ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມອອກໜັງສືວຽນ ສັ່ງໂຈະຊົ່ວຄາວການນຳເຂົ້າໄມ້ທ່ອນ ແລະ ໄມ້ສຳເລັດຮູບຈາກປ່າທຳມະຊາດ ຈາກ ສປປ.ລາວ ແລະ ກຳປູເຈຍ ເພື່ອຈຸດປະສົງ ສົ່ງອອກໄປປະເທດທີສາມ.
ຂໍ້ຫ້າມດັ່ງກ່າວແມ່ນໃຊ້ສະເພາະກັບໄມ້ ທ່ອນ ແລະ ໄມ້ແປຮູບ ລະຫັດ HS 44.03 ແລະ 44.07 ຕາມກົດໝາຍຂອງຫວຽດນາມ ເຊິ່ງຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2023.
ທີ່ມາ: ຂ່າວສານປະເທດລາວ.