ກວດພົບ ພັນກວ່າຄອບຄົວ ຍັງບໍ່ທັນຈົດທະບຽນສໍາມະໂນຄົວ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປີ 2018 ແລະ ວາງທິດທາງວຽກງານຈຸດສຸມໃນປີ 2019 ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະນໍາຂັ້ນສູງຂອງກະຊວງທີ່ກ່ຽວຂ້ອງ, ຄະນະຊີ້ນໍາ, ຂະແໜງການ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ 270 ສະຫາຍເຂົ້າຮ່ວມ.


ໃນກອງປະຊຸມ ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ:ໃນໄລຍະ 1 ປີຜ່ານມາ ໄດ້ສຸມໃສ່ 4 ວຽກຄື: ວຽກງານຄຸ້ມຄອງສຳມະໂນຄົວ ຕິດພັນກັບການຈັດສັນລະບຽບສັງຄົມ ແມ່ນໄດ້ກວດກາ, ຈົດທະບຽນສຳມະໂນຄົວ ພາຍໃນ 6 ເມືອງ, ມີ 28 ກຸ່ມ, ມີ 212 ບ້ານ, ມີ 7.098 ໜ່ວຍ, ມີ 80.693 ຄອບຄົວ, ມີຈຳນວນພົນທັງໝົດ 4 ແສນກວ່າຄົນ, ຍິງ 2 ແສນກວ່າຄົນ; ໄດ້ຈົດທະບຽນສຳມະໂນຄົວສຳເລັດແລ້ວ ຈຳນວນ 78 ພັນກວ່າຄອບຄົວ, ມີຈຳນວນພົນ 4 ແສນກວ່າ ຄົນ, ຍິງ 2 ແສນກວ່າຄົນ, ໃນນີ້ ມີຄອບຄົວຄົນຕ່າງດ້າວ 1 ພັນກວ່າຄອບຄົວ, ມີຈຳນວນພົນ 2 ພັນກວ່າຄົນ, ຍິງ 1 ພັນກວ່າຄົນ,

ໄດ້ພົບເຫັນພົນລະເມືອງລາວ ແລະ ຊາວຕ່າງດ້າວ ທີ່ຍັງບໍ່ທັນໄດ້ຈົດທະບຽນສຳມະໂນຄົວ 1 ພັນກວ່າຄອບຄົວ, ມີຈຳນວນພົນເກືອບ 26 ພັນກວ່າຄົນ, ຍິງເກືອບ 13 ພັນກວ່າຄົນ,

ໄດ້ປ່ຽນປື້ມສຳມະໂນຄົວຫົວໃໝ່ 3.764 ຄອບຄົວ, ມີຈຳນວນພົນ 17.878 ຄົນ, ຍີງ 10.131 ຄົນ; ໄດ້ອອກບັດປະຈຳຕົວໃຫ້ພົນລະເມືອງ 1 ພັນກວ່າບັດ, ໄດ້ກວດກາຂຶ້ນບັນຊີອາຊີບ ເພື່ອຫັນເຂົ້າສູ່ການຄຸ້ມຄອງຕາມລະບຽບກົດໝາຍ, ໃນນີ້ ມີໂຮງແຮມ 419 ແຫ່ງ, ເຮືອນພັກ 697 ຫຼັງ, ເຮືອນໃຫ້ເຊົາ 3.003 ຫຼັງ, ຫ້ອງແຖວ 4.649 ຫຼັງ ແລະ ອື່່່ນໆ, ໄດ້ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ ທັງໝົດ 20 ບ້ານ, ມີ 8.587 ຄອບຄົວ;

ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ສຸມໃສ່ເຮັດວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼວງ ທີ່ມີການສັນຈອນແອອັດຊົ່ວໂມງເລັ່ງດວນຕາມ 6 ໜ້າວຽກຈຸດສຸມ, ໃນນີ້ໄດ້ລົງສຸມໃສ່ວຽກງານໂຄສະນາ ເຜີຍແຜ່ແນະນຳກົດລະບຽບຈະລາຈອນຢູ່ຕາມໂຮງຮຽນ, ບໍລິສັດ, ສຳນັກງານອົງການທັງພາກລັດ ແລະ ເອກະຊົນຈຳນວນ 368 ຄັ້ງ, ມີ 1.042 ແຮງງານ, ມີຜູ້ເຂົ້າຮ່ວມ 12 ພັນກວ່າຄົນ, ຍິງ 5 ພັນກວ່າຄົນ;

ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ສຸມໃສ່ການໂຄສະນາ ແລະ ເຝິກອົບຮົມຄວາມຮູ້ພື້ນຖານ ດ້ານຄວາມປອດໄພທາງດ້ານອັກຄີໄພ, ພ້ອມທັງທົດລອງວິທີມອດໄຟ 71 ຄັ້ງ, ມີຜູ້ເຂົ້າຮ່ວມ 6.295 ຄົນ;

ວຽກງານຄຸ້ມຄອງ, ກວດກາ, ແກ້ໄຂຄົນຕ່າງປະເທດລະເມີດລະບຽບກົດໝາຍ ໄດ້ພົບເຫັນຄົນຕ່າງປະເທດ ມາພັກເຊົາຊົ່ວຄ່າວ 9.137 ຄົນ, ຍິງ 2.765 ຄົນ, ມີ 58 ສັນຊາດ, ໃນນັ້ນ ໄດ້ແກ້ໄຂຄົນຕ່າງປະເທດລະເມີດລະບຽບກົດໝາຍ 876 ຄົນ, ຍິງ 307 ຄົນ, ມີ 10 ສັນຊາດ; ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງປັບປຸງກຳລັງ ປກສ ບ້ານ ສຳເລັດ 102 ບ້ານ, ມີ ປກສ ບ້ານເກືອບ 2 ພັນກວ່າຄົນ, ຍິງ 14 ຄົນ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂການປຸກສ້າງກວມດິນສະຫງວນ ຕາມແຄມຖະໜົນ 1.127 ຈຸດ; ການຕໍ່ເທີບ-ເງີບ 866 ຈຸດ; ຕິດຕັ້ງປ້າຍໂຄສະນາບໍ່ຖືກຕາມລະບຽບ 1 ພັນກວ່າຈຸດ.


ໃນຕອນທ້າຍ ທ່ານ ປອ ສິນລະວົງ ຄຸດໄພທູນ  ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍບັນດາກົມກອງ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ທີ່ໄດ້ສຸມທຸກສະຕິ, ທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ທ່ານຍັງເນັ້ນໃຫ້ບັນດາສະຫາຍທີ່ລົງກໍ່ສ້າງຮາກຖານການ ເມືອງ ຈົ່ງເພີ່ມທະວີໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອເຮັດໃຫ້ທຸກໜ້າວຽກມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ໃນພິທີຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ພະນັກງານຜູ້ມີຜົນງານດີເດັ່ນ ແລະ ຫ້າວຫັນໃນວຽກງານ.

ຂໍ້ມູນຈາກ: ເວບໄຊ໌ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

Comments