ເຜີຍແຜ່ດຳລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.

ແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍດຳລັດ 348 ຂອງລັດຖະບານວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນຕອນເຊົ້າວັນທີ 20 ພະຈິກ 2018 ຢູ່ທີ່ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຈຳປສັກ,ມີການນຳພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງຕ່າງໆ,ວິຊາການຫ້ອງການ,ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດກ່າວໄຂກອງປະຊຸມ ແລະ ເຜີຍແຜ່ດຳລັດເລກທີ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຊຶ່ງບາງຕອນທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນເນື່ອງຈາກແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈແກ່ພະນັກງານການນຳ ແລະ ວິຊາການທີ່ເຮັດວຽກພັດທະນາຊົນນະບົດທົ່ວແຂວງ ໃນການຈັດຕັ້ງປະຕິບັດປະເມີນຄອບຄົວທຸກຍາກ ແລະ ຄອບຄົວພົ້ນທຸກຢູ່ແຂວງຈຳປາສັກ ຊຶ່ງພາຍຫຼັງເຊື່ອມຊຶມແລ້ວຈະໄດ້ພ້ອມກັນລົງໄປຈັດຕັ້ງປະຕິບັດຕົວຈິງ ຢູ່ທີ່ບ້ານໂພນທອງ ເມືອງໂພນທອງ ເປັນບ້ານ ແລະ ເມືອງທຳອິດຂອງແຂວງ ເພື່ອຖອດຖອນບົດຮຽນນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ຢູ່ບ້ານອື່ນໆ ໃນທົ່ວແຂວງໃນຕໍ່ໜ້າ.

ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຟັງບົດແນະນຳມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ທີ່ສະເເໜີໂດຍ ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ຮຽນຮູ້ປື້ມຄູ່ມືການນຳໃຊ້ແບບຟອມເກັບກຳຂໍ້ມູນລາຍຮັບຂອງແຕ່ລະຄອບຄົວ,ການປ້ອນຂໍ້ມູນ,ການນຳໃຊ້ ລະບົບໄອທີເຂົ້າໃນການວິເຄາະຂໍ້ມູນ ແລະ ຮັກສາຂໍ້ມູສະຖີຕິ.

ກອງປະຊຸມຈະໄດ້ດຳເນີນໄປຮອດວັນທີ 22 ພະຈິກ 2018 ຈິ່ງຈະໄດ້ອັດລົງ.

ຂໍ້ມູນຈາກສະຖານີວິທະຍຸ ຈໍາປາສັກ 100,7 Mhz
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ.

Comments