ງານບຸນດອກງິ້້ວບານຄັ້ງທີ 20 ຢູ່ທີ່ ດອນຊາວເຂດເສດຖະກິດພິເສດ ສາມຫຼຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2020 ນີ້ ຊຶ່ງງານບຸນດັ່ງກ່າວມີຈຸດປະສົງຫຼັກ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມ ຂອງປະຊາຊົນບັນດາເຜົ່າຢູ່ ເມືອງຕົ້ນເຜີ້ງ ທີ່ໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍ ທັງເປັນໜຶ່ງໃນຫຼາຍກິດຈະກໍາສົ່ງເສີມການທ່ອງທ່ຽວ ຂອງແຂວງບໍ່ແກ້ວ.
ງານບຸນດອກງິ້ວບານຄັ້ງນີ້ ຈະມີກິດຈະກໍາທີ່ຫຼາກຫຼາຍ ແລະ ມີຫຼາຍກວ່າທຸກໆຄັ້ງທີ່ຜ່ານມາ ຊຶ່ງຈະມີການວາງສະແດງສິນຄ້າລາວ-ໄທ ຫຼື ເປີດຕະຫຼາດນັດຕັ້ງແຕ່ວັນທີ 10 ກຸມພາເປັນຕົ້ນໄປ ສ່ວນພິທີທາງການຂອງງານບຸນດັ່ງກ່າວແມ່ນຈະເລີ່ມແຕ່ວັນທີ 14-16 ກຸມພາ, ພາຍໃນງານປະກອບມີ:
- ການປະກວດນາງສາວດອກງິ້ວບານ,
- ການເດີນແບບສະແດງຊຸດຊົນເຜົ່າທີ່ມີ 13 ຊົນເຜົ່າດໍາລົງຊີວິດຢູ່ເມືອງຕົ້ນເຜີ້ງ
- ການສະແດງສິລະປະວັນນະຄະດີຂອງລາວ- ຈີນ- ໄທ ແລະ ມຽນມາ
- ການແຂ່ງຂັນຕີມວຍມິດຕະພາບລາວ-ໄທ ຈະໄດ້ຈັດຂືິ້ນໃນຕອນຄໍ່າຂອງວັນທີ 14 ກຸມພາ
- ສຳມະນາການລົງທຶນດ້ານການທ່ອງທ່ຽວ ແລະ ການລົງທຶນດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ,
- ການແຂ່ງຂັນດຶງເຊືອກແຕ່ລະຫວ່າງບ້ານ ແລະ ຫົວໜ່ວຍທຸລະກິດຕ່າງໆ.
- ການຈູດບັ້ງໄຟດອກ, ປ່ອຍໂຄມໄຟ ແລະ ກິດຈະກຳອື່ນໆ.
ນອກຈາກ, ເທສະການດອກງິ້ວບານແລ້ວ ໃນແຂວງບໍ່ແກ້ວ ຍັງມີສະຖານທີ່ທ່ອງທ່ຽວຫຼາກຫຼາຍບ່ອນບໍ່ວ່າຈະເປັນທາງທຳມະຊາດ ແລະ ທາງປູສະນີຍາສະຖານ ຫຼາຍແຫ່ງທີ່ຖ້າໄປບໍ່ແກ້ວແລ້ວຕ້ອງໄປທ່ຽວໃຫ້ໄດ້ ພ້ອມນີ້ຍັງມີອາຫານທີ່ເປັນເອກະລັກຂອງແຂວງຫຼາຍຢ່າງພ້ອມເຊັ່ນ: ເຂົ້າຊອຍນໍ້າເກິ່ງ, ເຂົ້າຝືນ, ເຂົ້າປຸນຫົວໂລ່ງ….
ວັດຈອມເຂົາມະນີຣັດ
ກິນນອນ ບ້ານຕູບ ບ້ານຕົ້ນໄມ້
ຢາກໃຫ້ໄປລອງຜະຈົນໄພແບບນີ້ຈັກຄັ້ງ ຈະໄດ້ຮູ້ວ່າຄຸ້ມຄ່າຊໍ່າໃດ
ອ່ານຣີວິວ ບ້ານຕົ້ນໄມ້ໄດ້ ໃນເພຈເຮົາ https://www.facebook.com/pg/Allaboutbokeo/photos/
ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ຜາພຣະ ປາກງາວ ສະຖານທີ່ສັກສິດ ເປັນທີ່ສັກກະລະບູຊາ ຂອງປະຊາຊົນ ທີ່ຜ່ານໄປ-ມາໄດ້ແວ່ນົບໄຫວ້ຂໍພອນ ຕັ້ງຢູ່ແຄມຂອງບ້ານປາກງາວ ຫ່າງຈາກເມືອງຫ້ວຍຊາຍ 20ກວ່ານາທີ
ບໍ່ນໍ້າຮ້ອນປຸ່ງເລາະ ເມືອງເມິງ
ເຂົ້າໜົມກຸບກອບ ແຊບໆ ໄຕລື້
ເຂົ້າຊອຍນໍ້າເກິ່ງ ແລະ ເຊົ້າຝືນ
ຂໍ້ມູນດີໆ ການທ່ອງທ່ຽວແຂວງບໍ່ແກ້ວ ຈາກເພສ All About Bokeo – ຄົນບໍ່ແກ້ວ
https://www.facebook.com/Allaboutbokeo/