ລົດ​ປ້າຍ​ລັດ​ເກືອບ 2 ພັນ​ຄັນ ​ເອກະສານ​ບໍ່​ຄົບ​ຖ້ວນ

ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ຈະ​ເລັ່ງປະສານ​ສົມທົບ​ກັບ​ຂະ​ແໜງ​ກ່ຽວຂ້ອງ​ອື່ນໆ ​ເພື່ອ​ໃຫ້ການ​ຄຸ້ມ​ຄອງ​ພາຫະນະ​ຂອງ​ລັດ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ພາຍຫຼັງ​ເຫັນ​ວ່າ​ມີ​ລົດ​ລັດ (ປ້າຍ​ຟ້າ) ​ເກືອບ 2 ພັນ​ຄັນ ​ເອກະສານ​ຍັງ​ບໍ່​ຄົບ​ຖ້ວນ ​ແຕ່​ຂໍຂຶ້ນທະບຽນ​ລົດ​ກ່ອນ.

ທ່ານ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ການ​ຂຶ້ນທະບຽນ​ພາຫະນະ​ຂອງ​ລັດ ​ເຊິ່ງ​ເປັນ​ຊັບ​ສົມບັດ​ຂອງ​ລັດ, ຕາມ​ລະບຽບ​ກົດໝາຍ​ຕ້ອງ​ໄດ້​ຈົດ​ທະບຽນ​ເປັນ​ຊັບ​ສິນ​ຂອງ​ລັດ​ ​ແຕ່​ຜ່ານ​ມາ​ມີ​ໃບ​ສະ​ເໜີ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ຂໍຂຶ້ນປ້າຍ​ທະບຽນ​ລົດ​ກ່ອນ, ມາ​ຮອດ​ປັດຈຸບັນ​ຍັງ​ມີ​ລົດ​ປ້າຍ​ລັດ​ບໍ່​ທັນ​ໄດ້​ປະກອບ​ເອກະສານ​ມາ​ຄົບ​ຖ້ວນ​ຈຳນວນ 1,919 ຄັນ ​ແລະ ພາຍຫຼັງ​ປີ 2015 ​ໄດ້​ມີ​ແຈ້ງ​ການ​ຂອງ​ກະຊວງ​ການ​ເງິນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ພາຫະນະ​ຂອງ​ລັດ ​ໂດຍ​ໄດ້​ຫ້າມ​ກອງ​ຄຸ້ມ​ຄອງ​ພາຫະນະ ​ແລະ ການ​ຂັບ​ຂີ່​ແຂວງ ​ແລະ ນະຄອນຫຼວງ​ຢຸດຕິ​ອອກ​ໃບ​ທະບຽນ​ຊົ່ວຄາວ​ໃຫ້​ບຸກຄົນ ​ແລະ ການຈັດຕັ້ງຕ່າງໆ​ຕິດ​ປ້າຍ​ລົດ​ລັດ​ບໍລິຫານ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຂະ​ແໜງ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ, ຜ່ານ​ມາ​ການ​ຄຸ້ມ​ຄອງ​ພາຫະນະ​ລັດ​ແມ່ນ​ຂຶ້ນກັບ​ຫຼາຍ​ພາກສ່ວນ​ຄື: ບັນດາ​ກະຊວງ-ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປັດຈຸບັນ​ຍັງ​ບໍ່​ທັນ​ສາມາດ​ແຍກ​ບັນຊີ​ການ​ຄຸ້ມ​ຄອງ​ໄດ້​ລະອຽດ ​ໂດຍ​ກະຊວງ ຍທຂ ຈະ​ສືບ​ຕໍ່​ປະສານ​ກັບ​ກະຊວງ​ການ​ເງິນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ອື່ນໆ ​ເພື່ອ​ດຳ​ເນີນ​ການຄົ້ນຄວ້າ​ສ້າງ​ນິຕິ​ກຳ​ຄຸ້ມ​ຄອງ​ທີ່​ຮັດກຸມ​ຂຶ້ນຕື່ມ​ອີກ.

ຂໍ້ມູນຈາກ : ໜັງສືພິມ ເສດຖະກິດ-ສັງຄົມ

Comments