ຄະນະຈັດຕັ້ງສູນກາງພັກ ລົງວິໄນພະນັກງານຂັ້ນສູງ ແຂວງວຽງຈັນ 7 ຄົນ 

ຄະນະຈັດຕັ້ງສູນກາງພັກ ແຈ້ງການ ເລກທີ 48/ຄຈສພ ລົງວັນທີ 22/2/2019 ເຖິງຄະນະປະຈຳພັກແຂວງວຽງຈັນ ເລື່ອງ: ຈັດຕັ້ງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກແຂວງວຽງຈັນ ຈຳນວນ 7 ຄົນ

ຄະນະຈັດຕັ້ງສູນກາງພັກຖືເປັນກຽດແຈ້ງມາຍັງຄະນະປະຈຳພັກແຂວງວຽງຈັນ ໃຫ້ຈັດສັນເວລາປະຊຸມຄົບຄະນະບໍລິຫານງານພັກແຂວງ ແລ້ວແຈ້ງໃຫ້ໜ່ວຍງານສະເພາະກິດ ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ທີ່ກ່າວມາຂ້າງເທິງນັ້ນ ເພື່ອເຂົ້າຮ່ວມຕິດຕາມ ແລະ ຜ່ານມະຕິຕົກລົງວ່າດ້ວຍການລົງວິໄນຕໍ່ພະນັກງານລັກຂັ້ນສູນກາງຄຸ້ມຄອງນຳພາຢູ່ໃນອົງຄະນະພັກແຂວງຂອງຕົນ ມອບໃຫ້ສະຫາຍເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເປັນເຈົ້າການເຮັດວຽກງານນຳພາແນວຄິດຕໍ່ບັນຫາດັ່ງກ່າວ.

ລາຍຊື່ເປົ້າໝາຍທີ່ຈະປະກາດວິໄນມີດັ່ງນີ້:

1. ສະຫາຍນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ

2. ສະຫາຍດາວເຮືອງ ນັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າພະແນກການເງິນແຂວງ

3. ສະຫາຍ ບຸນມີພຸດທະວົງ ອາດີດ ຮອງເຈົ້າແຂວງໆວຽງຈັນ ປັດຈຸບັນເປັນຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ

4. ສະຫາຍ ວິລັດ ສີສຸວົງ ອາດີດຫົວໜ້າຫ້ອງວ່າການແຂວງ ປັດຈຸບັນເປັນກຳມະການປະຈຳພັກແຂວງ, ປະທານ ກວດກາພັກ-ລັດແຂວງ

5. ສະຫາຍ ພູວອນ ບຸນວິໄລ ອາດີດຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ປັດຈຸບັນເປັນກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ

6. ສະຫາຍ ເສດໄຊ ວິໄລໄຟ ອາດີດຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ປັດຈຸບັນເປັນກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມ

7. ສະຫາຍ ສຸກັນ ວິໄລລັດ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງວຽງຈັນ

 

Comments