ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ ສະແດງຄວາມຊົມເຊີຍ ແລະ ເຫັນດີປະຕິບັດຕາມແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດຕິດຕັ້ງປ້າຍໂຄສະນາຢູ່ຕາມາສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆທີ່ເປັນການຊັກຊວນໃຫ້ມີການດື່ມ ໂດຍໄດ້ຢືນຢັນວ່າຈະດັດແກ້ ແລະ ປັບປຸງການໂຄສະນາຕ່າງໆກ່ຽວກັບຜະລິດຕະພັນຂອງບໍລິສັດ ເບຍລາວ ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ກຳນົດເວລາ, ຂະໜາດ ແລະ ອື່ນໆຄືນໃໝ່ ເພື່ອຫຼີກລ້ຽງການໂຄສະນາ ຫຼື ຊັກຊວນໃຫ້ມີການດື່ມຫຼາຍເກີນໄປ.
ພ້ອມດຽວກັນນັ້ນ ກໍເຫັນດີ ແລະ ນ້ອມຮັບກ່ຽວກັບປະເດັນ (ສາວເຊຍເບຍ), ຊຶ່ງຫາກເຫັນວ່າຍັງເປັນຜົນປະໂຫຍດຢູ່, ເປັນການສ້າງວຽກເຮັດງານທໍາ (ຫຼາຍຄົນຮຽນຈົບຍ້ອນ, ບາງຄົນກໍສາມາດເປັນເສົາຂອງຄອບຄົວ) ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວບ້ານເຮົາຫຼາຍຂຶ້ນ ກໍຈະປັບປຸງຮູບແບບ ໂດຍບໍ່ໃຫ້ໂລດຜົນເກີນໄປ ແລະ ໃຫ້ສອດຄ່ອງກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາ, ແຕ່ຖ້າຫາກວ່າ ແນວໃດກໍໃຫ້ຢຸດ ກໍໄດ້ນ້ອມຮັບ ແລະ ປະຕິບັດຕາມ.
ປັດຈຸບັນ ມີສາວເຊຍເບຍທົ່ວປະເທດ 1.000 ກວ່າຄົນ.
ຂ່າວ: ຊາຍຄົນເດີມ
ທີ່ມາ: ຂ່າວສານປະເທດລາວ