ສະພາບຂອງສະໜາມກິລາ ແຂວງອຸດົມໄຊ ໃນປີ 2019 ພາຍຫຼັງທີ່ໄດ້ຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ X ທີ່ ແຂວງອຸດົມໄຊ ເປັນເຈົ້າພາບຈັດຂຶ້ນແຕ່ວັນທີ 13 -21 ທັນວາ 2014 ຜ່ານມາ.
ໃນງານຄັ້ງນັ້ນ ມີນັກກີລາຈາກບັນດາແຂວງ ແລະ 7 ກະຊວງເຂົ້າຮ່ວມ ເຊິ່ງຜົນການແຂ່ງຂັນອັນດັບ 1 ໄດ້ແກ່ກະຊວງປ້ອງກັນປະເທດໄດ້ 61 ຫຼຽນຄຳ 29 ຫຼຽນເງິນ 37 ຫຼຽນທອງ, ອັນດັບທີ 2 ໄດ້ແກ່ນະຄອນຫຼວງວຽງຈັນໄດ້ 55 ຫຼຽນຄໍາ 31 ຫຼຽນເງິນ 49 ຫຼຽນທອງ, ອັນດັບທີ 3 ໄດ້ແກ່ກະຊວງປ້ອງກັນຄວາມສະຫງົບໄດ້ 42 ຫຼຽນຄໍາ 43 ຫຼຽນເງິນ 51 ຫຼຽນທອງ ສ່ວນອັນດັບ 4 ແມ່ນແຂວງອຸດົມໄຊໄດ້ 33 ຫຼຽນຄຳ 24 ຫຼຽນເງິນ 53 ຫຼຽນທອງ.
ຂອບໃຈພາບຈາກ: Daily News Oudomxay