?ແຈ້ງການນໍ້າປະປາບໍ່ສະດວກແລະພຽງພໍຕໍ່ການນຳໃຊ້
ພາຍໃນຂອບເຂດເມືອງໄຊຖານີ, ໄຊເສດຖາ, ຈັນທະບູລີ
ໃນຄໍ່າຄືນວັນທີ 29 ເມສາ 19 ເນື່ອງຈາກມີຝົນຕົກ ⛈ ລົມແຮງ ?ເປັນສາເຫດໃຫ້ໄຟຟ້າຕົກ, ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດດຳເນີນການຜະລິດໄດ້ຢ່າງເຕັມສ່ວນ ຈຶ່ງສົ່ງຜົນໃຫ້ການບໍລິການ ແລະ ສະໜອງນໍ້າປະປາ ບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການໃນໄລຍະດັ່ງກ່າວນີ້, ເມື່ອກະແສໄຟຟ້າເຂົ້າໂຮງງານໄດ້ຕາມມາດຕະຖານ ຈຶ່ງຈະສາມາດຜະລິດ ບໍລິການ ແລະ ສະໜອງນໍ້າປະປາໄດ້ຢ່າງເປັນປົກກະຕິ
ດັ່ງນັ້ນຈຶ່ງຂໍອາໄພທ່ານລູກຄ້າທຸກໆທ່ານມານະທີ່ນີ້ດ້ວຍ ຂໍຂອບໃຈ
ສອບຖາມເພີ້ມເຕີມສາຍດ່ວນ: 1169 ☎️