ວັນທີ 21-22 ທັນວາ 2019 ທີ່ຜ່ານມາ, ຈາກົວ ລາວ ໄດ້ຈັດງານ ທົດລອງຂັບລົດແບບຄວາມໄວ ຢູ່ທີ່ລາວ-ໄອເຕັກ ງານ The Art of Performance Tour ຖືວ່າເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກບໍ່ຄືໃຜ ເປັນໂອກາດທີ່ດີທີ່ສຳລັບລູກຄ້າທີ່ຈະໄດ້ສຳຜັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດຍີ່ຫໍ້ ຈາກົວ ໂດຍມີຜູ້ຊ່ຽວຊານຕ່າາງປະເທດທີ່ມີປະສົບການດ້ານການຂັບຂີ່ ມາແນະນຳໃນການຂັບຂີ່ລົດທ້າທາຍທີ່ສຸດທີ່ເຄີຍມີມາ ຢ່າງໝັ້ນໃຈ.
ເຊິ່ງມີ 2 ກິດຈະກຳທີ່ໃຫ້ລູກຄ້າໄດ້ທົດລອງຂັບຄື Smart Cones ແລະ Dynamics, ສຳລັບການຂັບແບບ Smart cones ນ ຈາກົວ ເປັນຍີ່ຫໍ້ດຽວທີ່ມີການຂັບຂີ່ແບບນີ້.
ລົດທີ່ໄດ້ນຳມາໃຫ້ລູກຄ້າ ທົດລອງຂັບໃນງານ 2 ມື້ນັ້ນແມ່ນມີ 3 ລຸ້ນ ຄື: Jaguar XE, E-Pace ແລະ F-Pace
ບໍ່ພຽງແຕ່ເທົ່ານັ້ນ ການທົດລອງຂັບລົດຄັ້ງນີ້ ລູກຄ້າທ່ານໃດທີ່ເຮັດຄະແນນໄດ້ດີທີ່ສຸດຈະໄດ້ເປັນຜູ້ຊະນະທີ່ຈະໄດ້ໄປຮ່ວມກິດຈະກຳສຸດພິເສດກັບ ຈາກົວ ໃນງານ Jaguar Formula E ທີ່ ລອນດອນ ປະເທດອັງກິດ ເຊິ່ງຈະຈັດຂຶ້ນໃນເດືອນ ກໍລະກົດ ປີ 2020.