ໃນວັນທີ 20 ທັນວາ 2018 ຜ່ານມາ ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ພ້ອມດ້ວຍການນຳຂັ້ນນະຄອນຫຼວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.
ການມາຢ້ຽມຢາມຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ນະຄອນຫຼວງວຽງຈັນຍາດມາໄດ້ ພ້ອມນັ້ນ ກໍໄດ້ແນະນຳໃຫ້ຍົກສູງຄວາມສາມາດການນຳພາຂອງລັດ ໃນການນຳພາເປັນເຈົ້າການກຳນົດແນວທາງນະໂຍບາຍ ເສດຖະກິດ ວັດທະນະທຳ-ສັງຄົມ ການຕ່າງປະເທດ ຮັບປະກັນຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ສົມທົບທຶນຮອນດ້ານເຕັກໂນໂລຊີ ຈາກພາຍນອກ ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ປະກອບສ່ວນຫຼຸດພົ້ນອອກຈາກຄວາມທຸກຍາກຂາດແຄນຫຼ້າຫຼັງ.
ພ້ອມນັ້ນ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຂັ້ນຕ່າງໆ ໂດຍຜ່ານແນວໂຮມບ້ານ ອົງການຈັດຕັ້ງຂັ້ນຕ່າງໆ ປະກອບສ່ວນປົກປັກຮັກສາປະເທດຊາດ ແລະ ຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.
ທ່ານໄດ້ເນັ້ນຕື່ມວ່າ: ແຕ່ກໍຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ການນຳນະຄອນຫຼວງວຽງຈັນ ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ພະນັກງານຈຳນວນບໍ່ໜ້ອຍໄດ້ສວຍໃຊ້ອຳນາດ ໜ້າທີ່ ຕຳແໜ່ງງານ ວາງໂຕເປັນນາຍໄປທາງໃດມີການຕ້ອນຮັບໃຫຍ່ໂຕ ເຫັນວ່າບໍ່ເໝາະສົມ,
ບັນຫາດ້ານສັງຄົມຄວາມແຕກໂຕນດ້ານລາຍຮັບ ແລະ ຄວາມຮັ່ງມີລະຫວ່າງຕົວເມືອງ ແລະ ຊົນນະບົດ ລະຫວ່າງຜູ້ປະກອບການໃນຂະແໜງອຸດສາຫະກຳ ແລະ ບໍລິການກັບຊາວກະສິກອນກໍນັບມື້ນັບຫ່າງອອກ ທຸກມື້ ປະຊາຊົນແບກຫາບພາລະຢ່າງໜັກໜ່ວງ
ຕົວຢ່າງ ຈະເອົາລູກເຂົ້າໂຮງຮຽນກໍຕ້ອງເສຍເງິນ ເຈັບປ່ວຍເຂົ້າໂຮງໝໍກໍເສຍເງິນ ລູກຫຼານເຂົ້າເປັນພະນັກງານ ທະຫານ ຕຳຫຼວດກໍເສຍເງິນ ຟ້ອງຮ້ອງກັນຢູ່ສານກໍເສຍເງິນ ມີຄົນລັກເຄື່ອງຈະໄປຫາຕຳຫຼວດໄປຈັບຄົນຂີ້ລັກກໍຕ້ອງໄດ້ເສຍເງິນ ແລະ ບັນຫາອື່ນໆ
ຖ້າບໍ່ແກ້ໄຂໄວຈະເຮັດໃຫ້ສັງຄົມລາວ ກາຍເປັນສັງຄົມຜູ້ມີເງິນ ເປັນຄົນມີອຳນາດເຮັດໄດ້ທຸກຢ່າງ ຄວາມຍຸຕິທຳ ບໍ່ສາມາດຮຽກຮ້ອງໄດ້.
ທ່ານ ຄຳໄຕ ສີພັນດອນ ຍັງໄດ້ໃຫ້ທິດຊີ້ນຳຕື່ມວ່າ: ນະຄອນຫຼວງວຽງຈັນ ຍັງມີຫຼາຍບັນຫາຕ້ອງເອົາໃຈໃສ່ແກ້ໄຂ ເປັນຕົ້ນ ຄວາມບໍ່ສະຫງົບໃນເຂດໃຈກາງກໍຍັງແກ່ຍາວ ແລະ ແກ້ໄຂບໍ່ທັນໄດ້ ການລັກເລັກຂະໂມຍນ້ອຍມີຢູ່ທົ່ວໄປ ແລະ ອຸບັດຕິເຫດຕາມຖະໜົນເກີດຂຶ້ນ ໃນນະຄອນຫຼວງວຽງຈັນ ເຫັນວ່າມີຄົນເຈັບເປັນ ແລະ ຕາຍເປັນຈຳນວນຫຼາຍ ຕ້ອງໄດ້ຄົ້ນຄວ້າຄືນ ພ້ອມກັນຕີລາຄາຢ່າງເຂັ້ມງວດ ແລະ ເອົາໃຈໃສ່ແກ້ໄຂ ສິ່ງສຳຄັນແມ່ນການປັບປຸງກຳລັງ ທັງປະລິມານ ແລະ ຄຸນະພາບ
ສະນັ້ນ ຢາກໃຫ້ຄະນະນຳນະຄອນຫຼວງວຽງຈັນ ຕ້ອງຮີບເລັ່ງແກ້ໄຂ ຖືເອົາການສ້າງສັງຄົມຕ້ອງເລີ່ມຈາກການສ້າງປະຖົມປັດໄຈສັງຄົມນິຍົມ ແຕ່ຮາກຖານ ກ່ອນອື່ນຕ້ອງກຳນົດໃນມະຕິກອງປະຊຸມໃຫຍ່ຂອງພັກ ເພື່ອເປັນທິດຊີ້ນຳໃຫ້ແກ່ຄະນະພັກຂັ້ນຕ່າງໆ ທັງເປັນທິດຊີ້ນຳໃຫ້ແກ່ລັດ ຫັນເປັນນິຕິກຳ ລະບອບລະບຽບ ແລະ ຍຸດທະສາດການພັດທະນາ ທັງເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດ.
ຂໍ້ມູນຈາກເວບໄຊ໌: ວຽງຈັນໃໝ່