ຮ່ວມກັນຕໍ່ຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ ເພື່ອຕ້ອນຮັບວັນຕ້ານການໃຊ້ຄວາມຮຸນແຮງສາກົນ 25 ພະຈິກນີ້…

ຄວາມຮຸນແຮງຕໍ່ແມ່ຍິງ ເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ…

ເພື່ອເປັນການຕ້ອນຮັບ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ International day for elimination of violence against women ວັນທີ 25 ພະຈິກນີ້. ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການສະຫະປະຊາຊາດເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເຂັ້ມແຂງຂອງແມ່ຍິງ (UN Women) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “ວິທີການຂຽນຂ່າວທີ່ກ່ຽວກັບບັນຫາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ” ໃນລະຫວ່າງວັນທີ 13-14 ພະຈິກ 2018 ໂດຍມີທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມົນທິລາ ນາກວິຊຽນ ຊ່ຽວຊານດ້ານສື່ມວນຊົນ ຫ້ອງການພາກພື້ນອາຊີປາຊີຟິກ ອົງການ UN women ພ້ອມດ້ວຍນັກວິທະຍາການ ແລະ ນັກສຳມະນາກອນເຂົ້າຮ່ວມ.

​ການຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ສ້າງຄວາມສາມາດໃຫ້ພະນັກງານທີ່ເຮັດວຽກງານຂ່າວສານ ໂດຍສະເພາະສື່ມວນຊົນໃນການນຳສະເໜີຂ່າວ ແລະ ຖ່າຍພາບທີ່ເລັ່ງໃສ່ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.

​ໃນນີ້, ບັນດານັກສໍາມະນາກອນ ໄດ້ຮຽນຮູ້ບັນດາກົດໝາຍທີ່ຕິດພັນກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນພາກພື້ນ ແລະ ສາກົນໃນ ສປປ ລາວ. ພ້ອມທັງຈະໄດ້ມີການແລກປ່ຽນສົນທະນາໃນຫົວຂໍ້ສໍາຄັນ ເຊັ່ນ: ຄວາມຮັບຮູ້ເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ, ວິທີປ້ອງກັນຂໍ້ມູນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຂ່າວ, ປະສົບການໃນການຜະລິດ ແລະ ລາຍງານຂ່າວກ່ຽວກັບບັນຫາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຂອງນັກຂ່າວແຕ່ລະພາກສ່ວນ, ວິທີຖ່າຍຮູບພາບ ແລະ ເລືອກຮູບພາບເພື່ອລົງຂ່າວກ່ຽວກັບບັນຫາຕ້ານການໃຊ້ຄວາມຮຸນແຮງ.

ນອກຈາກການເຝຶກອົບຮົມກ່ຽວກັບ ວິທີຂຽນຂ່າວຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລ້ວ ທັງຜູ້ເຂົາຮ່ວມ ແລະ ນັກສໍາມານາກອນທຸກທ່ານ ກໍຍັງໄດ້ຮຽກຮ້ອງມາຍັງສັງຄົມວ່າ: ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ ເປັນບັນຫາທີ່ໃຫຍ່ ແລະ ບໍ່ຄວນເບິ່ງຂ້າມ… ເມື່ອມີເຫດການທີ່ຜູ້ຍິງຖືກກະທໍາຄວາມຮຸນແຮງເກີດຂຶ້ນ ຂໍໃຫ້ສັງຄົມຢຸດກ່າວໂທດວ່າແມ່ຍິງເປັນຄົນຜິດ ຍ້ອນສາເຫດ ຫຼືເຫດຜົນຕ່າງໆ ເພາະແມ່ຍິງຄືເພດທີ່ຖືວ່າມີກໍາລັງທີ່ດ້ອຍກວ່າ ແລະ ເປັນຜູ້ທີ່ຖືກກະທໍາຢູ່ແລ້ວ; ຍິ່ງສັງຄົມກ່າວໂທດແມ່ຍິງທີ່ຖືກກະທໍາ ຍິ່ງຖືວ່າເປັນການສົ່ງເສີມໃຫ້ຜູ້ກະທໍາບໍ່ມີຄວາມສໍານຶກ ແລ້ວມີການກະທໍາຜິດຊໍ້າອີກ ແລະ ຍິ່ງໄປກວ່ານັ້ນຄື ຈະເປັນແບບຢ່າງໃຫ້ແກ່ຄົນອື່ນໆເພື່ອໄປກະທໍາຜິດຕໍ່ໄປ…

Comments