ວິໄສທັດຂອງລັດຖະບານ ແຕ່ນີ້ຮອດປີ 2030 ຄື ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7.351 ໂດລາ

ວິ­ໄສ ທັດການພັດ­ທະ­ນາແຕ່ນີ້ຮອດປີ 2030 ໄດ້ກຳ­ນົດແຈ້ງ ຕ້ອງສືບ­ຕໍ່ຮັບ­ປະ­ກັນໃຫ້ປະ­ເທດເຮົາມີສະ­ຖຽນລະພາບທາງດ້ານ ການ­ເມືອງທີ່ໝັ້ນ­ຄົງ ແລະ ມີຄວາມສະຫງົບປອດໄພ ທາງດ້ານສັງ­ຄົມຢ່າງໜັກແໜ້ນ, ມີຂະ­ໜາດເສດຖະ­ກິດ ຫຼື ​​ລວມຍອດມູນຄ່າຂອງ ຜະ­ລິດຕະພັນພາຍໃນ ຫຼື ຈີດີພີ (GDP) ຫຼາຍກວ່າປີ 2015 ເຖິງ 4 ເທົ່າກວ່າ. ໃນປີ 2014-2015 ປະ­ມານ 102.320 ຕື້ກີບ ຫຼື 12,8 ຕື້ໂດລາສະ­ຫະ­ລັດ, ລາຍໄດ້ສະ­ເລ່ຍຕໍ່ຫົວຄົນບັນ­ລຸ 15,8 ລ້ານກີບ ຫຼືປະ­ມານ 1.970 ໂດລາ, ຮອດປີ 2030 ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ບັນ­ ລຸໄດ້  7.351 ໂດລາ. ການພັດ­ທະ ນາແບບຍືນຍົງໄດ້ເຂົ້າສູ່ລວງເລິກ, ເສດ­ຖະ­ກິດ ມີການເຕີບໂຕທີ່​​ໝັ້ນທ່ຽງ, ໜັກແໜ້ນ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ.

ເມື່ອຮອດປີ 2030 ໃຫ້ເປັນປະ ເທດມີລາຍຮັບ ປານກາງ​-ສູງ ແລະ ບັນ­ລຸບັນ­ດາເປົ້າໝາຍການພັດທະນາແບບຍືນຍົງ ໂດຍພື້ນ­ຖານ, ມີຄວາມສາ­ມາດເປັນເຈົ້າຕົນເອງ ທາງດ້ານການເງິນຢ່າງໜັກແໜ້ນ. ລະ­ບົບການເງິນ​​ເງິນ­ຕາທັນສະ ໄໝ, ມີປະ­ສິດ­ທິ­ພາບ, ສະ­ດວກຄ່ອງຕົວ ແລະ ເອື້ອອຳ­ນວຍໃຫ້ແກ່ການບໍ­ລິ­ການດ້ານການເງິນ, ການລົງທຶນ ແລະ ການຜະລິດ​​ທຸ­ລະກິດ. ເສດຖະ­ກິດຕະ­ຫຼາດຕາມທິດສັງ­ຄົມນິ­ຍົມ ໄດ້ຮັບການພັດ­ທະ­ນາຢ່າງເປັນລະ­ບົບ, ບັນ­ດາພາກ­ສ່ວນເສດ­ຖະ­ກິດເປັນກຳ­ລັງແຮງໃຫ້ແກ່ເສດ­ຖະ­ກິດແຫ່ງຊາດ ມີຄວາມໜັກແໜ້ນ, ມີລະ­ບົບໂຄງລ່າງພື້ນ­ຖານເສດ­ຖະ­ກິດທີ່ເຂັ້ມແຂງ. ສ້າງໄດ້ໂຄງປະ­ກອບເສດ­ຖະ­ກິດທີ່ຖືເອົາກະ­ສິ­ກຳຕິດແໜ້ນກັບ ອຸດ­ສາ­ຫະກຳ ແລະ ການບໍ­ລິ­ການ. ການພັດທະ­ ນາເຂດແຄວ້ນໄດ້ຮັບການເອົາໃຈ ໃສ່, ເຮັດໃຫ້ຄວາມແຕກຕ່າງກັນຂອງການພັດ­ທະ­ນາ ຫລຸດ ລົງຢ່າງຈະ­ແຈ້ງ, ສາ­ມາດປົກປັກຮັກ­ສາສິ່ງ­ແວດ­ລ້ອມ ແລະ ນຳໃຊ້ຊັບ­ພະ ຍາ­ກອນທຳມະຊາດໄດ້ຢ່າງມີປະ ສິດ​​ທິຜົນ. ເສດ​​ຖະກິດ ພັດ­ທະ­ນາໄປຕາມທິດເສດ­ຖະ­ກິດພູມປັນ­ຍາ, ຫັນເປັນອຸດ­ສາ­ຫະ­ກຳ ແລະ ທັນສະ­ໄໝ ຕາມທິດສີ­ຂຽວ ແລະ ເປັນມິດຕໍ່ ສິ່ງແວດລ້ອມ. ປະ­ຊາ­ຊົນໂດຍສ່ວນໃຫຍ່ມີຊີ​​ວດການເປັນຢູ່ທີ່ດີ ແລະ ມີຄວາມຜາສຸກ, ຄຸນ­ຄ່າມູນ­ເຊື້ອວັດທະນະ​​ທໍາທີ່ເປັນ ເອ­ກະ­ລັກທີ່ດີ­ງາມຂອງຊາດ ແລະ ຂອງແຕ່ລະເຜົ່າໄດ້ຮັບການປົກປັກຮັກ­ສາ, ເສີມຂະ­ຫຍາຍ ແລະ ພັດ­ທະ­ນາໃຫ້ອຸ­ດົມ­ສົມ­ບູນ ຮັ່ງ­ມີຍິ່ງຂຶ້ນ.

ການ ພັດ­ທະ­ນາຄວາມສົມດຸນລະ­ຫວ່າງການພັດ­ທະ­ນາເສດ­ຖະກິດ ກັບການພັດ­ທະ­ນາວັດ­ທະ­ນະທຳ​​ສັງ­ຄົມ ແລະ ການປົກປັກຮັກ ສາສິ່ງ­ແວດ­ລ້ອມ ຕາມທິດເຕີບໂຕສີ­ຂຽວ ແລະ ມີຄວາມຍືນຍົງ. ລັກ ສະ­ນະລັດປະ­ຊາ­ທິ­ປະ­ໄຕປະ­ຊາ­ຊົນ ໂດຍປະ­ຊາ­ຊົນ ແລະ ເພື່ອປະ­ຊາ­ຊົນ ສະ­ແດງອອກຢ່າງຈະ­ແຈ້ງ, ລະ­ບົບການປົກ­ຄອງ ໄດ້ຮັບການບູ­ລະ­ນະ ໄປຕາມທິດເສີມ ສ້າງຄວາມສາມາດຂອງການຄຸ້ມຄອງມະ­ຫາພາກຂອງສູນກາງ ແລະ ຄວາມເປັນເຈົ້າ ການຂອງທ້ອງ­ຖິ່ນຮາຖານ. ສິດ ທິຂອງ ພົນ­ລະ­ເມືອງ ມີການຮັບປະ­ ກັນດ້ວຍການຄຸ້ມຄອງລັດຕາມກົດ ­ໝາຍທີ່ສັກ­ສິດ, ປະ­ຊາ­ຊົນບັນ­ດາ ເຜົ່າມີຄວາມສາ­ມັກ­ຄີປອງດອງເປັນປຶກແຜ່ນ, ສັງ­ຄົມມີປະຊາ ­ທິປະ ­ໄຕ, ມີຄວາມຍຸ­ຕິທຳ ແລະ ສີວິໄລ. ຊັບ­ພະ­ຍາ­ກອນມະ­ນຸດ ໄດ້ຮັບການພັດທະນາໃກ້ຄຽງກັບພາກພື້ນ ແລະ ສາ­ກົນ, ເປັນກຳ­ລັງແຮງການ ຜະ­ລິດທີ່ເຂັ້ມ­ແຂງ, ຕອບສະໜອງໄດ້ຕາມຄວາມຮຽກ­ຮ້ອງຕ້ອງ ການຂອງການພັດ­ທະ­ນາເສດ​​ຖະກິດ​​ສັງ­ຄົມແຫ່ງຊາດຫລາຍຂຶ້ນ. ພ້ອມດຽວກັນນັ້ນ ກໍ່ໃຫ້ສາ­ມາດເຊື່ອມໂຍງ ແລະ ເຊື່ອມຈອດຢ່າງກວ້າງ­ຂວາງກັບພາກພື້ນ ແລະ ສາ­ ກົນ ແລະ ຄວາມສາ­ມາດແກ້ງແຍ້ງ ແຂ່ງ­ຂັນໃນດ້ານຕ່າງໆກັບພາຍ ນອກຫລາຍຂຶ້ນ ເມື່ອຮອດປີ 2030.

ຢາກກ້າວ ເຖິງຈຸດນັ້ນໄດ້, ພວກເຮົາຕ້ອງສ້າງທ່າກ້າວໃໝ່ ໃນທຸກຂົງ­ເຂດວຽກງານນັບແຕ່ດຽວ­ນີ້ໄປ ເພື່ອພ້ອມກັນບຸກ ທະ­ລຸທັງສີ່ດ້ານ ໃຫ້­ການພັດ­ທະ­ນາດ້ານຕ່າງໆມີຜົນ­ ສຳ­ເລັດໃໝ່, ດ້ວຍຄຸນນະພາບອັນໃໝ່, ເດັດ­ຂາດຕີຖອຍບັນ­ດາອຸ­ປະ ສັກ, ຈຸດອ່ອນຂໍ້ບົກ­ພ່ອງ ໃຫ້ຕົກໄປ.

ທີ່ມາ: ຂ່າວສານປະເທດລາວ.

 

Comments