ລັດຖະບານ ມອບເຄື່ອງ ແລະ​ ເຂົ້າ ຊ່ວຍ​ເຫຼືອ​ ຜູ້​ປະສົບ​ໄພພິບັດ 3 ແຂວງ​ພາກ​ເໜືອ

ໃນ​ ປີ 2019 ນີ້, ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ໄດ້​ຮັບ​ການ​ອະນຸມັດ​ຈາກ ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ​ຍີ່ປຸ່ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການຄັງ​ແຮ​ເຂົ້າ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພພິບັດ ປີ 2018 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອ​ຮ່ວມ​ງານ KR1, ສະ​ນັ້ນ, ​ໃນ​ໂອກາດລົງ​ເຄື່ອນ​ໄຫວ​ວຽກ​ງານ​ແຮງ​ງານ ​ແລະ ສະຫວັດ​ດີ​ການ​ສັງຄົມ ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ໃນ​ລະຫວ່າງວັນ​ທີ 11 – 14 ສິງຫາ 2019 ນີ້.

ທີ່​ພະແນກແຮງງານ ແລະ ສະຫວັດດີການແຂວງ​ , ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ພ້ອມຄະນະ, ໄດ້​ຕາງໜ້າ​ລັດຖະບານ ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະຊາຊົນ​ຜູ້​ປະສົບ​ໄພພິບັດ ຢູ ່​ແຂວງຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ລວມມູນ​ຄ່າ 2 ຕື້ ກວ່າ​ກີບ, ​ເຊິ່ງຕາງໜ້າ​ຮັບ​ໂດຍ ທ່ານ​ເຈົ້າ​ແຂວງ ​ແລະ ຮອງ​ເຈົ້າ​ແຂວງ​ທັງ 3 ​ແຂວງ​ດັ່ງກ່າວ ພ້ອມຄະນະ ພະແນກແຮງງານ ຮສສ ແຂວງ ກ່າວຮັບ ພ້ອມທັງລາຍງານສະພາບການໂດຍຫຍໍ້.

​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະ​ກອບ​ມີ: ​ມອບໃຫ້ປະຊາຊົນແຂວງຫົວພັນ ເຂົ້າສານໜ່ຽວ ຈາກກອງທຶນເພື່ອນຮ່ວມງານ KR1 ຈຳນວນ 97.860 ກິໂລ ລວມມູນຄ່າ 787 ລ້ານກວ່າກີບ ; ເຄື່ອງນຸ່ງຫົມ ແລະ ເກີບ ຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງີນກອງທືນນຳມັນ ຈຳນວນ 50 ລ້ານກີບ.

ແຂວງ ຊຽງຂວາງ ເຂົ້າສານໜ່ຽວ 85.512 ກິໂລ ມູນຄ່າ 688 ລ້ານກວ່າກີບ , ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ຄົວເຮືອນ ລວມມູນຄ່າ 72 ລ້ານກວ່າກີບ, ເຄື່ອງນຸ່ງຫົມ ແລະ ເກີບ ຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງີນກອງທືນນຳມັນ ຈຳນວນ 50 ລ້ານກີບ ແລະ ແຂວງໄຊສົມບູນ ເຂົ້າສານໜ່ຽວ 10.572 ກິໂລ ມູນຄ່າ 85 ລ້ານກວ່າກີບ ແລະ ເຄື່ອງນຸ່ງຫົ່ມ ແລະ ເກີບ 100 ແກັດ ມູນຄາ 150 ລ້ານກີບ .

(ຂ່າວ-ພາບ ຮຮສ)

Comments