ຊີວອນ ວົງຊູບເປີ ຈູເນຍ ຖືກແຕ່ງຕັ້ງເປັນທູດສັນຕະວະໄມຕີຄົນໃໝ່ ຈາກອົງການອຸຍນີເຊັບ

ທ່ານ ຊີວອນ ຈອຍ (Siwon Choi) ຈາກ ວົງຊູບເປີ ຈູເນຍ ດາລາຊື່ດັງ ຈາກປະ ເທດ ສ.ເກົາຫລີ ໄດ້ຖືກແຕ່ງຕັ້ງເປັນ ທູດສັນຕະວະໄມຕີຄົນໃໝ່ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງອົງການກອງທຶນເພື່ອເດັກ ແຫ່ງ ສະຫະປະຊາຊາດ (ອຸຍນີເຊັບ) ໃນງານສະ ເຫຼີມສະຫຼອງຄົບຮອບ 30 ປີ ຂອງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ, ເຊິ່ງຈັດຂຶ້ນໃນວັນທີ 11 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ທ່ານ ນາງ ຄາຣິນ ຮູນຊັອບ ຜູ້ອຳນວຍການໃຫຍ່ອົງການຢູນີເຊັບ ປະຈຳພາກພື້ນອາຊີຕາ ເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຍິນດີ ແຈ້ງວ່າ ທ່ານ ຊີວອນ ຈອຍ ຖືກແຕ່ງຕັ້ງເປັນເປັນທູດສັນຕະວະໄມຕີ ປະຈຳພາກພື້ນຄົນໃໝ່ຂອງເຮົາ. ຕະຫຼອດ 4 ປີທີ່ຜ່ານມາ ທ່ານ ຊີວອນ ຈອຍ ໄດ້ເອົາໃຈໃສ່ບັນຫາທີ່ກ່ຽວກັບເດັກ ໂດຍຜ່ານບົດບາດຂອງເພິ່ນທີ່ເປັນ ຜູ້ຕາງໜ້າພິເສດສຳລັບ ອົງການຢູນີເຊັບ ໃນສ. ເກົາຫລີ. ໃນບົດບາດດັ່ງກ່າວ, ທ່ານ ຊີວອນ ຊອຍ ໄດ້ເດີນທາງໄປທົ່ວພາກພື້ນ ໂດຍຄັ້ງລ່າສຸດແມ່ນ ທີ່ ປະເທດຫວຽດນາມ ທີ່ເພິ່ນໄດ້ໃຫ້ການສະໜັບສະໜຸນໂຄງການ ໃຊ້ຄວາມຮຸນແຮງ ເພື່ອສ້າງຄວາມຮັບຮູ້ ແລະ ການມີສ່ວນຮ່ວມໃຫ້ໄວໜຸ່ມໃນການຊອກຫາວິທີການ ເພື່ອຢຸດຕິບັນຫາກ່ຽວກັບຜົນຮ້າຍ ຂອງການໃຊ້ຄວາມຮຸນແຮງຢູ່ໃນສັງຄົມ.

ທ່ານ ຊີວອນ ມີຄວາມມຸ່ງໝັ້ນອັນແຮງກ້າຕໍ່ເດັກນ້ອຍ, ຕ້ອງການການປົກປ້ອງຈາກຄວາມຮຸນແຮງ, ການກົດຂີ່ ແລະ ການເອົາປຽບ, ລາວເປັນຕົວແທນທີ່ເໝາະສົມທີ່ສຸດ ໃນການໂຄສະນາບັນຫາທີ່ສົ່ງຜົນກະທົບຕໍ່ເດັກນ້ອຍໃນພາກພື້ນນີ້. ຄວາມຫມຸ້ງຫມັ້ນຢ່າງອັນແນ່ນອນຂອງລາວ ຕໍ່ເດັກ ແລະ ຊື່ສຽງຂອງລາວ ຈະຊ່ວຍໃຫ້ອົງການຢູນີເຊັບ ສົ່ງຂໍ້ຄວາມອັນມີພະລັງ ທີ່ຈະເຂົ້າເຖິງຫົວໃຈ ແລະ ຄວາມຄິດຂອງຜູ້ຄົນທົ່ວໂລກ. ທ່ານ ຊີວອນ ຊອຍ ທູດປະຈຳພາກພື້ນຂອງອົງການຢູນີເຊັບ ໄດ້ກ່າວວ່າ: ຂ້າພະເຈົ້າມີອາຍຸພຽງ 2 ປີ ເມື່ອສົນທິສັນຍາໄດ້ຖືກຮັບການຮັບຮອງ, ຂ້າພະເຈົ້າມີຄວາມພູມໃຈ ທີ່ໄດ້ຮັບການແຕ່ງຕັ້ງເປັນໜຶ່ງໃນທູດປະຈຳພາກພື້ນຄົນໃໝ່ ຂອງອົງການຢູນີເຊັບ ໃນວາລະຄົບຮອບ 30 ປີ. ຂ້າພະເຈົ້າໂຊກດີທີ່ໄດ້ເຫັນບົດບາດຂອງອົງການຢູນີເຊັບ ແລະ ຜົນກະທົບທີ່ໄດ້ມີຕໍ່ຊີວິດຂອງເດັກນ້ອຍ ແລະ ຂ້າພະເຈົ້າຫວັງຢ່າງຍິ່ງ ທີ່ຈະໄດ້ສືບຕໍ່ເຮັດວຽກງານກັບອົງການຢູນີເຊັບ. ໂດຍເນັ້ນໃສ່ການສົ່ງເສີມ ແລະ ປົກປ້ອງສິດທິເດັກໃນລະບົບອອນລາຍ ໃນພາກພື້ນເປັນພິເສດ, ທ່ານ ຊີວອນ ຊອຍ ໄດ້ຮ່ວມກັບ ທ່ານ ນາງ ແອັກເນສ ແຈນ (Ms. Agnes Chan) ທີ່ເປັນສ່ວນໜຶ່ງຂອງ ທີມທູດປະ¬ຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ.

ທູດປະຈຳພາກພື້ນແມ່ນບັນດາບຸກຄົນທີ່ໂດດເດັ່ນຈາກຂະແໜງ ສິນລະປະ, ວິທະຍາສາດ, ວັນນະກຳ, ການບັນເທີງ, ກິລາ ແລະ ອື່ນໆ ຈາກພາກສາທາລະນະ ທີ່ໄດ້ສະແດງຄວາມຕ້ອງການທີ່ຈະປະກອບສ່ວນ ເຂົ້າໃນການເພີ່ມຄວາມຮັບຮູ້ກ່ຽວກັບເປົ້າໝາຍ, ວັດຖຸປະສົງ ແລະ ບູລິມະສິດຂອງອົງການອຸຍນີເຊັບ ເພື່ອສື່ສານຂໍ້ຄວາມກ່ຽວກັບກິດຈະກຳ ແລະ ຂະ ຫຍາຍຂອບເຂດການເຂົ້າເຖິງສູ່ສາທາລະນະ, ໂດຍເປັນສ່ວນໜຶ່ງຂອງກອງປະຊຸມ ແລະ ການຮັບບົດ ບາດທຳອິດຂອງລາວໃນຖານະ ທູດປະຈຳພາກພື້ນ, ທ່ານ ຊີວອນ ຈອຍ ຈະໄດ້ເຂົ້າຮ່ວມໃນການສົນທະນາປຶກສາຫາລື ຖາມຕອບ ຂອງຄະນະໄວໜຸ່ມ (Youth Talk Panel Discussion) ຮ່ວມກັບກຸ່ມໄວໜຸ່ມທີ່ໄດ້ເຮັດສິ່ງມະຫັດສະຈັນຫລາຍຢ່າງ ເພື່ອຄວາມກ້າວໜ້າຂອງສິດທິເດັກ. ລາວຈະໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນຢ່າງຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ເຂົາເຈົ້າໄດ້ພັດທະນາໂຕເອງ ໃນປັດຈຸບັນ ແລະ ປີ 2030, ເພື່ອເປົ້າໝາຍການພັດທະນາແບບຍືນຍົງຮອດກຳນົດທີ່ຈະຕ້ອງບັນລຸ. ໃນຂະນະທີ່ເພິ່ນເຮັດວຽກຢູ່ ສປປ ລາວ ເພິ່ນຍັງຈະໄດ້ລົງຢ້ຽມຢາມໂຮງຮຽນ ແລະ ນັກຈັດລາຍການວິທະຍຸ ທີ່ນຳໂດຍໄວໜຸ່ມອີກດ້ວຍ.

 

Comments