ໃນບົດລາຍງານ ຂອງທະນາຄານໂລກ Doing Business 2019 ເຊິ່ງຜົນການສຶກສາຄວາມງ່າຍດາຍໃນການເນີນທຸລະກິດຈໍານວນ 190 ປະເທດ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າ ສ ມຽນມາ (171) ແລະ ຕີມໍເລສເຕ້ (178). ແຕ່ເມືອທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ລາກທ້າຍຢູ່ ເຊັ່ນ: ກໍາປູເຈຍ (138), ສສ ຫວຽດນາມ (69), ຣຊ ໄທ (27), ມາເລເຊຍ (15) ເຊິ່ງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 154.

ທ່ານທີ່ຕ້ອງການລົດໂລຕ້ອງນີ້ເລີຍ ລົດໂລ SAKAI ຂະໜາດ 10-13 ໂຕນ ?ປະຢັດນ້ຳມັນ ແລະ ຄຸ້ມຄ່າສຸດໆ ?ມີຫຼາຍລຸ້ນໃຫ້ທ່ານໄດ້ເລືອກ ??ແຂງແຮງ, ທົນທານ, ອາຍຸການໃຊ້ງານຍາວນານ ??ມາພ້ອມກັບການບໍລິການຫຼັງການຂາຍທີ່ດີ ??ມີອາໄຫຼ່ໄວ້ຄອຍບໍລິການທ່ານຄົບຊຸດ ??ສະດວກ, ວ່ອງໄວ,ໃສ່ໃຈໃນການບໍລິການ❤❤ ??ຕ້ອງມາທີ່ລາວທານີເທົ່ານັ້ນ?? ☎☎ສົນໃຈສັ່ງຊື້ຫຼືສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ ??030 9806917 ??030 5550290-2
ໃນ 10 ໝວດຕົວຊີ້ວັດ ມີພຽງໝວດຕົວຊີ້ວັດການຄ້າຂ້າມແດນ ທີ່ມີການປ່ຽນແປງໃນລຳດັບດີຂຶ້ນ ຄືຈາກລໍາດັບທີ 124 (2018) ມາເປັນ 76 (2019). ດັ່ງນັ້ນ ພາລະກິດຂອງບັນດາຂະແໜງການກ່ຽວຂ້ອງ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ບຸກທະລຸ ເພື່ອສືບຕໍ່ປັບປຸງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ໃຫ້ນັບມື້ນັບດີຂື້ນ ໃຫ້ເປັນທີ່ດຶງດູດນັກລົງທຶນທີ່ມີຄຸນນະພາບທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນ ສປປ ລາວ ໃຫ້ນັບນື້ນັບຫຼາຍຂື້ນ.
10 ໝວດຕົວຊີ້ວັດປະກອບດ້ວຍ:
1. ສປປ ລາວ ໄດ້ປັບປຸງອັນດັບຂອງຕົນໃນການເລີ່ມທຸລະກິດຈາກອັນດັບທີ 164 ເປັນ 180.
2. ສປປ ລາວ ຖືກຈັດອັນດັບໃນການຂໍໃບອະນຸຍາດປຸກສ້າງ 99/190.
3. ສໍາລັບການຕິດຕັ້ງໄຟຟ້າໃນ ສປປ ລາວ ແມ່ນຢູ່ອັນດັບ 156/190.
4. ໃນຂົງເຂດການຈົດທະບຽນຊັບສິນ ສປປ ລາວຈັດຢູ່ໃນອັນດັບທີ 85/190.
5. ການເຂົ້າເຖິງແຫຼ່ງທຶນ ເຊິ່ງໃນປະຈຸບັນຢູ່ໃນອັນດັບທີ 73/190.
6. ສປປ ລາວ ຍັງຄົງຈັດຢູ່ໃນອັນດັບທີ 174/190 ໃນການປົກປ້ອງນັກລົງທຶນ.
7. ການຈ່າຍພາສີ-ອາກອນຍັງຢູ່ອັນດັບ 155/190.
8. ໃນການປະເມີນດ້ານການຄ້າຂ້າມແດນ, ສປປ ລາວແມ່ນມີການປັບໂຕຢູ່ອັນດັບ 76/190.
9. ການຈັດຕັ້ງປະຕິບັດສັນຍາມີຜົນສັກສິດໃນ ສປປ ລາວ ຢູ່ໃນອັນດັບ162/190.
10. ການແກ້ໄຂການລົ້ມລະລາຍຂອງ ສປປ ລາວ ຍັງຄົງຢູ່ໃນອັນດັບທີ 168/190.
ຄິຼກເຂົ້າອ່ານລາຍລະອຽດຕາມລິ້ງນີ້ເລີຍ: ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2018-2019
https://www.laotradeportal.gov.la/kcfinder/upload/files/Article_1562137229lo_LA.pdf
ແຫຼ່ງຂໍ້ມູນ: ບົດລາຍງານ Doing Business 2019: Training for Reform, ກຸ່ມທະນາຄານໂລກ