ກຽມຮັບມື ທັງຝົນ ທັງໜາວໃນວັນທີ 12-13 ກຸມພານີ້ ໃນເຂດພາກເໜືອ

ໃນໄລຍະວັນທີ 11- 13 ກຸມພາ 2019 ຄວາມກົດດັນຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດເຢັນ ພ້ອມມີໝອກບາງປົກຫຸມຢູ່ທົ່ວໄປໃນແຕ່ລະພາກໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸມຢູ່ບາງທ້ອງຖິ່ນ.

ຈາກນັ້ນວັນທີ 14 ຫາ 17 ກຸມພາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະອ່ອນກຳລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ ອຸນຫະພູມອາກາດສືບຕໍ່ເຢັນໃນຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11- 13 ກຸມພາ 2019 ອາກາດຍັງຈະໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ. ຈາກນັ້ນ ວັນທີ 14-17 ກຸມພາ 2019 ອຸນຫະພູມອາກາດຍັງຈະເຢັນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11- 13 ກຸມພາ 2019 ອາກາດຍັງຈະເຢັນ ຫາ ໜາວເຢັນພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ. ຈາກນັ້ນວັນທີ 14 – 17 ກຸມພາ 2019 ອາກາດຍັງຈະສືບຕໍ່ເຢັນໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກາງ: ໃນໄລຍະວັນທີ 13-17 ກຸມພາ 2019 ອາກາດຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸມຢູ່ທົ່ວໄປ ແລະ ໃນໄລຍະຕອນບ່າຍອາກາດຈະຮ້ອນຂື້ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ.

ພາກໃຕ້ : ໃນໄລຍະວັນທີ 11-17 ກຸມພາ 2019 ອາກາດຍັງຈະເຢັນໃນຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ, ສ່ວນໃນໄລຍະຕອນບ່າຍອາກາດຈະຮ້ອນຂື້ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

Comments