Samsung Galaxy Note 10|10+ ໄດ້ເປີດຕົວຢ່າງເປັນທາງໃນລາວແລ້ວ ໃນຕອນເຊົ້າຂອງມື້ນີ້ ວັນທີ 9 ສິງຫາ 2019 ຢູ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ພ້ອມເປີດໃຫ້ທຸກທ່ານສາມາດສັ່ງຈອງໄດ້ແລ້ວຕັ້ງແຕ່ ວັນທີ 8-21 ສິງຫາ 2019 (ມີພຽງ 14 ມື້ເທົ່ານັ້ນທີ່ໃຫ້ເປີດຈອງ ແລະ ມີຈຳນວນຈຳກັດໃນການຈັດຈຳໜ່າຍ) ສຳລັບການສັ່ງຈອງໄລຍະນີ້, Galaxy Note10+ ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB ໄປເລີຍ ແລະ ລຸ້ນ Galaxy Note10 ຈະໄດ້ຮັບ Galaxy Buds ລວມມູນຄ່າ 1,125,000 ກີບ “ຟຣີ” ທັນທີ. ສ່ວນ ສີທີ່ວາງຈຳໜ່າຍໃນລາວ Galaxy Note10+: Aura glow, Aura Black, Aura White. Galaxy Note10: Aura glow. ເຊິ່ງເປັນສີທີ່ໄດ້ແຮງບັນດານໃຈມາຈາກແສງສີ.
ຊໍາຊຸງ Galaxy Note 10|10+ ເຄື່ອງນີ້ມາພ້ອມຄວາມທັນສະໄໝ ແລະ ມີນະວັດຕະກຳໃຫມ່ທີ່ສຸດລໍ້າ 4 ຈຸດເດັ່ນໆຄື:
- Power of Design ມີການອອກແບບທີ່ພັດທະນາຂຶ້ນມາໃຫມ່ ແລະ ໃຫ້ມີໜ້າຈໍທີ່ກວ້າງ ບໍ່ມີຂອບ ເບິ່ງໄດ້ເຕັມຕາກວ່າເກົ່າ, ໜ້າຈໍ Dynamic AMOLED ທີ່ສະແດງທີ່ມີຄຸນນະພາບສົມຈິງຂຶ້ນ, ເບົາບາງຈັບພໍດີມື.
2. Power of Performance ມີໜ່ວຍປະມວນຜົນທີ່ວ່ອງໄວ Hyper Fast ຊິບເຊັດໃຫມ່ Exynos 9825 (ຂະໜາດ 7nm, ຄວາມແຮງ 2.7 GHz) ປະມວນຜົນໄວຂຶ້ນ 20.7%, ກຣາບຟິກດີຂຶ້ນ 45%, ປະຫຍັດພະລັງງານລົງ 18% , ມີໜ່ວຍຄວາມຈຳ ທຽບເທົ່າກັບ ຄອມພິວເຕີ້ ແລະ ເປັນສະມາດໂຟນທີ່ສ້າງມາເພື່ອສາຍເກມໂດຍສະເພາະ ທີ່ມີໂໝດເກມ Booster ເພີ້ມຄວາມສະຖຽນຂອງເກມຂຶ້ນ 10%, ປະຫຍັດພະລັງງານ 15% ແລະ ຫຼຸດຄວາມຮ້ອນຂອງເຄື່ອງ,ສ່າກແບັດພຽງ 30 ນາທີ ສາມາດໃຊ້ງານໄດ້ໝົດມື້ ຮອງຮັບສາກໄວສູງສຸດ 45 W.
3. power of productivity ບິກ S Pen ທີ່ສາມາດສັ່ງງານຄງບຄຸມໄດ້ຫຼາກຫຼາຍຮູບແບບຂຶ້ນກວ່າເກົ່າ ສາມາດສັ່ງການເລື່ອນຊ້າຍ-ຂວາ, ປ່ຽນກ້ອງໜ້າຫຼັງໄດ້ຢ່າງສະບາຍ ແລະ ຍັງມາພ້ອມກັບການການຈົດບັນທຶກຮູບແບບໃໝ່ ປັບການຈົດບັນທຶກດ້ວຍມືມາເປັນຂໍ້ຄວາມດິຈິຕ໋ອນ, ສາມາດປ່ຽນເອກະສານເປັນຮູບແບບບໄຟລ໌ Word/PDF/ຮູບພາບ/Text
4. power of Create ສາມາດສ້າງ ແລະ ຕັດຕໍ່ວີດີໂອ ພາບເຄື່ອນໄຫວໄດ້ແບບມືອາຊີບ ທີ່ມາກັບຕົວເຄື່ອງທີ່ບໍ່ຈຳເປັນຕ້ອງໂຫລດແອັບມາຊ່ວຍ, ເພີ່ມປະສິດທິພາບໃນການຕັດຕໍ່ວີດີໂອໄດ້ຫຼາກຫຼາຍ ແລະ ຍັງສາມາດໃຊ້ S Pen ຕົບແຕ່ງ/ຂຽນ ສ້າງໃຫ້ວີດີໂອ ມີສີສັນຫຼາຍຂຶ້ນ ເຊິ່ງມີການຕັດຕໍ່ໃຫ້ທັງໝົດ 5 ຮູບແບບນຳກັນ.
– Galaxy Note10+ ລາຄາແນະນຳ 9,790,000 ກີບ
– Galaxy Note10 ລາຄາແນະນຳ 8,490,000 ກີບ
ທຸກທ່ານ ສາມາດສັ່ງຈອງໄດ້ແລ້ວ ທີ່ຕົວແທນຈຳໜ່າຍທີ່ມີປ້າຍ Samsung ທຸກສາຂາໃນທົ່ວປະເທດລາວ. ສຳລັບ ໂປຣໂມຊັນແມ່ນຈະມີສະເພາະຮ້ານທີ່ຮ່ວມລາຍການເທົ່ານັ້ນ.
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ Call Center 021 417333
#SamsungMobileLaos #GalaxyNote10