ຮອດມື້ນີ້, ທັບນັກກິລາລາວ ໄດ້ຫຼຽນທອງມາໄດ້ທັງໝົດ 6 ຫຼຽນແລ້ວ ໂດຍໄດ້ມາຕື່ມອີກ ໃນມື້ວານນີ້ທີ 3 ທັນວາ 3 ຫຼຽນທອງ ຈາກກິລາວູຊູ ແລະ ເຮັດໃຫ້ ປະເທດລາວຢູ່ໃນອັນດັບທີ 10 ຂອງຕາຕະລາງຫຼຽນລາງວັນໃນ ງານມະຫາກຳກິລາ ຊີເກມຄັ້ງທີ 30 ທີ່ເມືອງຊູບິກ ປະເທດຟີລິບປິນ ຢ່າງເປັນທາງການ.
1. ນາງ ລາຕີ ແກ້ວບຸນທັນ ຮຸ່ນນ້ຳໜັກ 49 ກິໂລກຣາມ
2. ທ. ຄາວີ ພົມມະຂັນທອງ ຮຸ່ນນ້ຳ ໜັກ 52 ກິໂລກຣາມ
3. ໜູຄິດ ລາດຊະເພົາ ຮຸ່ນນ້ຳໜັກ 60 ກິໂລກຣາມ.
ສຳລັບ, 1 ຫຼຽນທອງ ຫຼຽນທຳອິດ ຂອງລາວເຮົາ ແມ່ນໄດ້ມາຈາກກິລາ ປັນຈັກສີລັດ ປະເພດຄູ່ຊາຍ Guda ລົງແຂ່ງໃນວັນທີ 2 ທັນວາທີ່ຜ່ານມາ ແລະ ອີກ 2 ຫຼຽນທອງແມ່ນໄດ້ຈາກ ທີມກະຕໍ້ລອດບ້ວງລາວເຮົາ ກໍເຮັດໄດ້ດີທີ່ສຸດ ໃນການແຂ່ງຂັນທີ່ສະໜາມກະຕໍ້ ສາມາດຍາດມາໄດ້ 2 ຫຼຽນທອງ ທັງຍິງ ແລະຊາຍ ໃນວັນທີ 1 ທັນວາ ຜ່ານມາ.
ສຳລັບມື້ນີ້ ວັນທີ 4 ທັນວາ ທັບກິລາລາວຍັງມີລຸ້ນຍາດຫຼຽນໃນກິລາເປຕັງ ທັງທີມຍິງ ແລະ ຊາຍ ຜ່ານເຂົ້າຮອບຮອງຊະນະເລີດໄດ້ໝົດແລ້ວ ໝາຍຄວາມວ່າ ມີຫຼຽນທອງ ຄ້ອງຄໍແລ້ວ ລໍຖ້າແຕ່ຊີງເອົາຫຼຽນເງິນ ແລະ ຫຼຽນຄຳ ເທົ່ານັ້ນ. ນອກນີ້, ຍັງມີກິລາມວຍລາວ, ມວຍສາກົນ, ປັນຈັກສີລັດ ແລະ ກະຕໍ້ ທີ່ຈະລົງແຂ່ງຂັນອີກ.
(ຄົນຂ້າງສະໜາມລາຍງານຈາກຟີລິບປິນ)
ທີ່ມາ: ເກາະຕິດ saegames30