ສູນກາງແມ່ຍິງລາວ ໄຂກອງປະຊຸມຄົບຄະນະ ທີ່ເມື່ອງວຽງໄຊ

ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ 4 ສະໄໝທີ VII ໄດ້ໄຂຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 12 ຕຸລາ 2018 ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ພ້ອມດ້ວຍບັນດາທ່ານຄະນະປະທານສູນກາງສະຫະພັນແມ່ຍິງລາວ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VII, ປະທານ-ຮອງປະທານສະຫະພັນແມ່ຍິງແຂວງ, ກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 86 ທ່ານ, ຊາຍ 6 ທ່ານ.

ກອງປະຊຸມຄັ້ງທີ 4 ສະໄໝທີ VII ໄດ້ລົງມະຕິຮັບຮອງເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງລາວໃນໄລຍະ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ 2018 ແລະ ທິດທາງແຜນການປະຈໍາປີ 2019.

 

ພ້ອມກັນນັ້ນ, ຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ຮັບຮອງເອົາວຽກງານຈຸດສຸມ 3 ເດືອນທ້າຍປີ 2018 ແລະ ທິດທາງແຜນການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງລາວ ປະຈຳປີ 2019 ເຊິ່ງປະກອບດ້ວຍ 14 ຄາດໝາຍ ເປັນຕົ້ນແມ່ນ: ຊຸກຍູ້ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VII ແລະ ມະຕິກອງປະຊຸມກ່ຍວກັບການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງຄັ້ງທີ II ເພື່ອກະກຽມບຸກຄະລະກອນໃຫ້ແກ່ກອງປະຊຸມອົງຄະນະພັກ 3 ຂັ້ນ ແລະ ສືບຕໍ່ຈັດກອງປະຊຸມໃຫຍ່ສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້; ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ; ສືບຕໍ່ຊຸກຍູ້ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ບັນດາແຂວງ, ກະຊວງ-ອົງການ ສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ; ຜ່ານຮ່າງກົດລະບຽບຂອງສະຫະພັນແມ່ຍິງລາວສະບັບປັບປຸງ; ຜ່ານຮ່າງເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ; ຜ່ານຮ່າງໂຄງຮ່າງບົດລາຍງານ ແລະ ທິດທາງພັດທະນາແມ່ຍິງລາວ 5 ປີ (2021-2025); ຜັນຂະຫຍາຍວຽກງານ 3 ສ້າງຕິດພັນກັບ 3 ດີ ຫັນລົງຮາກຖານ, ຊຸກຍູ້ຕິດຕາມການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງເຂົ້າສູ່ລວງເລິກໃຫ້ປະກົດຜົນເປັນຈິງ; ຊຸກຍູ້ຂະບວນການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ໄລຍະທີ II ປີ 2018-2019; ປະເມີນບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດສາມສ້າງກັບບ້ານປະຕິບັດສິດຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມ ແລະ ພັດທະນາເດັກປາສະຈາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນເອກະພາບໃນການລົງຈັດຕັ້ງປະຕິບັດຕົວຈິງ; ຂະຫຍາຍຕາໜ່າງການໃຫ້ຄຳປຶກສາໃຫ້ໄດ້ສອງແຂວງ; ຫັນວິສາຫະກິດຝ້າຍລາວເປັນສູນເຝິກອົບຮົມຫັດຖະກຳຕ່ຳຜ້າໄໝລາວ; ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ; ສືບຕໍ່ຜັນຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ແລະ ພາລະບົດບາດໜ້າທີ່ໜ້າທີ່ຂອງສູນກາງສະຫະພັນແມ່ຍິງ ແລະ ທ້ອງຖິ່ນ, ດຳເນີນການຕິດຕາມກວດກາວຽກງານຮອບດ້ານຂອງສະຫະພັນແມ່ຍິງແຕ່ລະຂັ້ນ.

ຂ່າວ-ພາບ: ໄອແກ້ວ-Houaphane News

 

 

Comments