ສະຫຼາດ! ຊື້ໂຄສະນາ Facebook…
ຫຼັງຈາກເມື່ອຕົ້ນປີ Facebook ໄດ້ປະກາດປັບ Algorithm ຄັ້ງໃຫຍ່! ເຮັດໃຫ້ຫຼຸດຈໍານວນຄົນເຂົ້າເຖິງ (Reach) ເພຈຫຼຸດລົງເລື້ອຍໆ ເຊິ່ງສົ່ງຜົນກະທົບໂດຍກົງເຮັດໃຫ້ຜູ້ບໍລິໂພກ ຫຼືຜູ້ໃຊ້ Facebook ເຫັນບົດຄວາມ, ຜະລິດຕະພັນ ແລະ ສິນຄ້າຫຼຸດລົງເຊັ່ນດຽວກັນ… ຈົນເຮັດໃຫ້ເຈົ້າຂອງສິນຄ້າຍອມທີ່ ຊື້ໂຄສະນາ ເພື່ອແລກກັບການເຂົ້າເຖິງຂອງຜູ້ໃຊ້ Facebook; ແຕ່ການຊື້ໂຄສະນານັ້ນບໍ່ແມ່ນວ່າຈະໄດ້ຮັບຜົນດີສະເໝີໄປ ເພາະປະສິດທິພາບຂອງ ໂຄສະນາ ຂຶ້ນຢູ່ກັບຫຼາຍອົງປະກອບ ບໍ່ວ່າຈະເປັນຮູບ, ຂໍ້ຄວາມໂຄສະນາ ແລະ ການກໍານົດກຸ່ມເປົ້າໝາຍເປັນຕົ້ນ. ມື້ນີ້ຜູ້ຂຽນເລີຍຢາກຈະຍົກໃຫ້ເຫັນ 3 ເທັກນິກສໍາຄັນ ທີ່ຈະເຮັດໃຫ້ການຊື້ໂຄສະນາຈາກ Facebook ມີປະສິດທິພາບຫຼາຍຂຶ້ນ (ອ້າງອິງຈາກ: Digimusketeers (ປະເທດໄທ) ສະຖານບັນອົບຮົມຕະຫຼາດອອນລາຍ ບຸກຄະລາກອນມືອາຊີບ ແລະ ມີປະສົບການຫຼາຍກວ່າ 10 ປີ)
- Say NO for “Boost Post”
ຫຼາຍຄົນມັກຕິດກັບດັກປໍ້າ Like-Comment-Share ການມີ Like/Comment/Share ທີ່ຫຼາຍ ບໍ່ໄດ້ໝາຍຄວາມວ່າຍອດການຂາຍຂອງທ່ານຈະຫຼາຍໄປນໍາ… ເຮົາສາມາດແບ່ງປະຊາກອນໃນ Facebook ອອກເປັນ 2 ປະເພດຄື:
- Engager ຫຼືຄົນທີ່ມັກກົດ Like-Comment-Share ໄປທຸກສິ່ງທຸກຢ່າງ, ການ Boost Post ຈະເຂົ້າເຖິງກຸ່ມລູກຄ້ານີ້ເປັນຫຼັກ.
- Watcher ຫຼືຄົນທີ່ມັກເບິ່ງຢ່າງດຽວ ການ Boost Post ຈະບໍ່ສາມາດເຂົ້າເຖິງກຸ່ມລູກຄ້ານີ້ໄດ້
ກົງກັນຂ້າມກຸ່ມທີ່ເປັນ Watcher ໃນຫຼາຍຄັ້ງ ເມື່ອມັກສິນຄ້າກໍຈະຊື້ເລີຍ ໂດຍບໍ່ຈໍາເປັນຕ້ອງ Like/Comment/Share ດັ່ງນັ້ນ, ຖ້າຈະເຮັດໂຄສະນາດ້ວຍວິທີນີ້ຄວນເນັ້ນ ຜົນລັບທາງທຸລະກິດ ຫຼາຍກວ່າ ຍອດ Like ເທິງ Social ທີ່ບໍ່ສາມາດວັດຜົນຍອດຂາຍທາງທຸລະກິດໄດ້.
- ເຈາະກຸ່ມເປົ້າໝາຍແມ່ນຍໍາ ແລະ ສ້າງ Conversion ດ້ວຍ Facebook Pixel
ແມ່ນຫຍັງຄື Facebook Pixel? Facebook Pixel ກໍຄືເຄື່ອງມືການເກັບຂໍ້ມູນ ຂອງ Facebook ທີ່ສາມາດຊ່ວຍເຮົາປະເມີນ ແລະ ວັດຜົນການເຂົ້າ ເວັບໄຊ້ ຂອງເຮົາຜ່ານຂໍ້ມູນສະຖິຕິທາງເລິກທີ່ເກັບໄດ້ຈາກໜ້າທີ່ຖືກ Pixel ນັ້ນເອງ; ເຮັດໃຫ້ Facebook ຈະໄດ້ຮູ້ຈັກເວັບໄຊ້ຂອງເຮົາຫຼາຍຂຶ້ນ ແລະ ຮູ້ວ່າກຸ່ມເປົ້າໝາຍຂອງເຮົາແມ່ນໃຜ? ໂດຍຂໍ້ມູນທີ່ໄດ້ເຮົາສາມາດນໍາໄປໃຊ້ລົງໂຄສະນາໃນແບບ Conversion ຕໍ່ໃນ Facebook; ເຊິ່ງສາມາດກໍານົດຄົນໄດ້ກົງຕາມກຸ່ມເປົ້າໝາຍຂອງເຮົາຢ່າງລະອຽດ ແລະ ເໝາະສົມຫຼາຍຂຶ້ນ ແທນທີ່ຈະຊອກຄົນມາກົດ Like ແລະ Comment ເທົ່ານັ້ນ.
- Re-Marketing ດ້ວຍການດຶງ Data ເກົ່າມາຕໍ່ຍອດ ເພີ່ມກຸ່ມເປົ້າໝາຍ ແລະ ຖານລູກຄ້າຫຼາຍຂຶ້ນ
ຢ່າລືມວ່າເງິນທຸກກີບທີ່ເຮົາ ຊື້ໂຄສະນາ ໄປນັ້ນມີຄ່າຫຼາຍ ເມື່ອຄົນຄິກໂຄສະນາຂອງເຮົາໄປແລ້ວ ເຂົາອາດຍັງບໍ່ຊື້ໃນຄັ້ງທໍາອິດ ເນື່ອງດ້ວຍເຫດຜົນຫຼາຍໆຢ່າງເຊັ່ນ: ຊອກຂໍ້ມູນຣີວິວເພີ່ມຕຶ່ມ, ຖ້າເງິນເດືອນອອກ, ຄາວຽກ, ຍັງບໍ່ພ້ອມ ຫຼືແມ່ນຫຍັງກໍຕາມ… ແຕ່ນັ້ນບໍ່ແມ່ນເຫດຜົນທີ່ເຮົາຈະຖີ້ມ Data ພວກນັ້ນໄປເສຍລ້າໆ ດັ່ງນັ້ນ, ການນໍາ Data ຄົນທີ່ເຄີຍຄິກໂຄສະນາຂອງເຮົາກັບມາໃຊ້ອີກຮອບ ເປັນສິ່ງທີ່ສໍາຄັນຫຼາຍ ໃນທາງທຸລະກິດ Online ເພື່ອທີ່ຈະແນະນໍາສິນຄ້າ ແລະ ບໍລິການຂອງເຮົາໃຫ້ກັບລູກຄ້າຂອງເຮົາອີກຄັ້ງ ເມື່ອພວກເຂົາພ້ອມຕັດສິນໃຈຊື້ເຄື່ອງ, ເມື່ອລູກຄ້າເຫັນສິນຄ້າຂອງເຮົາຫຼາຍໆ ເຂົາຈະຈົດຈໍາສິນຄ້າໄດ້ຫຼາຍຂຶ້ນ ນໍາໄປເຊິ່ງພຶດຕິກໍາການຊື້ໃນລໍາດັບຕໍ່ມາ.
ນີ້ເປັນພຽງບາງເທັກນິກໃນການເຮັດ Facebook Ads ໃຫ້ມີປະສິດທິພາບຫຼາຍຂຶ້ນເທົ່ານັ້ນ ທີ່ຜູ້ຂຽນໄດ້ຍົກຂຶ້ນເພື່ອເປັນບົດຮຽນໃຫ້ແກ່ຜູ້ທີ່ຈະປະກອບການໃນດ້ານນີ້ ເພື່ອຈະບໍ່ໄດ້ເສຍຫົວໃຫ້ກັບ ໂຄສະນາຕ່າງໆທີ່ບໍ່ໄດ້ຮັບປະສິດທິພາບເທົ່າທີ່ຄວນ ແລະ ເສຍເງິນໄປແບບບໍ່ເຫັນຜົນຕອບແທນ… ແຕ່ທັງນີ້ທັງນັ້ນ ກໍຂຶ້ນຢູ່ກັບສິນຄ້າຂອງທ່ານເອງ, ຄໍາໂຄສະນາ, ຮູບພາບປະກອບຕ່າງໆ ທີ່ຈະສາມາດດຶງດູດລູກຄ້າໄດ້.
ທີ່ມາ: BRAND BUFFER