ຫົວພັນ ເປີດເທສະການຜ້າໄໝມ້ອນ ພ້ອມກັບ ສະຫຼອງ ແກ້ວຫຼັກເມືອງ ຄົບຮອບ 11 ປີ

ແຂວງຫົວພັນ ເປີດເທສະການຜ້າໄໝມ້ອນ ຕິດພັນກັບການສະເຫຼີມສະຫຼອງສວນແກ້ວຫຼັກເມືອງ ຄົບຮອບ 11 ປີ ໃນລະຫວ່າງວັນທີ 16-17 ພຶດສະພາ 2019 ແນໃສ່ອະນຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ ກໍຄື ແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າແພຂອງເອື້ອຍນ້ອງແມ່ຍິງ ທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ.


ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດເທສະການຜ້າໄໝມ້ອນແຂວງຫົວພັນ ໄດ້ກ່າວວ່າ: ການຈັດເທສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້, ນອກຈາກເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນແລ້ວ, ຍັງເປັນການກະຕຸກຊຸກຍູ້, ສົ່ງເສີມສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ຜູ້ຜະລິດຫັດຖະກຳພາຍໃນແຂວງ ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະ ວາງຂາຍ ເພື່ອສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕຳຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວໃຫ້ນັບມື້ແຂງແຮງ ແລະ ເປັນການສ້າງລາຍຮັບໃຫ້ປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທີ່ມາ ແລະ ຮູບ: ຂ່າວສານປະເທດລາວ

ແລະ ເຟສບຸກ ກົງໃຈ ໄຊຍະວົງ

Comments