ເມື່ອໃດທີ່ຄົນເຮົາຍັງມັກໃນຄວາມສະດວກສະບາຍ ການພັດທະນາຂອງເຕັກໂນໂລຊີກໍບໍ່ມີວັນສິ້ນສຸດ ແລະ ຍຸກປັດຈຸບັນນີ້ ທີ່ເວົ້າໄດ້ວ່າ ເປັນຍຸກຂອງເຕັກໂນໂລຊີ ທຸກຢ່າງຂຶ້ນກັບ Smart phone ແລະ Social media ພຽງແຕ່ສັ່ງ ຄວາມສະດວກສະບາຍກໍເກີດຂຶ້ນ ແລະ ຍ້ອນຄວາມສະດວກສະບາຍໃນເຕັກໂນໂລຊີນີ້ ຈຶ່ງເຮັດໂອກາດສໍາລັບການເຮັດທຸລະກິດເພີ່ມຂຶ້ນໄປນໍາ ໂດຍສະເພາະບັນດາແມ່ຄ້າ”ອອນໄລ໌” ທີ່ພວກເຮົາກໍເຫັນແລ້ວວ່າເກີດຢ່າງຫຼວງຫຼາຍໃນ”ໂຊຊຽວ”ຕ່າງໆ ບໍ່ວ່າຈະເປັນການ”ໄລຟ໌ສົດ”ຂາຍເຄື່ອງ, ການໂພສຂາຍເຄື່ອງ ແລະ ການໂຄສະນາຕ່າງໆ ທີ່ແຕ່ລະຮ້ານຈະມີວິທີໃຜລາວ ໃນການດຶງດູດລູກຄ້າ, ເຮັດໃຫ້ສິນຄ້າຂອງຕົນເອງໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ເມື່ອລູກຄ້າຕັດສິນໃຈຊື້ແລ້ວກໍຈະມີບໍລິການຈັດສົ່ງໃຫ້ພ້ອມ ເພື່ອຄວາມສະດວກສະບາຍຂອງລູກຄ້າ. ແຕ່ຍ້ອນການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຮ້ານຂາຍເຄື່ອງ”ອອນໄລ໌” ເຮັດໃຫ້ການແຂ່ງຂັນເພີ່ມຂຶ້ນໄປນໍາ, ຈຶ່ງເຮັດໃຫ້ມີການເຕັກໂນໂລຊີທີ່ເອີ້ນວ່າ E-Commerce ເຂົ້າມາເປັນຕົວຊ່ວຍໃນການຂາຍສິນຄ້າ ເຮັດໃຫ້ປິດການຂາຍໄດ້ງ່າຍຂຶ້ນ, ສ່ວນຜູ້ຊື້ກໍຈະມີຄວາມໝັ້ນໃຈຫຼາຍຂຶ້ນ ຄືກັບໄດ້ໄປເລືອກຊື້ຢູ່ຮ້ານເອງເລີຍ!!! ສໍາລັບເທຣນ E-Commerce ຕົວຊ່ວຍແມ່ຄ້າ”ອອນໄລ໌”ຈະມີຫຍັງແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ…
- Virtual Assistant
ໃນຕ່າງປະເທດສໍາລັບ VA (Virtual Assistant) ຖືເປັນເທຣນ E-Commerce ທີ່ຖືກເວົ້າເຖິງຫຼາຍໃນປີ 2019 ເພາະໃນເມື່ອກ່ອນຈຸດອ່ອນຂອງຮ້ານຂາຍເຄື່ອງ”ອອນໄລ໌” ແມ່ນບໍ່ມີພະນັກງານແນະນໍາສິນຄ້າໃຫ້ກັບລູກຄ້າຄືກັບຮ້ານທົ່ວໄປ ເຮັດໃຫ້ລູກຄ້າບໍ່ໝັ້ນໃຈທີ່ຈະຊື້ສິນຄ້າ ແຕ່ການເອົາ VA ເຂົ້າມາຊ່ວຍເລື່ອງການຂາຍ ”ອອນໄລ໌”ນັ້ນ ຈະຊ່ວຍເປີດປະສົບການໃໝ່ ແລະ ກະຕຸ້ນການຊື້ໃຫ້ງ່າຍຂຶ້ນ ແລະ ລູກຄ້າກໍໄດ້ສິນຄ້າທີ່ຖືກໃຈຕາມທີ່ຕ້ອງການຫຼາຍຂຶ້ນ.
2. AR & VR
ຫາກຄວາມກ້າວໜ້າຂອງເຕັກໂນໂລຊີພາບເໝືອນຈິງ AR (Augmented Reality) ແລະ VR (Virtual Reality) ສາມາດໃຊ້ເພີ່ມຄວາມສົນໃຈໃນການແນະນໍາຂໍ້ມູນສິນຄ້າ ຫຼື ບໍລິການຕ່າງໆ ທີ່ເຮັດໃຫ້ລູກຄ້າເກີດອາລົມຄວາມຮູ້ສຶກໄດ້ຫຼາຍຂຶ້ນ ການນໍາເອົາມາໃຊ້ເປັນເຄື່ອງມືນໍາສະເໜີສິນຄ້າຈຶ່ງເປັນສິ່ງທີ່ສາມາດຕໍ່ຍອດເຕັກໂນໂລຊີດັ່ງກ່າວ ເຂົ້າກັບທຸລະກິດທ່ານໄດ້ດີທີ່ສຸດ ເພາະປີຕໍ່ໄປຄາດວ່າຈະມີການນໍາເອົາເຕັກໂນໂລຊີ AR ແລະ VR ມາໃຊ້ເພື່ອສ້າງສະພາບແວດລ້ອມໃນການຊື້ ທີ່ໃກ້ຄຽງກັບຄວາມເປັນຈິງຫຼາຍຂຶ້ນ
3. Social Media
ເຖິງວ່າການປ່ຽນແປງຈະເພີ່ມຂຶ້ນຫຼາຍ ແຕ່ການເຄື່ອນໄຫວຂອງຕະຫຼາດ”ອອນໄລ໌”ກໍຍັງມີທ່າອ່ຽງຕ້ອງເພິ່ງພາສື່ສັງຄົມ”ອອນໄລ໌” ຫຼື Social Media ເປັນຫຼັກ ທັງ Facebook, Intragram ເຊິ່ງ Platform ເຫຼົ່ານີ້ຈະມີການ”ອັບເດດ”ຄວາມສາມາດໃໝ່ໆ ເພື່ອເຊື່ອມຕໍ່ລະຫວ່າງຜູ້ຊື້ ແລະ ຜູ້ຂາຍຢູ່ສະເໝີ
4. Chat bot
ຄວາມຕ້ອງການເລື່ອງ ການບໍລິການກ່ຽວກັບການຕອບຂໍ້ຄວາມຕ່າງໆນັ້ນ ຄວນມີຄວາມພ້ອມຕະຫຼອດ 24 ຊົ່ວໂມງ ໃນ 7 ມື້, ເຮັດໃຫ້ການນໍາເອົາເຕັກໂນໂລຊີ Chat bot ສາມາດຕອບໂຈດທີ່ດີທີ່ສຸດ ຈຶ່ງບໍ່ແປກທີ່ເຕັກໂນໂລຊີນີ້ ຈະຖືກນໍາມາໃຊ້ ແລະ ຈະກາຍເປັນເທຣນທີ່ໄດ້ຮັບຄວາມນິຍົມຫຼາຍໃນປີນີ້
5. Fast Shipping
ອີກໜຶ່ງເທຣນທີ່ຈະມາແຮງ ຄືການຈັດສົ່ງສິນຄ້າຫຼັງຈາກປິດການຂາຍ ຍ້ອນພຶດຕິກໍາຂອງຜູ້ຊື້ທີ່ຕ້ອງການສິນຄ້າໄວທີ່ສຸດ ຫຼັງຈາກເງິນຖືກໂອນໄປແລ້ວ ເຮັດໃຫ້ຄວາມໄວໃນການຈັດສົ່ງສິນຄ້າຖືເປັນຄວາມທ້າທາຍຂອງຜູ້ຂາຍ”ອອນໄລ໌”ທີ່ສຸດ ຈຶ່ງເຮັດໃຫ້ປັດຈຸບັນຢູ່ບ້ານເຮົາກໍມີບໍລິການຂົນສົ່ງ ຫຼື Shipping ເພີ່ມຂຶ້ນເພື່ອເປັນຕົວເລືອກຂອງແມ່ຄ້າ”ອອນໄລ໌”
6. Voice Search
ການຄົ້ນຫາດ້ວຍສຽງ (Voice Search) ເປັນເທຣນທີ່ນໍາເຂົ້າມາໃຊ້ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ບໍລິການ ເຊິ່ງມີບາງ”ເວັບໄຊ໌”ຢູ່ຕ່າງປະເທດກໍໄດ້ນໍາໄປໃຊ້ແລ້ວ ຜົນຕອບຮັບກໍຖືວ່າດີຫຼາຍ ແລະ ຍັງມີຂໍ້ມູນຈາກ psdcenter.com ວ່າ ເຕັກໂນໂລຊີນີ້ຈະເຂົ້າມາປ່ຽນແທນການໃຊ້ເຄື່ອງມືໃນການຄົ້ນຫາ ຫຼື Search engine ໄປເລີຍກໍໄດ້.
7. Interest-based Advertisements
ການຂຶ້ນ Ads ໂຄສະນາຕາມຄວາມສົນໃຈນັ້ນ ຫຼາຍຄົນອາດຈະເຄີຍສັງເກດ ແລະ ເຫັນມາແລ້ວ ເມື່ອພິມຊອກຫາບາງຢ່າງໃນ Google ຫຼື ຕາມອິນເຕີເນັດ, ສື່ອອນໄລ໌ຕ່າງໆ ເຮົາຈະເຫັນໂຄສະນາສິນຄ້າປະເພດນັ້ນໆ (ຫຼືສິ່ງທີ່ກ່ຽວຂ້ອງ) ຂຶ້ນມາໃຫ້ເຫັນເປັນໄລຍະ ເຊິ່ງໃນປີຕໍ່ໄປ ເຮົາອາດຈະໄດ້ເຫັນຮູບແບບໃໝ່ຂອງການໂຄສະນາທີ່ຖືກຈຸດ ແລະ ການກະຕຸ້ນໃຫ້ເກີດການຊື້-ຂາຍໄດ້ຫຼາຍກວ່າເກົ່າ
8. Personalization
ມີຜົນສໍາຫຼວດທີ່ໄດ້ຮັບຄວາມສົນໃຈອອກມາວ່າ ສໍາລັບການຄ້າ”ເອເລັກໂຕຣນິກ” ຫຼື E-Commerce ຜູ້ຊື້ສ່ວນຫຼາຍຈະຊື້ສິນຄ້າຈາກຮ້ານທີ່ສາມາດແນະນໍາສິນຄ້າແບບສະເພາະບຸກຄົນ (Personalization) ເປັນຈໍານວນ 45% ແລະ ຍັງມີສະຖິຕິການຊື້ສິນຄ້າຈາກຮ້ານເກົ່າເປັນຈໍານວນ 56% ເຊິ່ງກໍຖືວ່າເປັນຕົວເລກທີ່ດີຫຼາຍ ແລະ ຢັ້ງຢືນໄດ້ເຖິງທ່າອ່ຽງການໃຫ້ບໍລິການດັ່ງກ່າວໃນປີຕໍ່ໄປໄດ້ເປັນຢ່າງດີ
9. Machine Learning and AI
ຫຼາຍຄົນຍັງສົງໄສຫຼາຍກ່ຽວກັບປັນຍາປະດິດ ຫຼື AI ວ່າຈະມີອາຊີບໃດໝົດໄປເພາະຖືກ AI ເຂົ້າມາແທນແດ່? ແຕ່ສໍາລັບເທຣນ E-Commerce ໃນປີນີ້ ແມ່ນສາມາດບອກໄດ້ແລ້ວວ່່າ ປັນຍາປະດິດນັ້ນບໍ່ໄດ້ເຂົ້າມາຍາດວຽກຄົນ ແຕ່ຈະເຂົ້າມາຮ່ວມເຮັດວຽກຮ່ວມກັບຄົນໃນການຂາຍສິນຄ້າ ແລະ ການເຂົ້າເຖິງຄວາມຕ້ອງການຂອງລູກຄ້າ ລວມທັງການຊ່ວຍເພີ່ມປະສິດທິພາບການບໍລິການໃຫ້ຫຼາຍຂຶ້ນ.
ບັນດາທ່ານ ສໍາລັບ 9 ເທຣນ E-Commerce ສາມາດຊ່ວຍຜູ້ຄ້າຂາຍ”ອອນໄລ໌” ທີ່ທາງວາລະສານທາເກັດຍົກຂຶ້ນນໍາສະເໜີນີ້ ຖືວ່າເປັນເທຣນໃໝ່ທີ່ກໍາລັງໄດ້ຮັບຄວາມສົນໃຈ ແລະ ມາແຮງໃນປີນີ້ (ໃນຕ່າງປະເທດ ແລະ ໃນປະເທດເຮົາກໍການນໍາມາໃຊ້ບາງເທຣນແລ້ວ), ຈຶ່ງຢາກຈະນໍາສະເໜີໃຫ້ບັນດາທ່ານໄດ້ຮູ້ເຖິງຄວາມກ້າວໜ້າຂອງເຕັກໂນໂລຊີ ທີ່ຈະມາເພີ່ມຄວາມສະດວກສະບາຍໃນການດໍາລົງຊີວິດຂອງທຸກຄົນ ແລະ ຍັງໃຊ້ໃຫ້ເກີດປະໂຫຍດອັນສູງສຸດໃນວົງການຂາຍເຄື່ອງ ”ອອນໄລ໌”. ແຕ່ແນ່ນອນວ່າ ທຸກການປ່ຽນແປງຍ່ອມຈະມີທັງຜົນດີ ແລະ ຜົນເສຍ ສະນັ້ນ ຈົ່ງສຶກສາໃຫ້ຮອບຄອບກ່ອນທີ່ຈະນໍາມາໃຊ້ ຈຶ່ງຈະກໍ່ໃຫ້ເກີດຜົນຮັບຕາມທີ່ຕ້ອງການທີ່ສຸດ.
(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 159 ເດືອນຕຸລາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
online traders must know!
Technology that will help boost your sales…
As long as convenience is still something we desire, technology will never stop being developed. Currently, we are living in a technological era with smart phone and social media as everything we need to make our life convenient. Because of this comfort, this kind of technology has also been used in creating business opportunities, especially “online” shopping that we have seen a lot lately on social media in the forms of “live,” post, advertisement or other methods designed specifically by each trader to catch the attention and attract interest from customers. Once customers decide to buy their products, they will offer a delivery service as well for the customers` convenience. Naturally, the increase in online traders comes with the increase in competition. The technology so called E-Commerce was, therefore, invented to help traders process and finalize customers` purchasing orders more easily. It also gives buyers confidence as if they are shopping at an actual store. Taking this opportunity, let us find out what kind of E-Commerce tools available to help online traders together as below:
- Virtual Assistant (VA)
In overseas, VA is the most spoken tool for E-Commerce in 2019. The weakness of “E-Commerce” is the fact that online shops have no actual staff to provide suggestions to customers making them unsure whether to buy products or not. Using VA in “E-Commerce” will give consumers a new shopping experience by helping them making decision more easily and getting them the right product.
- AR & VR
The advancement of Augmented Reality (AR) and Virtual Reality (VR) can be used to attract customers` interest upon products or services triggering their emotional attachment. Therefore, successful improvisation of such technology tools in online trade is the best way in promoting your business. Next year, it is expected that AR and VR technology will be increasingly applied to create the more virtual shopping environment.
- Social Media
There may be changes in technology, but the online shopping trend still depends heavily on “online” or “social” media via Facebook or Instragram. These platforms will keep being updated with new features to help buyers and sellers get connected better.
- Chat bot
With the need of making instant messaging available 24/7, Chat bot is the best answer. It is, therefore, unsurprisingly seen this technology being used widely as it becomes a popular trend among online businesses.
- Fast Shipping
Another booming trend we will discuss here refers to a delivery of product. Taking into consideration of customer`s behavior nowadays of wanting their good to arrive as quickly as possible after they successfully place an order, getting the good to customers quickly has then become a challenge for online traders. Fortunately, there are choices for a shipping service available for online merchants.
- Voice Search
Voice search is another tool invented for users` convenience. Some websites in overseas have been applying this technology and receive good feedbacks. According to psdcenter.com, this technology has a potential of replacing even a search engine one day.
- Interest-based Advertisements
Some of you might have noticed the existence of this interest-based advertisement. Bascially, when we search for something on Google, the Internet or social media, we will keep seeing ads related to our search popped up periodically. Next year, we might be seeing a new type of advertisement that is more focus on encouraging sales.
- Personalization
According to an interesting survey, 45% of buyers tend to buy products from an E-Commerce site capable of personalizing goods based on customers` preference. Moreover, the survey reveals further that 56% of customers come back and buy stuff from the same store which is a good number. It confirms that this trend will keep being more and more popular in the coming years.
- Machine Learning and AI
Many people are expressing concerns about Artificial Intelligence or AI of which job will be replaced by it? As for E-Commerce this year, we can clearly say that AI will not take away jobs from us, but help us sell our products, well respond to customer`s demand and boost the effectiveness of our service more.
Dear readers! These are 9 E-Commerce trends which can help “online” traders that Target Magazine would like to raise as they are booming this year (in overseas and some trends have already been seen using in Laos). We would like to keep you updated with the advancement of tehcnology invented to ensure our convenience and can be used for the benefit of “E-Commerce.” Of course, everything has pros and cons. We have to study thoroughly before making any decision of using to guarantee the wanted outcome.