ທຸລະກິດ ກະຕ່າຂອງຂວັນ ອອນໄລ໌ ເໝາະກັບພຶດຕິກຳຂອງຄົນຍຸກນີ້.

ເປັນ ໄອເດຍທີ່ດີ ຂອງທຸລະກິດ ກະຕ່າຂອງຂວັນ ເໝາະກັບຄົນຍຸກໃໝ່  ທີ່ມີພຶດຕິກຳທີ່ປ່ຽນແປງໄປຕາມຍຸກຕາມສະໄໝ.

ໄລຍະນີ້ ເປັນໄລຍະໃກ້ຈະຮອດເທສະການ ງານສຳຄັນແຫ່ງຄວາມສຸກຕ່າງໆ ບໍ່ວ່າຈະເປັນງານປີໃໝ່ ວັນຄົບຮອບແຕ່ງງານ ຫຼື ວັນສຳຄັນອື່ນໆ ເຊື່ອວ່າຫຼາຍໆຄົນເລີ່ມຊອກຫາຂອງຂວັນພິເສດໃຫ້ກັບຄົນສຳຄັນໃນງານສຳຄັນຕ່າງໆ ແມ່ນບໍ່? ສະນັ້ນ, ມື້ນີ້ທາງທາເກັດ ໄດ້ເຫັນ ໄອເດຍ ການເຮັດທຸລະກິດ ກະຕ່າຂອງຂວັນ ຮູບແບບໃໝ່ຂອງ WISH ໜຶ່ງໃນການບໍລິການກະຕ່າຂອງຂວັນທຸກຮູບແບບ (Gift Delivery Service) ມານຳສະເໝີໃຫ້ທຸກຄົນໄດ້ຮຸ້ຈັກ ໂດຍສະເພາະຄົນທີ່ມີທຸລະກິດດ້ານນີ້ ຫຼື ກຳລັງຄິດຈະເຮັດທຸລະກິດນີ້ ໄດ້ມີໄອເດຍໃໝ່ໆ  ມາປັບໃຊ້ໃຫ້ທັນຍຸກຂຶ້ນ.

ໃນຍຸກປັດຈຸບັນນີ້ ເທຣນການໃຫ້ຂອງຂວັນກຳລັງມາແຮງເນື່ອງຈາກຄົນຢາກໄດ້ຂອງຂວັນຫຼາຍຂຶ້ນ ແມ່ນໃຜແດ່ທີ່ຈະບໍ່ຢາກໄດ້ຂອງຂວັນແທນຄວາມຮູ້ສຶກທາງໃຈ ບວກກັບໃນປັດຈຸບັນຄົນ ແມ່ນເຫັນຄວາມສຳຄັນຂອງການມອບຂອງຂວັນໃຫ້ກັນຫຼາຍຂຶ້ນ ເພາະທຸກມື້ນີ້ເປັນສັງຄົມອອນໄລ໌ ເຮັດໃຫ້ເຮົາຮູ້ຫຼາຍຂຶ້ນວ່າ ຫມູ່ເພື່ອນ ຫຼື ຄົນໃກ້ຊິດ ຮັກແພງ ຂອງເຮົາມີວັນສຳຄັນມື້ໃດ… ສອດຄ່ອງກັບຕະຫຼາດຂອງຂວັນທຸກມື້ນີ້ການຂະຫຍາຍຕົວຂຶ້ນທຸກໆປີ ສົ່ງຜົນໃຫ້ທຸລະກິດຂອງຂວັນຕ່າງໆ ເລີ່ມຂະຫຍາຍຕົວເອງອອກຈາກອ໊ອບໄລ໌ ສູ່ ອອນໄລ໌ຫຼາຍຂຶ້ນ ເຮັດໃຫ້ລູກຄ້າສະດວກສະບາຍຂຶ້ນກວ່າເກົ່າ ແບບບໍ່ຕ້ອງມາຫາຢູ່ຮ້ານກໍສາມາດຈັດສົ່ງກະຕ່າຂອງຂວັນໄດ້ຕາມໃຈ ແຕ່ຖ້າເບິ່ງໃນອີກແງ່ມູມໜຶ່ງ ຖ້າຫາກເຮົາໄດ້ຮັບ ກະຕ່າ ຂອງຂວັນຫຼາຍກະຕ່າ ກໍອາດຈະເຮັດໃຫ້ຫົກເຮືອນບໍ່ມີບ່ອນເກັບ ກາຍເປັນຂີ້ເຫຍື່ອໄດ້  ເພາະວ່າບາງອັນຂາຍຕໍ່ບໍ່ໄດ້ກະບໍ່ຮູ້ຈະນຳໄປເຮັດຫຍັງຕໍ່. ແຕ່ຈະດີກວ່າ ຖ້າກະຕ່າ ຂອງຂວັນນັ້ນ ສາມາດນຳໄປໃຊ້ຕໍ່ ເປັນເຄື່ອງຕົບແຕ່ງເຮືອນງາມໆ ຫຼື ສາມາດນຳໄປໃຊ້ປະໂຫຍດອື່ນໆໄດ້ອີກ. ຄືກັບກະຕ່າຂອງຂວັນດັ່ງນີ້.

ການອອກແບບກະຕ່າ ກໍຕ້ອງເພື່ອໃຫ້ລູກຄ້າຊື້ໄປແລ້ວຕ້ອງໃຊ້ໄດ້ ແລະ ຄຸ້ມຄ່າທີ່ສຸດ, ນອກຈາກ ກະຕ່າ ຈະສາມາດນຳໄປໃຊ້ປະໂຫຍດໄດ້ຕໍ່ແລ້ວ ກໍຄື ຢ່າລືມເລື່ອງຄຸນນະພາບຂອງສິນຄ້າທີ່ຢູ່ໃນກະຕ່າ ເໝາະສົມກັບລາຄາ, ມີການບໍລິການທີ່ວ່ອງໄວ, ມີສິນຄ້າຫຼາກຫຼາຍໃຫ້ເລືອກ ສົ່ງມອບສິນຄ້າກົງຕໍ່ເວລານັດໝາຍໃຫ້ກັບລູກຄ້າ ເຊິ່ງສິ່ງນີ້ ກໍຈະເຮັດໃຫ້ລູກຄ້າມັກຮັກໃນແບຣນຂອງທ່ານທີ່ສຸດ.

 

ທີ່ມາ: brand think

 

Comments