ພະຍາດຫຼອດເລືອດຫົວໃຈຕີບ ເປັນພະຍາດທີ່ອັນຕະລາຍຫຼາຍສຳລັບໄວກາງຄົນ ໄປຈົນເຖິງຜູ້ສູງອາຍຸ ເພາະຫຼາຍທ່ານອາດຈະບໍ່ຮູ້ວ່າຕົວເອງເປັນພະຍາດນີ້ ຈົນຮ່າງກາຍໃຫ້ສັນຍານເຕືອນ ແລະ ຢູ່ໃນພາວະສ່ຽງຕໍ່ການເສຍຊີວິດ ແລະ ການຮັກສາກໍບໍ່ໄດ້ງ່າຍດັ່ງທີ່ຄິດ ດັ່ງນັ້ນການປະຕິບັດຕົນເອງເພື່ອຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫຼອດເລືອດຫົວໃຈຕີບ ໂດຍການເພີ່ມພະລັງໃຫ້ຊີວິດ (Power your life) ເພື່ອສຸຂະພາບຫົວໃຈທີ່ດີ ເຊິ່ງມີຢູ່ 3 ຫຼັກການດັ່ງຕໍ່ໄປນີ້:
- ເພີ່ມພະລັງໃຫ້ຫົວໃຈ (Fuel your heart)
ເພິ່ມພະລັງໃຫ້ຫົວໃຈໄດ້ງ່າຍໆ ໂດຍການຫຼຸດການບໍລິໂພກອາຫານແຊ່ແຂງ ແລະ ອາຫານແປຮູບ ເຊິ່ງມີເກືອ, ນໍ້າຕານ ແລະ ໄຂມັນທີ່ສູງ, ຄວນເລືອກດື່ມນ້ຳສະອາດ ຫຼື ນ້ຳໝາກໄມ້ທີ່ຄັ້ນສົດ ແລະ ບໍ່ຫວານຈົນເກີນໄປ ປ່ຽນພຶດຕິກຳຈາກທີ່ເຄີຍກິນເຂົ້າໜົມຫວານເປັນປະຈຳມາເປັນໝາກໄມ້ສົດ ແລະ ຜັກໃຫ້ໄດ້ 5 ກຳມືຕໍ່ມື້ ຫຼີກເຄື່ອງດື່ມທີ່ມີແອວກໍຣໍ (Alcohol).
- ອອກກຳລັງກາຍເປັນປະຈຳໃຫ້ຫົວໃຈໄດ້ມີການເໜັງຕີງ (Move your heart)
ໜັ່ນອອກກຳລັງກາຍ ຢ່າງໜ້ອຍ 30 ນາທີ ໃຫ້ໄດ້ 5 ເທື່ອຕໍ່ 1 ອາທິດ ເຊັ່ນ: ຍ່າງຫຼິ້ນ, ເຮັດວຽກບ້ານ, ຢ່າງຂຶ້ນລົງຄັນໄດແທນການໃຊ້ລີຟ, ຂີ່ລົດຖີບ ແລະ ການອອກກຳລັງກາຍແບບອື່ນໆ.
- ຮັກສາຫົວໃຈ (Love your heart)
ວິທີງ່າຍໆໂດຍຫຼຸດການສູບຢາ ມີຂໍ້ມູນທາງວິຊາການໄດ້ລະບຸວ່າການເຊົາສູບຢາ 2 ປີ ຈະຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດຫຼອດເລືອດຫົວໃຈຕີບ ແຕ່ຖ້າຫາກເຊົາສູບຢາ 15 ປີຄວາມສ່ຽງຈະເຫຼືອເທົ່າກັບຄົນທີ່ບໍ່ໄດ້ສູບຢາ.
ວິທີງ່າຍໆພຽງແຕ່ 3 ຂໍ້ນີ້ຈະຊ່ວຍໃຫ້ທ່ານປອດໄພຈາກພະຍາດຫຼອດເລືອດຫົວໃຈຕີບໄດ້ຢ່າງແນ່ນອນ ຄວນເຮັດຢ່າງເປັນປະຈຳເພື່ອສຸຂພາບທີ່ດີຂອງທ່ານເອງ.