ້າເສດຖະກິດ​ ​ແຫ່ງ​ຊາດ ໄດ້​​ໃຫ້​ສຳພາດ​ຕໍ່​ໜັງສືພິມ​ວຽງ​ຈັນທາ​ຍ ​ໃນ​ວັນ​ຈັນທີ່ຜ່ານມາ​ວ່າ: ​​ເຖິງ​ແມ່ນ​ວ່າ ປະ​ເທດ​​ເຮົາ​ຍັງ​ບໍ່ທັນພົບພະຍາດ​ນີ້​ກໍ່ຕາມ ​ແຕ່​ໄວຣັດດັ່ງ​ກ່າວໄດ້​ສົ່ງຜົນ​ກະທົບ​ຕໍ່​ເສດຖະກິດ​ໄປແລ້ວ​ຢ່າງ​ຫຼວງຫຼາຍ.

ຂະ​ແໜງທຳ​ອິດ​ທີ່​ຖືກ​ກະທົບ​ຫຼາຍທີ່​ສຸດ​ ແມ່ນ ການທ່ອງທ່ຽວ, ​ການ​ລົງທຶນ ​ແລະ ການ​ຄ້າ. ພະຍາດ​ດັ່ງກ່າວ ກຳລັງ​ກົດໜ່ວງການ​ຂະ​ຫຍາ​ຍຕົວຂອງ​ຂະ​ແໜງການ​ສຳຄັນ​ເຫຼົ່າ​ນີ້, ເຊິ່ງເປັນ​ໄມ້​ງັດອັນສໍາຄັນທາງ​ດ້ານເສດຖະກິດ. ​​

ທ່ານ ລີ​ເບີ ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ຈຳນວນນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ເຊັ່ນ​ວ່າ: ຈີນ ​ແລະ ​ເກົາຫຼີ​​ໃຕ້ ໄດ້​ຍົກ​ເລີກ​ແຜນການ​​ເດີນທາງມາ​ທ່ຽວ​ ສປປ ລາວ,​ ບັນຍາກາດ​ແຫຼ່ງທ່ອງ​ທ່ຽວ​ຕ່າ​ງໆ ກໍ່​ງຽບ​ເຫງົາ ​ເພາະຈຳນວນ​ນັກ​ທ່ອງ​ທ່ຽວ​ໄດ້ຫຼຸດ​ລົງ.

ສະພາບ​ການ​ຂອງການ​​ແຜ່​ລະບາດ​ຂອງ​ໄວຣັດ ​ໂຄ​ວິດ-19 ບໍ່​ໄດ້​ສົ່ງ​ຜົນ​ກະທົບພຽງ​ແຕ່ ປະເທດຈີນ ​ທີ່ເປັນ​ປະ​ເທດທຳອິດ​ມີ​ການກວດ​ພົບ​ພະຍາດ​ດັ່ງກ່າວ ​ຢູ່​ເມືອງ​ອູ​ຮັນ, ​ແຕ່​ພະຍາດ​ດັ່ງກ່າວຍັງ​ສືບ​ຕໍ່​ແຜ່​ລະບາດ​ໄປ​ຢ່າງ​ກ້ວາງ​ຂວາ​ງ​ໃນ​ຫຼາຍ​ປະ​ເທດຢູ່ໃນໂລກ.

ລາຍ​ໄດ້​ຈາກ​ການທ່ອງທ່ຽວ​, ​ເຊິ່ງ​ເປັນ​​ແຫຼ່ງລາຍ​ຮັບ​ສຳຄັນ ຂອງ ສປປ ລາວ ໄດ້​ຫຼຸດ​ລົງຢ່າ​ງຊັດ​ເຈນ ​ເນື່ອງຈາກ​ວ່າ ບັນດາທຸລະ​ກິດ​ຂົນ​ສົ່ງ​ຜູ້​ໂດຍ​ສານຈາກ​ພາຍ​ໃນ​ ແລະ​ ຕ່າງປະ​ເທດ​​ຈໍານວນໜຶ່ງໄດ້​ໂຈະ​ການ​ບໍລິການ.

ທ່ານ ລີ​ເບີ ຍັງ​ໄດ້​ອະທິບາຍ​ໃຫ້​ເຫັນ​ເຖິງຜົນ​ກະທົບ​ຂອງ​ໄວ​ຣັດນີ້ ຕໍ່​ຂະ​ແໜງການ​ລົງທຶນ ​ແລະ ການ​ຄ້າ​ວ່າ: ນັກ​ລົງທຶນ ​ກໍ່​ໄດ້ໂຈະ​​​ແຜນການ​ເດີນທາງ​ເຂົ້າ​ມາປະ​ເທດ​ລາວ ​ສະ​ນັ້ນ ການ​ດຳ​ເນີນ​ໂຄງການ​ ກໍ່​ຕ້ອງ​ໄດ້​ເລື​່ອນ​ໄປ​ຕາມໆກັນ.

​ໄວຣັດ COVID-19 ສ້າງ​ຄວາມ​ຍຸ້ງ​ຍາກບໍ່​ສະ​ເພາະ​ໃຫ້​ແກ່​ຄົນ​​ເທົ່າ​ນັ້ນ ​ແຕ່ການ​ຈໍລະ​ຈອນ​ສິນຄ້າ ​ເຂົ້າ-ອອກ ປະ​ເທດ ກໍ່​ພົບຄວາມ​ຫຍຸ້ງ​ຍາກ​ເຊັ່ນ​ກັນ.

ການ​ຂະຫຍາຍ​ຕົວ​ຂອງ​ເສດຖະກິດ ​ແມ່ນພົວພັນກັບການ​ບໍລິການ, ການລົງທຶນ ​ແລະ ການ​ຄ້າ. ຖ້າ​ປັດ​ໄຈ​ເຫຼົ່າ​ນີ້​ຖືກ​ກະທົບການ​ຂະຫຍາຍ​ຕົວ​ຂອງ​ເສດຖະກິດ​ກໍ່​ຈະ​ຊັກຊ້າ​ລົງ​ ໃນ​ປີ 2020, ອີງ​ຕາມ​ການ​ຄາດ​ຄະ​ເນຂອງ​ນັກ​ຄົ້ນ​ຄ້ວາຈາກສະຖາບັນ​.

ທ່ານ ລີ​ເບີ ​​ເວົ້າ​ວ່າ: ປີ 2020 ລັດຖະບານ​ໄດ້​ວາງ​ແຜນການ​ຂະຫຍາຍຕົວ​ຂອງ​ເສດຖະກິດ 6,7% ​ເພີ່ມ​ຂຶ້ນປະມານ 0,3% ທຽບ​ໃສ່​ປີຜ່ານມາ​ ​ແຕ່​ປີ​ນີ້ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບໍ່​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້. ປີ 2020 ​ເປັນປີ​ທີ່​ມີ​ຄວາມ​ທ້າທາຍ​ໃຫຍ່ກວ່າປີຜ່ານມາ.

ທ່ານ ລີ​ເບີ ຄາດ​ຄະ​ເນ​ວ່າ ການ​ຫຼຸ​ດລົງ​ຂອງ​ເສດຖະກິດ​ໃນປີນີ້ ອາດ​ຈະ​ຕ່ຳ​ທີ່​ສຸດ​ໃນ​ຮອບ 5 ​ປີ, ຖ້າພະຍາດ​ດັ່ງ​ກ່າວຫາກ​ສືບ​ຕໍ່​ລະບາດ​ແກ່ຍາ​ວ​ໄປ​ດົນ​ເທົ່າ​ໃດ ຍິ່ງ​ສົ່ງ​ຜົນກະທົບໜັກ​ເທົ່າ​ນັ້ນ.

ສະນັ້ນ, ສິ່ງຈະ​ຕ້ອງ​ເອົາ​​ໃຈ​ໃສ່ທີ່​ສຸດ​ແມ່ນ​ການ​ຕິດຕາມ ​ແລະ ປ້ອງ​ກັນ​ການ​ແຜ່​ລະບາດ ບໍ່​​ໃຫ້​ພະຍາດ​ດັ່ງກ່າວ​ເກີດ​ຂຶ້ນ ຢູ່​ໃນ ສປປ ລາວ. ພວກ​ເຮົາ​ຕ້ອງ​ປ້ອງ​ກັນ​ຊິວິດ​ຂອງຄົນ ​ເປັນ​ບູລິ​ມະ​ສິດອັນດັບໝຶ່ງ ​ແລະ ຕ້ອງ​ຍອມຮັບ​ການ​ທົດ​ຖອຍ​ຂອງ​ເສດຖະກິດ ທ່ານ​ ລີ​ເບີ ​ກ່າວໃນ​ຕອນ​ທ້າຍ​ຂອງ​ການ​ສຳພາດ.

ຂ່າວ: ມະນີ​ຈັນ

ທີ່ມາ: ໜັງສືພິມ ວຽງຈັນທາຍ

Comments