ທ້າຍເດືອນພະຈິກ ເມືອງວຽງໄຊມີອາຍຸຄົບ 50 ປີ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ປະທານຄະນະກໍາມາທິການ ລະດັບຊາດເພື່ອກະກຽມສະເຫຼີມສະຫຼອງເມືອງວຽງໄຊ ຄົບຮອບ 50 ປີ ຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2018 ວ່າ: ການຈັດງານຄັ້ງນີ້ມີ 3 ຈຸດປະສົງສຳຄັນຄື: ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ.

ສໍາລັບກິດຈະກໍາ ປະກອບມີ 12 ກິດຈະກຳໃຫຍ່ຄື: – ຈັດພິທີໂຮມຊຸມນຸມໃຫຍ່ຢູ່ເມືອງວຽງໄຊ ໃນວັນທີ 30 ພະຈິກ . – ງານວາງສະແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຖໍ້າຊ້າງລອດເມືອງວຽງໄຊ. – ປາຖະກະຖາເລົ່າມູນເຊື້ອກ່ຽວກັບເມືອງວຽງໄຊຕິດພັນກັບມູນເຊື້ອຂອງການປະຕິວັດລາວ. – ປະກວດບົດປະດິດຄິດແຕ່ງຕ່າງໆກ່ຽວກັບເມືອງວຽງໄຊ. – ໂຄສະນາເມືອງວຽງໄຊຜ່ານສື່ຕ່າງໆ. – ຂະບວນຄາລະວານປະກອບມີ 4 ຂະບວນໃຫຍ່.

– ປຸກລະດົມບັນດາການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດບຸກຄົນສ້າງຂະບວນການປັງປຸງບຸລະນະສະຖານທີ່ ຫຼື ຖໍ້າທີ່ເປັນສໍານັກງານຂອງຕົນໃນອະດີດທີ່ເມືອງວຽງໄຊ. – ຈັດກອງປະຊຸມສຳມະນາວິທະຍາສາດຢູ່ນະຄອນຫຼວງວຽງຈັນ. – ຮຽບຮຽງປະຫວັດສາດເມືອງວຽງໄຊ. – ປັບປຸງພິພິຕະພັນມູນເຊື້ອເມືອງວຽງໄຊຕິດພັນກັບພິພິຕະພັນໄກສອນ ພົມວິຫານ.

– ເປີດຂະບວນການຮັກຊາດ ແລະ ພັດທະນາຢູ່ເມືອງວຽງໄຊ. – ຊຸກຍູ້ບັນດາໂຄງການພັດທະນາຢູ່ແຂວງຫົວພັນທີ່ລັດຖະບານໄດ້ຕົກລົງແລ້ວໃຫ້ດຳເນີນຕາມແຜນການໃຫ້ສຳເລັດ.


ຂ່າວ: ບຸນຕຽງ ຈັນທະວົງ

ຮູບພາບຈາກອິນເຕີເນັດ

Comments