64 ພັນກວ່າຄອບຄົວຍັງທຸກຍາກ ນາຍົກຢໍ້າຕ້ອງດຳເນີນການເລັ່ງດ່ວນແກ້ໄຂ

ເຖິງວ່າຜ່ານມາລັດຖະບານຈະເອົາໃຈໃສ່ຫຼາຍດ້ານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກແຕ່ກໍຍັງມີຄວາມທ້າທາຍຫຼາຍດ້ານໂດຍສະເພາະການເຂົ້າເຖິງຄອບຄົວທຸກຍາກເນື່ອງຈາກຍັງມີຫຼາຍສິ່ງທີ່ບໍ່ເອື້ອອຳນວຍເປັນຕົ້ນເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ອື່ນໆ, ປັດຈຸບັນທົ່ວປະເທດຍັງມີຄອບຄົວທຸກຍາກທັງໝົດ 64.593 ຄອບຄົວ, 1.536 ບ້ານ ແລະ 23 ເມືອງທຸກຍາກຂະນະທີ່ນາຍົກໄດ້ກ່າວຢໍ້າພວກເຮົາຕ້ອງໄດ້ດຳເນີນການເລັ່ງດ່ວນຮຽ ກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງຖິ່ນ, ນັກທຸລະກິດ, ຜູ້ປະກອບການເພື່ອສ້າງຊົນນະບົດໃຫ້ມີໃບໜ້າໃໝ່ເພື່ອແກ້ໄຂ ແລະ ນໍາພາປະຊາຊົນປະເທດ ຊາດຫຼຸດພົ້ນອອກຈາກຄວາມ�