ປີ 2019 ຈະຫຼຸດໂຄຕາລັດຖະກອນໃໝ່ລົງເຄິ່ງໜຶ່ງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫຼຸດໂຄຕາພະນັກງງານ-ລັດຖະກອນ ໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ກ່ອນ ໃນເງື່ອນໄຂທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກ ທາງດ້ານງົບປະມານປັດຈຸບັນ.

ທ່ານ ນາຍົກລັດຖະມົນຕີ ຫວັງວ່າ: ພະນັກງານລັດຖະກອນ ຈະສືບຕໍ່ເສຍສະຫລະ ແລະ ອົດທົນໄປໄລຍະໜຶ່ງກ່ອນ.
ຂ່າວ: ສິງຄຳ, ພາບ: ເກດສະໜາ

ຂໍ້ມູນຈາກ:ຂປລ.

 

Comments