ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນເດັກໂລກ ຄັ້ງທໍາອິດໃນ ສປປ ລາວ ພາຍໃຕ້ຄໍາຂວັນ “ສ້າງໂລກດ້ວຍພະລັງເດັກ” ຈັດຂຶ້ນໃນວັນທີ 17 ພະຈິກ 2018 ທີ່ຜ່ານມາ ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ , ເຊິ່ງມີຈຸດເລີ່ມຕົ້ນຈາກປະຕູໄຊ ຫາ ສຳນັກງານປະທານປະເທດ ແລ້ວຍ່າງກັບມາຈຸດເລີ່ມຕົ້ນປະຕູໄຊ.
ໃນງານຄັ້ງນີ້ຍັງມີແມ່ຕູ້ຄົນໜຶ່ງມາຮ່ວມກິດຈະກໍາ ໂດຍການລົງຍ່າງ ບໍ່ຍອມນັ່ງລໍ້ ທາງທີມງານພວກເຮົາເຫັນພາບນີ້ແລ້ວ ຮູ້ສຶກປະທັບໃຈທີ່ສຸດ ໃນຄວາມແຂງແຮງຂອງເພິ່ນ ແຕ່ໜ້າເສຍດາຍທີ່ບໍ່ຮູ້ຊື່ ອາຍຸ ແລະ ບ້ານຢູ່ຂອງເພິ່ນ. ຂໍໃຫ້ແມ່ຕູ້ສຸຂະພາບແຂງແຮງຕະຫຼອດໄປເດີ້…
ກິດຈະກຳໃນຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງວັນເດັກໂລກເປັນຄັ້ງທໍາອິດໃນ ສປປ ລາວ (20 ພະຈິກ 2018) ພາຍໃຕ້ຄໍາຂວັນ “ສ້າງໂລກດ້ວຍພະລັງເດັກ” ປ່ຽນທຸກຢ່າງເປັນສີຟ້າສໍາລັບເດັກ ທຸກຄົນສາມາດມີສ່ວນຮ່ວມ, ສະເໜີຄຳຄິດຄຳເຫັນ ແລະ ເຊີນຊວນທຸກຄົນ ໃຫ້ເຂົ້າຮ່ວມໃນການປະຕິບັດສິດທິເດັກ ໃນທົ່ວປະເທດ ເພື່ອອະນາຄົດ ອັນສັດໃສຂອງເຂົາເຈົ້າ.
ຂອບໃຈຮູບພາບຈາກ: ເຟສບຸກ ຈໍາປາ ກິລາລາວ.