ຊົມເຊີຍ!!! ແຂວງບໍລິຄຳໄຊ ທຳລາຍສວນກັນຊາ 12 ເຮັກຕາ

ເພື່ອ​​ລາຍ​ງານການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ທີ່​ໄດ້​ມອບ​ໝາຍ​ໃຫ້ບັນດາເມືອງ ແລະ ພະແນກການ​ ​ໃນ​ວັນ​ທີ 4 ຕຸລາ 2019 ຢູ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ປົກຄອງ​ແຂວງ ໄດ້​ຈັດ​ກອງ​ປະຊຸມອົງການປົກຄອງແຂວງ ປະຈຳເດືອນກັນຍາຂຶ້ນ ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ປອ ກອງ​ແກ້ວ ​ໄຊ​ສົງຄາມ ​ ເຈົ້າ​ແຂວງບໍລິຄຳ​ໄຊ ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງແຂວງໃນເດືອນກັນຍາຜ່ານມາ ແຂວງບໍລິຄຳໄຊ ໄດ້ພົບກັບບັນຫາຫຼາຍດ້ານ ເປັນຕົ້ນແມ່ນປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ເຫັນວ່າມີບັນຫາເກີດຂຶ້ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານແກ້ໄຂ 4 ເຖື່ອນ ມາຮອດປັດຈຸບັນໄດ້ມີຄະດີເກີດຂື້ນຫຼາຍເລື່ອງ ເຊັ່ນ: ເຈົ້າໜ້າທີ່ໄດ້ທັບມ້າງຄະດີ ລັກລອບປູກກັນຊາໄດ້ 18 ສວນ ຈຳນວນ 12 ເຮັກຕ່າ, ຢຶດກັນຊາແຫ້ງ 220 ເປົາ, ປືນແກັບ 30 ກະບອກ, ປືນແຕ່ງ 1 ກະບອກ, ປືນລູກຊອງເບີ 12 ຈຳນວນ 2 ກະບອກ, ຈັກສະຕີ່ນ 3 ເຄື່ອງ, ໄມ້ຈຳນວນ 3 ທ່ອນ, ສາມາດມ້າງບັນຫາການພະນັນຜ່ານສື່ອອນລາຍໄດ້ 2 ລາຍ, ແກ້ໄຂແລ້ວ 1 ລາຍ ແລະ ກຳລັງດຳເນີນຄະດີ 1 ລາຍ, ບັນຫາຫວຍເຖື່ອນ 11 ຄົນ ໃນນັ້ນໄດ້ຕິດພັນກັບພະນັກງານລັດນຳນວນໜື່ງ ແລະ ໄດ້ສຶກສາອົບຮົມແກ້ໄຂຂັ້ນກອງບັນຊາການ 7 ຄົນ ແລະ ໄດ້ສະຫຼຸບສຳນວນຄະດີສົ່ງໄອຍະການແຂວງ 4 ຄົນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ຄຽງຄູ່ກັບການແກ້ໄຂຄະດີແລ້ວ ດ້ານວຽກວັດທະນະທຳ-ສັງຄົມ, ການພັດທະນາເສດຖະກິດ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່ ແລະ ຖືກປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ເພື່ອເປັນທິດທາງໃນການປະຕິບັດງານໃນຕໍ່ໜ້າທ່ານເຈົ້າແຂວງ ຍັງໄດ້ເນັ້ນໃຫ້ບັນດາພະແນກການ ແລະ ເມືອງ ຈົ່ງເອົາໃຈໃສ່ການແກ້ໄຂບັນຫາ 4 ເຖື່ອນ, ເອົາໃຈໃສ່ວຽກງານປ້ອງກັນພັກ-ພະນັກງານ, ຊຸກຍູ້ວຽກງານເກັບລາຍຮັບ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ສືບຕໍ່ເຝົ້າລະວັງພະຍາດລະບາດອະຫິວາໝູອາຟິກາ, ເອົາໃຈໃສ່ສ້ອມແປງຂົວທາງ ໂດຍສະເພາະເສັນທາງເທດສະບານເມືອງປາກຊັນ, ຄຸ້ມຄອງລາຄາສິນຄ້າບໍ່ໃຫ້ມີການເໜັງຕີງຫຼາຍເກີນໄປ, ສືບຕໍ່ເຜີຍແຜ່ເຊື່ອມຊຶມດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງານຢ່າງເຂັ້ມງວດ, ເລັ່ງຍົກລະດັບຄວາມຮູ້ຄວາມສາມາດ ຂອງພະງານໃຫ້ມີຄວາມເຂັ້ມແຂງ, ໃຫ້ຈັດຕັ້ງສຳມະນາວິທະຍາສາດ ໃນຫົວຂໍ້ສອນດີ-ຮຽນເກັ່ງ ເພື່ອຊອກບັນດາຂໍ້ຄົງຄ້າງ ແລ້ວນຳໄປແກ້ໄຂ ເລັ່ງໃສ່ການພັດທະນາໃຫ້ຄຸນນະພາບການສຶກສາມີປະສິດທິພາບສູງສຸດ ແລະ ວຽກງານອື່ນໆ.

ພາບ-ຂ່າວ: ແຂວງບໍລິຄຳໄຊ

Comments