
ຈາກການສຳຫຼວດການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າພົບວ່າ ຄົນລາວທີ່ມີອາຍຸ 15 ປີຂຶ້ນໄປ ມີອັດຕາການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າສູງ ສະເລ່ຍຜູ້ລະ 15 ລິດຕໍ່ຄົນ/ປີ. ຖ້າສະເລ່ຍໃສ່ແຕ່ລະຫົວຄົນ ພົບວ່າ ແຕ່ລະປີຄົນລາວບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ (ເຫຼົ້າຂາວ) ຜູ້ລະ 7,3 ລິດ ຊຶ່ງສູງກວ່າໝູ່ໃນອາຊຽນ.

ດ້ວຍເຫດນີ້, ທາງກະຊວງສາທາລະນະສຸກ ຈິ່ງເຫັນໄດ້ ຜົນອັນຕະລາຍ ຂອງພຶດຕິກໍາການບໍລິໂພກ ສິ່ງມືນເມົາຂອງຄົນລາວ ທີ່ເຫັນວ່າ ໜ້າເປັນຫ່ວງ ແລະ ຜົນຂອງການບໍລິໂພກດັ່ງກ່າວ ໄດ້ເຮັດໃຫ້ຄົນລາວ ສຸຂະພາບ ຊຸດໂຊມ ກ່ອນໄວອັນຄວນ. ເຮັດໃຫ້ບຸກຄົນ, ຄອບຄົວ ແລະ ສັງຄົມ ຕ້ອງແບກຫາບ ພາລະໃນການປິ່ນປົວ ຄົນເຈັບ ທີ່ໄດ້ຮັບຜົນມາຈາກ ການດຶ່ມສິ່ງມືນເມົາ.

ດ້ວຍເຫດນີ້ ແຈ້ງການ ໃຫ້ຍົກເລີກການໂຄສະນາເຄື່ອງດຶ່ມທີ່ມີທາດເຫຼົ້າ ທຸກຊະນິດ ຖືເປັນມາດຕະການທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອໃຫ້ຄົນລາວທຸກຄົນ ເຂົ້າໃຈ ແລະ ຕ້ອງໄດ້ຫຼຸດຜ່ອນ ການດຶ່ມສິ່ງມືນເມົາ, ພ້ອມດຽວກັນນັ້ນ ຜູ່ປະກອບການ ບໍ່ວ່າຜູ່ຜະລິດ, ນໍາເຂົ້າ ສິນຄ້າ ທີມີທາດເຫຼົ້າ ຕ້ອງມີສ່ວນຮັບຜິດຊອບ ແລະ ຕ້ອງປະຕິບັດຕາມກົດໝາຍຂອງບ້ານເມືອງ, ຫາກບຸກຄົນໃດຝ່າຝືນ ກໍ່ຕ້ອງຖືກລົງໂທດຕາມກົດໝາຍ.

ສໍາຄັນທີ່ສຸດ ຄອບຄົວ ຕ້ອງເປັນເຈົ້າການ, ພໍ່ແມ່ຜູ່ປົກຄອງ ຕ້ອງເປັນແບບຢ່າງທີ່ດີ, ຕ້ອງຕື່ນຕົວ ແລະ ປົກປ້ອງ ລູກຫຼານຂອງທ່ານ. ຢ່າບອກແຕ່ຄໍາເວົ້າ ຕ້ອງປະພຶດຕົນໃຫ້ ລູກຫຼານຂອງທ່ານໄດ້ເຫັນ ວ່າການດຶ່ມສີິ່ງມືນເມົາ ມັນບໍ່ດີ, ບໍ່ແມ່ນຕົນເອງ ຍັງມີພຶດຕິກໍາຊຸມແຊວ ມືນເມົາ ແລ້ວບອກເດັກນ້ອຍ ວ່າເຫຼົ້າເບຍມັນບໍ່ດີ, ແນ່ນອນ ເຂົາຈະບໍ່ເຊື່ອເດັດຂາດ.
ຖ້າຊັກຊ້າ ອາດມີຜົນຮ້າຍແຮງ ຫາກທຸກຄົນໃນສັງຄົມ ບໍ່ພ້ອມໃຈກັນ, ສຸຂະພາບເປັນຂອງທຸກຄົນ ສະນັ້ນ ຕ້ອງຮັກສາໃຫ້ແຂງແຮງ.
ຂ່າວ: ຊາຍຄົນເດີມ