ທົ່ວປະເທດ ມີຜູ້ຕິດເຊື້ອໄຂຍຸງລາຍ 4 ພັນກວ່າ ກໍລະນີ ເສຍຊີວິດ 14 ກໍລະນີ

6 ເດືອນຕົ້ນປີ 2019, ທົ່ວປະເທດ ມີຜູ້ຕິດເຊື້ອໄຂຍຸງລາຍ 4.527 ກໍລະນີ, ເສຍຊີວິດ 14 ກໍລະນີ. ໃນນັ້ນ, ແຂວງ ທີ່ຕິດເຊື້ອຫຼາຍກວ່າໝູ່ ແມ່ນແຂວງ ຈຳປາສັກ 1.549 ກໍລະນີ, ເສຍຊີວິດ 3 ກໍລະນີ, ແຂວງ ສະຫວັນນະເຂດ 719 ກໍລະນີ, ເສຍຊີວິດ 3 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ເສຍຊີວິດ 5 ກໍລະນີ, ແຂວງ ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ເສຍຊີວິດ 2 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເສຍຊີວິດ 1 ກໍລະນີ, ຖັດລົງມາແມ່ນ ແຂວງເຊກອງ, ວຽງຈັນ, ຫລວງພະບາງ, ໄຊຍະບູລີ, ບໍ່ແກ້ວ, ຊຽງຂວາງ, ອຸດົມໄຊ, ໄຊສົມບູນ, ຜົ້ງສາລີ ແລະ ແຂວງຫົວພັນ.

ແລະ ໄລຍະນີ້ ກໍກ້າວເຂົ້າສູ່ລະດູຝົນແລ້ວ ຍິ່ງຈະເຮັດໃຫ້ຍຸງເກີດມີການແພ່ພັນຫຼາຍ ສະນັ້ນ, ເຮົາຄວນມີມາດຕະການ ເພື່ອປ້ອງກັນການເປັນໄຂຍຸງລາຍ ຕ້ອງປະຕິບັດໃຫ້ໄດ້ 5 ປ ຄື:

  1. ປິດຝາພາຊະນະນໍ້າໃຊ້ ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງໄຂໃສ່
  2. ປ່ຽນນໍ້າໃນພາຊະນະເຊັ່ນ: ເຕົົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ ແລະ ອື່ນໆ.
  3. ປ່ອຍ ປາຫາງນົກຍຸງ ເພື່ອໃຫ້ກິນໜອນນໍ້າຍຸງລາຍ
  4. ປັບປຸງ ໂດຍການເຮັດອະນາໄມສິ່ງແວດລ້ອມເຮືອນ, ທີ່ພັກອາໄສ ບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດທີ່ມີນໍ້າຂັງ
  5. ປະຕິບັດໃຫ້ເປັນນິໄສ ເປັນປະຈຳ ອາທິດລະ 2 ອາທິດ ຫຼື ຫຼາຍກວ່ານັ້ນ.

ທີ່ມາ: ຂ່າວສານປະເທດລາວ.

Comments