ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ.
-ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ?
ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໂດຍອີງໃສ່ຄໍາຖາມເຈາະຈີ້ມ ຂ້າພະເຈົ້າ ຂໍມີຄວາມເຫັນໂດຍສັງລວມດັ່ງນີ້:
ດັ່ງທີ່ຮູ້ນໍາກັນແລ້ວ ຍາມໃດພັກ-ລັດຖະບານ ກໍໃຫ້ຄວາມສໍາຄັນ ແລະ ຈົດຈໍ່ຕໍ່ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເພາະວ່າຄົນເປັນປັດໃຈຕັດສິນ,ເປັນເປົ້າໝາຍບູລິມະສິດຂອງການພັດທະນາ ເຊິ່ງໄດ້ພະຍາຍາມວາງນະໂຍບາຍຂົງເຂດສັງຄົມມາເປັນແຕ່ລະໄລຍະ ໂດຍສະເພາະໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ກໍານົດທິດນໍາໃນຂົງເຂດສັງຄົມວ່າ: “ຕ້ອງສົມທົບຢ່າງກົມກຽວລະຫວ່າງການພັດທະນາຂົງເຂດເສດຖະກິດ ກັບການພັດທະນາສັງຄົມ,ການສ້າງຄວາມຈະເລີນ ແລະ ຄວາມຢູ່ດີກິນດີທາງດ້ານວັດຖຸ ກັບການສ້າງຄວາມສີວິໄລທາງດ້ານຈິດໃຈ ແລະ ການປົກປັກຮັກສາສິ່ງແວດລ້ອມ,ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ຮັບປະກັນໃຫ້ປະຊາຊົນບັນດາເຜົ່າສາມາດຊົມໃຊ້ໝາກຜົນຂອງການປ່ຽນແປງໃໝ່ ກໍຄືການພັດທະນາຮ່ວມກັນ ຢ່າງຍຸຕິທໍາ.ເອົາໃຈໃສ່ແກ້ໄຂການມີວຽກເຮັດງານທໍາໃຫ້ດີຂຶ້ນ,ບຸກທະລຸເຂົ້າໃສ່ການພັດທະນາສີມືແຮງານໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໄປຕາມທິດສ້າງຄົນລາວໃຫ້ກາຍເປັນເຈົ້າຂອງກິດຈະການເທື່ອລະກ້າວ ແລະ ຫັນເປັນອຸດສາຫະກໍາ ທັນສະໄໝ,ສາມາດແຂ່ງຂັນ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນ,ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ. ພັດທະນາລະບົບປະກັນສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ,ມີຄວາມຄ່ອງຕົວດ້ວຍການຫັນເປັນທັນສະໄໝ,ຮັບປະກັນຄວາມວ່ອງໄວ,ໂປ່ງໃສ,ຍຸຕິທໍາ ແລະ ຍືນຍົງ.ສືບຕໍ່ປະຕິບັດນະໂຍບາຍດ້ານສະຫວັດດີການຢ່າງຕັ້ງໜ້າ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພະນັກງານປະຕິວັດອະວຸໂສ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ,ພະນັກງານບໍານານ,ພະນັກງານເສຍອົງຄະ,ທະຫານຕໍາຫຼວດ,ຜູ້ມີຄຸນງາຄວາມດີຕໍ່ປະເທດຊາດໃຫ້ເໝາະສົມ ທົ່ວເຖິງ ຮັບປະກັນຄວາມໂປ່ງໃສ,ຖືກຕ້ອງ ແລະ ຍຸຕິທໍາ”
ບົນຈິດໃຈດັ່ງກ່າວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກໍານົດວິໄສທັດຮອດປີ 2030,ຍຸດທະສາດໄລຍະ 10 ປີ (2016-2025) ເຊິ່ງສະແດງອອກໂດຍສັງລວມດັ່ງນີ້:
–ວິໄສທັດ: ສ້າງແຮງງານມີຄຸນນະພາບ ແລະ ປະລິມານ ທີ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດແຮງງານ,ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ,ມີຄວາມໝັ້ນຄົງໃນການເຮັດວຽກ ແລະ ມີຄຸນນະພາບຊີວິດດີ.ພົນລະເມືອງທຸກຄົນມີຫຼັກຄໍ້າປະກັນດ້ານການປົກປ້ອງສັງຄົມພື້ນຖານທີ່ໝັ້ນຄົງ ໂດຍມີສ່ວນຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ.
-ຍຸດທະສາດພັດທະນາແຮງງານ ແລະ ສະຫວັດດີການສັງຄົມໄລຍະ 10 ປີ (2016-2025)
ທິດທາງລວມ ເພີ່ມທະວີການພັດທະນາກໍາລັງແຮງງານໃຫ້ມີຄວາມຮູ້ ຄວາມສາມາດ,ສີມື,ມີລະບຽບວິໄນການອອກແຮງງານທີ່ເຂັ້ມງວດ ໂດຍສອດຄ່ອງກັບການນໍາໃຊ້ທີ່ສົມສ່ວນຕາມໂຄງປະກອບເສດຖະກິດ,ສົ່ງເສີມການຈັດຫາງານທີ່ມີຄວາມສອດຄ່ອງກັບຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ມີທາງເລືອກຕາມຕ້ອງການຂອງຕະຫຼາດແຮງງານ ພ້ອມທັງສົ່ງເສີມການປະກອບອາຊີບອິດສະຫຼະຢ່າງກວ້າງຂວາງ,ເພີ່ມທະວີການປົກປ້ອງ-ຄຸ້ມຄອງແຮງງານ ໂດຍສ້າງສາຍພົວພັນແຮງງານທີ່ດີ,ກວດກາແຮງງານ,ສ້າງສະຫວັດດີການແຮງງານ,ຄວາມປອດໄພ,ສຸຂະພາບ ແລະ ສະພາບແວດລ້ອມໃນສະຖານທີ່ເຮັດວຽກ ເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ-ຜູ້້ອອກແຮງງານ ຕາມລະບຽບກົດໝາຍ.
ສ້າງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ສາມາດດັດສົມລະຫວ່າງຄວາມຕ້ອງການ ແລະ ການສະໜອງໂດຍສະເພາະແມ່ນກໍາລັງແຮງງານທີ່ເພີ່ມຂຶ້ນໃໝ່ປະມານ 817.300 ຄົນ (ສະເລ່ຍ 163.460 ຄົນ/ປີ) ເຂົ້າສູ່ຕະຫຼາດແຮງງານ,ເພີ່ມທະວີການພັດທະນາສີມືແຮງງານ ສ້າງມາດຕະຖານແຮງງານ ເຮັດການທົດສອບ ອອກໃບຢັ້ງຢືນຕາມມາດຕະຖານສີມືແຮງງານ ແລະ ຈັດການແຂ່ງຂັນສີມືແຮງງານໃຫ້ມີຄຸນະພາບ.
-ຜົນສໍາເລັດໃນໄລຍະກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາ ຮສສ 5 ປີ ຄັ້ງທີ IV (2016-2020) ໄລຍະ 2016 ຫາ 6 ເດືອນຕົ້ນປີ 2018.
ການພັດທະນາສີມືແຮງງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມໄດ້ສຸມໃສ່ສ້າງ-ປັບປຸງນິຕິກໍາເພື່ອຮອງຮັບໃຫ້ແກ່ການຂະຫຍາຍຕົວເສດຖະກິດ-ສັງຄົມຂອງປະເທດ ແລະ ການເຊື່ອງໂຍງອາຊຽນ,ປະສານສົມທົບກັບຂະແໜງການກ່ຽວຂ້ອງດຸ່ນດ່ຽງແຮງງານໃຫ້ມີຄວາມສອດຄ່ອງກັບຂະແໜງການເສດຖະກິດຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝເທື່ອລະກ້າວ ເຊິ່ງອັດຕາສ່ວນໂຄງປະກອບກໍາລັງແຮງງານໃນຂະແໜງການກະສິກໍາຫຼຸດລົງເປັນ 64,5% ໃນປີ 2017,ອຸດສາຫະກໍາກໍ່ສ້າງເພີ່ມຂຶ້ນເປັນ 11,8% ແລະ ບໍລິການເພີ່ມຂຶ້ນເປັນ 23,7%,ອັດຕາວ່າງງານຢູ່ລະດັບປະມານ 2%,ເຝິກແລະພັດທະນາສີມືແຮງງານໄດ້ທັງໝົດ 270.042 ຄົນ,ຍິງ 120.117 ຄົນ ເທົ່າກັບ 41,04% ຂອງແຜນການ 5 ປີ,ຮັບຮອງ 13 ສາຂາອາຊີບ ທີ່ຈະສ້າງເປັນມາດຕະຖານສີມືແຮງງານແຫ່ງຊາດ ໃນຂະແໜງກະສິກໍາ,ໃນນັ້ນໄດ້ສ້າງສໍາເລັດ 5 ສາຂາອາຊີບ ເທົ່າກັບ 20% ຂອງ 25 ສາຂາອາຊີບຕາມແຜນການ 5 ປີ,ໄດ້ທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດໃນ 3 ຂະແໜງຄື: ກໍ່ສ້າງ,ລົດຍົນ ແລະ ການໂຮງແຮມ ໄດ້ຈໍານວນ 5.309 ຄົນ,ຍິງ 1.7666 ຄົນ ເທົ່າກັບ 42,47% ຂອງແຜນການ 5 ປີ.
ການຈັດຫາງານ ໄດ້ເອົາໃຈໃສ່ຮ່ວມມືກັບປະເທດໃກ້ຄຽງ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ-ສາກົນ ຢ່າງຕໍ່ເນື່ອງ ຊຶ່ງມາຮອດປັດຈຸບັນໄດ້ມີບົດບັນທຶກຄວາມເຂົ້າໃຈຮ່ວມກັບ 3 ປະເທດຄື: ປະເທດໄທ ແມ່ນຫັນເອົາແຮງງານທີ່ໄປອອກແຮງງານຜິດກົດໝາຍໃຫ້ຖືກກົດໝາຍ, ປະເທດ ຍີ່ປຸ່ນ ຮັບຮອງເອົາແຮງງານລາວໄປເຮັດວຽກໃນຫົວໜ່ວຍແຮງງານຕ່າງໆ ແລະ ປະເທດ ສ.ເກົາຫລີ ຮັບແຮງງານລາວປີລະ 500 ຄົນ ໂດຍມີຂະແໜງກະສິກໍາ,ອຸດສາຫະກໍາ ແລະ ການບໍລິການ. ພ້ອມນີ້ຍັງສຸມໃສ່ຊຸກຍູ້-ສົ່ງເສີມ ແລະ ປະສານສົມທົບໃນການສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 371.935 ຄົນ,ຍິງ 151.885 ຄົນ ເທົ່າກັບ 51,93% ຂອງແຜນການ 5 ປີ ໃນນີ້ສະໜອງຕະຫຼາດແຮງງານພາຍໃນໄດ້ 219.989 ຄົນ,ຍິງ 68.846 ຄົນ. ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ 47.000 ກວ່າຄົນ,ຍິງ 7.000 ກວ່າຄົນ,ໄດ້ຂະຫຍາຍຈຸດບໍລິການຈັດຫາງານຈໍານວນ 4 ແຫ່ງ ເທົ່າກັບ 44,4% ຂອງ 9 ແຫ່ງຕາມແຜນການ 5 ປີ ແລະ ອະນຸມັດສ້າງຕັ້ງບໍລິສັດຈັດຫາງານໃໝ່ 13 ແຫ່ງ,ຈັດຕັ້ງປະຕິບັດໂຄງການສ້າງຍຸດທະສາດແຫ່ງຊາດ ສົ່ງເສີມການສ້າງວຽດເຮັດງານທໍາໃນຊົນນະບົດ ເພື່ອສ້າງໂອກາດມີວຽກເຮັດ ທີ່ມີຄຸນຄ່າ-ມີຜະລິດຕະພາບ ໃນຊົນນະບົດ ຢູ່ 2 ເມືອງຂອງແຂວງເຊກອງ ຊຶ່ງສາມາດເຝິກໄດ້ 296 ຄົນ,ຍິງ 71 ຄົນ ແລະ ສືບຕໍ່ຂະຫຍາຍໄປ 2 ເມືອງຂອງແຂວງສະຫວັນນະເຂດ.
-ວຽກງານຄຸ້ມຄອງແຮງງານ:ໄດ້ລົງກວດກາ,ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາດ້ານແຮງງານ 854 ຄັ້ງ ຕາມຫົວໜ່ວຍແຮງງານ 8.965 ແຫ່ງ ເທົ່າກັບ 71,72% ຂອງແຜນການ,ມີແຮງງານທັງໝົດ 202.800 ຄົນ,ຍິງ 80.602 ຄົນ ໃນນີ້ມີແຮງງານລາວ 151.936 ຄົນ.ພ້ອມນີ້ໄດ້ລົງຊຸກຍູ້ໃຫ້ຫົວໜ່ວຍແຮງງານທີ່ມີຜູ້ອອກແຮງງານແຕ່ 50 ຄົນຂຶ້ນໄປໃຫ້ມີສັນຍາແຮງງານ ໄດ້ 270 ຫົວໜ່ວຍ ເທົ່າກັບ 33,75% ຂອງແຜນການ.ຊຸກຍູ້ໃຫ້ຫົວໜ່ວຍແຮງງານທີ່ມີຜູ້ອອກແຮງງານແຕ່ 50 ຄົນຂຶ້ນໄປນໍາໃຊ້ກົົດລະບຽບພາຍໃນໃຫ້ຖືກຕ້ອງຕາມກົດໝາຍ 349 ແຫ່ງ ເທົ່າກັບ 43,63% ຂອງແຜນການ.
ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ ໄດ້ທັງໝົດ 42.434 ຄົນ,ຍິງ 11.7677 ຄົນ ໃນນີ້ປັບສະຖານະພາບ 15.936 ຄົນ ແລະ ຂໍເວລາຊໍາລະສະສາງ ຈໍານວນ 26.498 ຄົນ. ຊຶ່ງອອກບັດສ່ວນໃຫຍ່ແມ່ນ ສັນຊາດຫວຽດນາມກວມ 34.292 ຄົນ ເທົ່າກັບ 80,81% ຂອງແຮງງານຕ່າງປະເທດທັງໝົດ,ສັນຊາດຈີນ 6.265 ຄົນ ເທົ່າກັບ 14,76%,ສັນຊາດໄທ 1.659 ຄົນ ເທົ່າກັບ 3,91% ແລະ ສັນຊາດອື່ນ 218 ຄົນ ເທົ່າກັບ 0,51%.
-ວຽກງານປະກັນສັງຄົມ: ໄດ້ເພີ່ມທະວີຊຸກຍູ້-ປຸກລະດົມ ພາກລັດ,ວິສາຫະກິດ ແລະ ຜູ້ສະໝັກໃຈ ດ້ວຍຮູບການຕ່າງໆຢ່າງກວ້າງຂວາງ ຊຶ່ງໄດ້ຂະຫຍາຍຜູ້ປະກັນຕົນໃນຫົວໜ່ວຍວິສາຫະກິດທີ່ມີຜູ້ອອກແຮງງານ 5 ຄົນຂຶ້ນໄປໄດ້ 62.209 ຄົນ ເທົ່າກັບ 34,8% ຂອງແຜນການ,ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈໄດ້ 5.401 ຄົນ ເທົ່າກັບ 54,01%,ພະນັກງານລັດຖະກອນໃໝ່ 17.173 ຄົນ ສັງລວມມີຜູ້ປະກັນຕົນໃໝ່ທັງໝົດ 94.738 ຄົນ ແລະ ສະມາຊິກຄອບຄົວທີ່ເກີດສິດປິ່ນປົວໃໝ່ທັງໝົດ 105.092 ຄົນ,ຍິງ 58.707 ຄົນ,ອັດຕາການປົກຄຸມຂອງລະບົບປະກັນສັງຄົມມີທັງໝົດ 681.215 ຄົນ,ຍິງ 346.575 ຄົນ ໃນນີ້ ພາກລັດ 453.421 ຄົນ,ພາກວິສາຫະກິດ ແລະ ຜູ້ສະໝັກໃຈ 2277.694 ຄົນ, ສັງລວມອັດຕາການປົກຄຸມລະບົບປກັນສັງຄົມ ແລະ ລະບົບປະກັນສຸຂະພາບ ມີທັງໝົດ 6.038.104 ຄົນ ເທົ່າກັບ 87,30% ຂອງພົນລະເມືອງທົ່ວປະເທດ ໃນນີ້ມີຜູ້ປະກັນສຸຂະພາບ 4.996.070 ຄົນ.
-ວຽກງານປະຕິບັດນະໂຍບາຍ: ສາມາດປະຕິບັດນະໂຍບາຍສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຜົນງານ-ຄຸນງາມຄວາມດີຕໍ່ການປະຕິວັດໄດ້ທັງໝົດ 7.879 ຄົນ ເທົ່າກັບ 24,47% ຂອງແຜນການໂດຍນໍາໃຊ້ງົບປະມານທັງໝົດ 131.356.033.175 ກີບ.
–ສິ່ງທ້າທາຍຕໍ່ກັບວຽກງານການພັດທະນາສີມືແຮງງານ ແລະ ຈັດຫາງານ?
ຄຽງຄູ່ກັບຜົນສໍາເລັດທີ່ກ່າວມາແລ້ວນັ້ນ ການພັດທະນາສີມືແຮງງານ ແລະ ຈັດຫາງານ ຢູ່ ສປປ ລາວ ເຮົາກໍຍັງທ້າທາຍຫຼາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າເຊັ່ນ: 1- ການຈັດຕັ້ງປະຕິບັດເນື້ອໃນກົດໝາຍວ່າດ້ວຍແຮງງານ ຂອງຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ກ່ຽວກັບການສ້າງແຜນຄວາມຕ້ອງການແຮງງານແຕ່ລະສາຂາອາຊີບ ສົ່ງໃຫ້ອົງການຄຸ້ມຄອງແຮງງານ ເພື່ອວາງແຜນການສະໜອງແຮງງານໃນແຕ່ລະໄລຍະ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ. 2- ການສ້າງລະບົບຖານຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອດັດສົມມະຫາພາກລະຫວ່າງຄວາມຕ້ອງການ ແລະ ການສະໜອງແຮງງານຕາມໂຄງປະກອບເສດຖະກິດ ເພື່ອເປັນຕົວເຊື່ອມສານດ້ານຂໍ້ມູນຂ່າວສານຕະຫຼາດແຮງງານຍັງບໍ່ທັນເຂັ້ມແຂງ. ກົນໄກຄຸ້ມຄອງການພັດທະນາສີມືແຮງງານ ຍັງບໍ່ທັນເປັນລະບົບ ແລະ ບໍ່ທັນເປັນເອກະພາບ. 3- ບັນດາວິສາຫະກິດບໍລິການຈັດຫາງານທີ່ມີ ຍັງບໍ່ໄດ້ປະຕິບັດພາລະບົດບາດໃນການຈັດຫາງານຢ່າງແຂງແຮງ. ການປະຕິບັດບົດບັນທຶກຄວາມເຂົ້າໃຈຮ່ວມກັບປະເທດໃກ້ຄຽງ ຍັງເຮັດບໍ່ທັນໄດ້ດີ ໂດຍສະເພາະບໍ່ສາມາດຈັດສົ່ງແຮງງານໃຫ້ສັນຍາ ຕາມແຜນການທີ່ກໍານົດໄວ້. 4- ການສົ່ງເສີມສາຍພົວພັນແຮງງານ ຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ ໂດຍສະເພາະການສ້າງເງື່ອນໄຂການອອກແຮງງານ ເປັນຕົ້ນ: ສັນຍາແຮງງານ,ຄ່າແຮງງານ,ສະຫວັດດີການແຮງງານ,ຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ຍັງບໍ່ທັນມີຄວາມຄ່ອງຕົວ. 5- ການຂະຫຍາຍອັດຕາສ່ວນເຂົ້າສູ່ປະກັນສັງຄົມ ຕາມລະບົບຫົວໜ່ວຍແຮງງານ ຍັງບໍ່ທັນກ້ວາງຂວາງ ແລະ ຂະຫຍາຍຕົວຊ້າ ໂດຍມີທະນາຄານຂອງລັດ,ຫົວໜ່ວຍແຮງງານ ແລະ ຜູ້ອອກແຮງງານຈໍານວນຫຼາຍ ຍັງບໍ່ທັນເຂົ້າສູ່ລະບົບປະກັນສັງຄົມ ຊຶ່ງຍັງບໍ່ທັນປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງກັບວຽກປະກັນສັງຄົມ.
ເພື່ອເຮັດໃຫ້ສິ່ງທ້າທາຍເຫຼົ່ານີ້ໝົດໄປບໍ່ພຽງແຕ່ທາງມະຫາພາກ ແລະ ໜ່ວຍງານທີ່ກ່ຽວຂ້ອງຈະພ້ອມກັນແກ້ໄຂເທົ່ານັ້ນ ມັນຍັງຈະຕ້ອງມີສ່ວນຮ່ວມຈາກສັງຄົມ ໂດຍສະເພາະແມ່ນຜູ້ໃຊ້ແຮງງານ ດັ່ງນັ້ນໃນໂອກາດນີ້ ຂ້າພະເຈົ້າຂໍຝາກເຖິງຊາວຜູ້ອອກແຮງງານໃນທົ່ວປະເທດ ຕ້ອງເປັນເຈົ້າການໃນການຄົ້ນຄວ້າ ຮໍ່າຮຽນ ແລະ ພັດທະນາສີມືແຮງງານ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ສີມື ທັດສະນະຄະຕິການອອກແຮງງານ ແນໃສ່ຫັນໄປສູ່ການອອກແຮງງານແບບອຸດສາຫະກໍາ ແລະ ທັນສະໄໝ. ສິ່ງສໍາຄັນຕ້ອງມີນິດໄສອອກແຮງງານແບບອຸດສາຫະກໍາ, ມີລະບຽບວິໄນ, ມີຄວາມອົດທົນ, ພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດແຂ່ງຂັນ ບໍ່ໃຫ້ແຮງງານຕ່າງປະເທດເຂົ້າມາຍາດວຽກເຮັດງານທໍາ ຫຼື ປະກອບອາຊີບໃນປະເທດເຮົາ. ອີກຢ່າງໜຶ່ງ ຂໍຝາກເຖິງ ນັກຮຽນ-ນັກສຶກສາ ທີ່ພວມຈະເລືອກວິຊາຮຽນ ແມ່ນໃຫ້ຄໍານຶງເຖິງການປະກອບອາຊີບ ແລະ ການຕອບຮັບຂອງຕະຫຼາດແຮງງານ ບໍ່ແມ່ນຈະຮຽນຕາມກະແສສັງຄົມ,ຕາມຂະບວນໝູ່ຄູ່, ຕາມໃຈຄອບຄົວ.
-ສິ່ງທ້າທາຍຕໍ່ວຽກງານການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ?
ຜ່ານການປະຕິບັດໜ້າທີ່ ແລະ ການປະສານສົມທົບກັນກັບກະຊວງ ປກສ ຕາມຄໍາສັ່ງຂອງລັດຖະບານເລກທີ 62/ນຍລົງວັນທີ 13 ພະຈິກ 2015 ເປັນຕົ້ນມາ ສາມາດເຫັນໄດ້ຫຼານສິ່ງທ້າທາຍ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ດັ່ງນີ້: 1- ຄວາມເປັນເຈົ້າການຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລັດ,ການມີສ່ວນຮ່ວມຂອງອົງການປົກຄອງທ້ອງຖິ່ນໃນການນໍາເອົາກົດໝາຍ-ລະບຽບການໄປບັງຄັບໃຊ້ຍັງບໍ່ໄດ້ດີ,ຍັງຖືເບົາຕໍ່ຜົນປະໂຫຍດສ່ວນລວມ ເປັນຕົ້ນຍັງມີການອອກທະບຽນການຄ້າຊົ່ວຄາວໃຫ້ຄົນຕ່າງປະເທດທີ່ບໍ່ຄົບເງື່ອນໄຂ ແລະ ຍັງມີການເກັບຄ່າທໍານຽມແບບບໍ່ຖືກຕ້ອງ, ມີການອອກບັດອະນຸຍາດເຮັດວຽກ,ອະນຸຍາດພັກເຊົາ ແບບບໍ່ຖືກຕາມຂັ້ນຕອນຂອງກົດໝາຍ. 2- ປະຊາຊົນ,ຊາວຄ້າຂາຍ,ນັກທຸລະກິດຈໍານວນໜຶ່ງ ອໍານວຍຄວາມສະດວກໃຫ້ຄົນຕ່າງປະເທດເຄື່ອນໄຫວໄດ້ ເຊັ່ນ: ໃຫ້ເຊົ່າສະຖານທີ່ເພື່ອປະກອບອາຊີບ ລວມເຖິງໃຫ້ເຊົ່າທະບຽນວິສາຫະກິດຂອງຕົນເອງ. 3- ຫົວໜ່ວຍແຮງງານ ໂຄງການຂະໜາດໃຫຍ່ ລວມທັງເຂດເສດຖະກິດພິເສດ ບາງບ່ອນຍັງບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ຂອງລັດ ເພື່ອດໍາເນີນການແກ້ໄຂບັນຫາ.
–ການປົກປ້ອງແຮງງານແມ່ຍິງ ແລະ ການຄຸ້ມຄອງແມ່ຍິງບໍ່ໃຫ້ຕົກເປັນເຫຍື່ອຂອງສັງຄົມ?
ກະຊວງໄດ້ປະຕິບັດການຊ່ວຍເຫຼືອສັງຄົມ ໂດຍອີງຕາມດໍາລັດວ່າດ້ວຍສັງຄົມສົງເຄາະ ເລກທີ 169/ລບ,ເດືອນມີນາ 2019 ນີ້ ເປັນເດືອນແຫ່ງການສະເຫຼີມສະຫຼອງ ແລະ ການຄຸ້ມຄອງແມ່ຍິງ ບໍ່ໃຫ້ຕົກເປັນເຫຍື່ອຂອງສັງຄົມ ຊຶ່ງປີ 2018 ຜ່ານມາ ທາງກະຊວງໄດ້ເອົາໃຈໃສ່ໂຄສະນາກ່ຽວກັບການເຄື່ອນຍ້າຍແບບປອດໄພ,ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການເຄື່ອນຍ້າຍຮູບແບບການແຕ່ງດອງ ຈໍານວນ 12 ຄັ້ງ ໃນແຂວງຫຼວງພະບາງ,ຫຼວງນໍ້າທາ,ອຸດົມໄຊ,ຊຽງຂວາງ,ຫົວພັນ,ໄຊຍະບູລີ,ສະຫວັນນະເຂດ ລວມທັງໝົດ 17 ເມືອງ,190 ບ້ານ. ສາມາດຂະຫຍາຍບ້ານຕາໜ່າງປົກປ້ອງເດັກ ໄດ້ 623 ບ້ານ ໃນຂອບເຂດທົ່ວປະເທດສໍາເລັດ 78% ຂອງແຜນການ.
–ການນໍາໃຊ້ບັດປະກັນສັງຄົມເຂົ້າໃນການບໍລິການ ປິ່ນປົວສຸຂະພາບ?
ກະຊວງ ຂໍຊີ້ແຈງກ່ຽວກັບການປັບປຸງຄຸນນະພາບການບໍລິການປິ່ນປົວສຸຂະພາບ ຕາມນະໂຍບາຍປະກັນສັງຄົມ ແມ່ນນໍາໃຊ້ລະບົບການປິ່ນປົວແບບມອບເໝົາ ໂດຍການຈ່າຍເງິນໃຫ້ໂຮງໝໍລ່ວງໜ້າ ຊຶ່ງການນໍາໃຊ້ລະບົບຈ່າຍແບບນີ້ແມ່ນເຫັນວ່າ: ຍັງມີຈຸດອ່ອນໂດຍສະເພາະແມ່ນໂຮງໝໍພະຍາຍາມຄວບຄຸມລາຍຈ່າຍໃນການປິ່ນປົວ ຊຶ່ງເປັນສາເຫດໃຫ້ມີຫາງສຽງຈົ່ມວ່າຄຸນນະພາບການປິ່ນປົວຕໍ່າ. ຜ່ານມາທາງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງກະຊວງສາທາລະນະສຸກ ໂດຍສະເພາະແມ່ນກົມປິ່ນປົວ,ຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ບັນດາໂຮງໝໍຄູ່ສັນຍາເພື່ອປະຊຸມຫາຊ່ອງທາງໃນປັບປຸງ,ແກ້ໄຂບັນຫາຕ່າງໆຫຼາຍຄັ້ງ ພ້ອມທັງຈະມີການສຶກສາຕົ້ນທຶນການປິ່ນປົວຄືນໃໝ່ເພື່ອໃຫ້ເໝາະສົມ ແລະ ໃນອະນາຄົດ ບັນຫາຕ່າງໆຈະຖືກແກ້ໄຂ ປັບປຸງໃຫ້ແທດເໝາະກັບສະພາບການພັດທະນາ ທາງດ້ານເຕັກນິກການປິ່ນປົວ ໃນແຕ່ລະໄລຍະ.
(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງທີ່ເປັນສະມາຊິກ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)