ໜ່ວຍກູ້ໄພນະຄອນຫລວງ1624ເຂົ້າຮ່ວມການແຂ່ງຂັນກູ້ຊີບ-ກູ້ໄພໄດ້ຮັບລາງວັນທີ1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນສະນະເລີດຈາກໂຮງໜໍຣາດຊະວິທິປະເທດໄທ
ໃນວັນທີ31 ມັງກອນ 2019 ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ເຮົາໄດ້ສົ່ງອາສາສະໝັກໄປຮ່ວມການເຝິກອົບຮົມ ”ຫຼັກສູດການປະຖົມພະຍາບານຂັ້ນ EMT-B” ທີ່ໂຮງໝໍຣາຊະວິຖີ ບາງກອກ ປະເທດໄທ ເຊີ່ງໄດ້ຈັດຂຶ້ນມາທຸກໆປີ ແລະ ປີນີ້ກົງກັບລຸ້ນທີ 21 ຂອງການເປີດສອນຫຼັກສູດ EMT-B ເຊີ່ງທາງປະເທດໄທ ໄດ້ເຊີນມາຍັງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ຂອງພວກເຮົາໃຫ້ສົ່ງອາສາເຂົ້າຮ່ວມ ເປັນຈຳນວນ 2 ຄົນ: ທ້າວ ສຸລິຍາ ສິງຫາວົງ ແລະ ທ້າວ ສັງທອງ ຂຸນຈຳລົງ
ເຊີ່ງໄດ້ເລີ່ມເຂົ້າຮ່ວມການເຝີກອົບຮົມຫຼັກສູດ ດັ້ງກ່າວ ຕັ້ງແຕ່ວັນທີ 2 ກຸມພາ ຫາ ວັນທີ 4 ມີນາ 2019 ເປັນເວລາ 1 ເດືອນ ແລະ ທັງ 2 ຄົນ ກໍໄດ້ເຂົ້າຮ່ວມການແຂ່ງຂັນກິດຈະກຳຂອງການເຝີກອົບຮົມ ຈົນສາມາດຍາດໄດ້ການແຂ່ງຂັນກູ້ຊີບ-ກູ້ໄພ ໄດ້ຮັບລາງວັນທີ 1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນລາງວັນສະນະເລີດຈາກໂຮງໝໍຣາຊະວິຖີ ແລະ ຍັງໄດ້ເຂົ້າຮ່ວມທີມເຕາະບານຂອງທີມເຝີກອົບຮົມໄດ້ຮັບລາງ 3 ອີກດ້ວຍ.
ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ;
THE ASSOCIATION OF VOLUNTARY RESCUE VIENTIANE.
ເລກບັນຊີ: LAK010120000993902001.
ເບີໂທຕິດຕໍ່ 020 2244 1624.
ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ