ຄົນລາວທົ່ວປະເທດ ມີຄວາມດີໃຈອີກຄັ້ງ ພາຍຫຼັງໄດ້ຮັບຂ່າວວ່າຄົນລາວສາມາດສ້າງປະຫວັດສາດ ຍາດໄດ້ 20 ກວ່າຫຼຽນໃນການແຂ່ງຂັນມວຍຈີນພຽງ 2 ວັນທີ່ເມືອງ ເຕີ້ງເພີງ.
ຄົນລາວ 17 ຄົນຍິງ 2 ຄົນໄດ້ເດີນທາງໄປເຝິກອົບຮົມວິຊາມວຍຈີນເປັນເວລາ 4 ເດຶອນ ໂດຍແບ່ງເປັນ 2 ກຸ່ມຄື: ກຸ່ມທີ 1 ແມ່ນຮຽນມວຍເສົາຫຼີນ ຈໍານວນ 8 ຄົນ ຍິງ 1 ຄົນ. ກຸ່ມທີ 2 ແມ່ນຮຽນມວຍໄທຈິ ຈໍານວນ 9 ຄົນ ຍິງ 1 ຄົນ.
ໃນໄລຍະດັ່ງກ່າວທາງປະເທດຈີນໄດ້ຈັດການແຂ່ງຂັນ The 12th Zhengzhou China International Shaolin Wushu Festival 2018 ຂຶ້ນທີ່ເມືອງ ເຕີ້ງເພີງ (Dengfeng) ເມືອງແຫ່ງການຕໍ່ສູ່ ເຊິ່ງເປັນຕົ້ນກໍາເນີດຂອງວັດເສົາຫຼີນ.
ທີມຈາກ ສປປ ລາວ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ຮ່ວມກັບບັນດາປະເທດເພື່ອນມິດທີ່ມາຈາກ 65 ປະເທດ.
ການແຂ່ງຂັນແມ່ນເລີ່ມແຕ່ວັນທີ 19 ຫາ ວັນທີ 24 ຕຸລາ 2018 ຊຶ່ງການແຂ່ງຂັນໃນວັນທີ 21/10/2018 ທີມລາວກຸ່ມມວຍເສົາຫຼີນ ສາມາດຍາດໄດ້ 2 ຫຼຽນຄໍາ 2 ຫຼຽນເງິນ 2 ຫຼຽນທອງແດງ (ໃນການລໍາມວຍດ້ວຍມື ດ່ຽວຊາຍ).
ການແຂ່ງຂັນໃນວັນທີ 21/10/2018 ທີມລາວກຸ່ມມວຍໄທຈິ ສາມາດຍາດໄດ້ 1 ຫຼຽນຄໍາ (ໃນການລໍາມວຍດ້ວຍມື ດ່ຽວຍິງ). ຍາດໄດ້ 2 ຫຼຽນເງິນ 6 ຫຼຽນທອງແດງ (ໃນການລໍາມວຍດ້ວຍມື ດ່ຽວຊາຍ).
ການແຂ່ງຂັນໃນວັນທີ 22/10/2018 ທີມລາວກຸ່ມມວຍເສົາຫຼີນ ສາມາດຍາດໄດ້ 1 ຫຼຽນເງິນ (ການລໍາມວຍດ້ວຍອາວຸດກະບອງ) 2 ຫຼຽນທອງແດງ (ການລໍາມວຍປະກອບອາວຸດ).
ສໍາລັບທີມລາວກຸ່ມມວຍໄທຈິ ສາມາດຍາດໄດ້ 1 ຫຼຽນຄໍາ (ການລໍາມວຍດ້ວຍວີ ຍິງດ່ຽວ) ຍາດໄດ້ 3 ຫຼຽນເງິນ (ການລໍາມວຍດ້ວຍດາບ ດ່ຽວຊາຍ) ຍາດໄດ້ 5 ຫຼຽນທອງແດງ (ການລໍາມວຍດ້ວຍດາບ ດ່ຽວຊາຍ).
ລວມການແຂ່ງຂັນໃນ 2 ວັນຜ່ານມາ ທັງສອງທີມຈາກ ສປປ ລາວ ສາມາດຍາດໄດ້ 4 ຫຼຽນຄໍາ10 ຫຼຽນເງິນ ແລະ 15 ຫຼຽນທອງແດງ.
ສໍາລັບການແຂ່ງຂັນໃນວັນທີ 23 ຈະມີການຊິງເຖິງ 10 ກວ່າຫຼຽນ ການແຂ່ງຂັນຍັງມີອີກຫຼາຍລາຍການ ເຊິ່ງພວກເຮົາຈະນໍາສະເໜີໃຫ້ທ່ານໄດ້ຮັບຊາບຕື່ມອີກ ແລະ ໃຫ້ກໍາລັງໃຈທີມລາວຈະສາມາດຍາດໄດ້ຕື່ມຈັກຫຼຽນ.
ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບຈາກອິນເຕີເນັດ.