Marketing 4.0 ແມ່ນແນວໃດ? ນັກການຕະຫຼາດຍຸກນີ້ຄວນຮູ້….

ທ່ານຮູ້ສຶກຄືກັນບໍ່ວ່າ: ປັດຈຸບັນນີ້, ບ້ານເຮົາໄປທາງໃດກໍຈະມັກເວົ້າເລື່ອງຂ່າວສານ ທີ່ເປັນກະແສດັງໃນໂລກອອນໄລ໌ ຖ້າໃຜບໍ່ຫຼິ້ນ ຫຼື ​ຕິດຕາມຂ່າວສັງຄົມຈາກ Social media ໃນຍຸກນີ້ ກໍຄືຄົນນັ້ນ ບໍ່ຮູ້ເລື່ອງຫຍັງ, ຕົກຍຸກ, ບໍ່ທັນສະໄໝອີຫລີ. ດັ່ງນັ້ນ, ເຮົາຮູ້ແລ້ວວ່າ ຄົນໃນຍຸກນີ້ສ່ວນຫຼາຍຈະໃຊ້ຊີວິດໃນການເສບຂ່າວຈາກທາງອອນໄລ໌ ຫຼາຍທີ່ສຸດ. ສະນັ້ນ, ນັກການຕະຫຼາດໃນຍຸກນີ້ກໍຕ້ອງຫັນປ່ຽນທິດແນວຄວາມຄິດເອົາສິນຄ້າຂອງຕົນເອງໄປໂຄສະນາຢູ່ໃນອອນໄລ໌ ຫຼາຍຂຶ້ນ ຈາກແຕ່ກ່ອນທີ່ແມ່ນຢູ່ຕາມແຕ່ໜ້າຮ້ານ ຫຼື ໄປຫາລູກຄ້າໂດຍກົງເທົ່ານັ້ນ. ສະນັ້ນ, ຍຸກນີ້ ເຂົາຈຶ່ງເອິ້ນວ່າ: ຍຸກ 4.0

ມີຫຼາຍໆຄົນອາດເຂົ້າໃຈແລ້ວວ່າ  Marketing 4.0 ແມ່ນ ການຕະຫຼາດທາງອອນໄລ໌ ຫຼື ການຂາຍຜ່ານ Social ແຕ່ມື້ນີ້ ຈະມາໃຫ້ຮູ້ຈັກຄຳວ່າ Marketing 4.0  ແບບເລິກໆ ກໍຄື “ການຕະຫຼາດທີ່ເອົາເຕັກໂນໂລຊີຕ່າງໆເຂົ້າມາຊ່ວຍ ເພື່ອໃຫ້ເຂົ້າເຖິງຜູ້ບໍລິໂພກ ຫຼື ລູກຄ້າ ໄດ້ຫຼາຍຂຶ້ນ” ການຂາຍສິນຄ້າ ຫຼື ການເຮັດການຕະຫຼາດຈະບໍ່ແມ່ນມີແຕ່ຢູ່ໜ້າຮ້ານອີກຕໍ່ໄປ ແຕ່ມັນຈະກ້າວມາສູ່ໂລກອອນໄລ໌ພ້ອມ. ໝາຍຄວາມວ່າ Marketing 4.0 ເປັນວິທີ່ ທີ່ນັກການຕະຫຼາດຈະຕ້ອງຄົ້ນທາງເຮັດການຕະຫຼາດທາງແບບ Online+Offline ທີ່ມີຄວາມສຳພັນລະຫວ່າງບໍລິສັດ ແລະ ລູກຄ້າ ໄວ່ນຳກັນ.    ແຕ່ເຕັກໂນໂລຊີ ບໍ່ແມ່ນສິ່ງສຳຄັນຂອງການຕະຫຼາດ 4.0 ພຽງຢ່າງດຽວ ແຕ່ສິ່ງສຳຄັນອີກຢ່າງໜຶ່ງກໍຄື “ຄົນ” ເປັນຈຸດສູນກາງ  ເພາະຕ້ອງຢ່າລືມວ່າ ເຮົາກຳລັງໃຊ້ເຕັກໂນໂລຊີໃຫ້ເຂົ້າເຖິງລູກຄ້າ ທີ່ເປັນ ຄົນນັ້ນເອງ.

ສຳລັບ ຄຳວ່າ Marketing 4.0 ເປັນຄຳທີ່ໂດງດັງທີ່ທຸກຄົນທົ່ວໂລກຮູ້ຈັກກັນດີແມ່ນມາຈາກ ປຶ້ມ Marketing 4.0 ທີ່ຂຽນໂດຍ Philip Kotler  ເປັນເລື່ອງທີ່ຂຽນກ່ຽວກັບ ການນຳເອົາເຕັກໂນໂລຊີ ເຂົ້າມາຊ່ວຍເຂົ້າມາຢູ່ໃນຊີວິດປະຈຳວັນຂອງຄົນຫຼາຍຂຶ້ນ ໃນການຜະລິດສິນຄ້າ, ການຂາຍ ແລະອື່ນໆ. ເຊັ່ນ: ຊາວກະສິກຳ ແບບເກົ່າແມ່ນໃຊ້ແຮງງານຄົນໃນການເກັບກ່ຽວ ກໍຈະຫັນມາໃຊ້ເຕັກໂນໂລຊີຊ່ວຍ ໃຊ້ອຸປະກອນເກັບກ່ຽວທີ່ທັນສະໄໄໝ ເພື່ອເພີ່ມຜົນຜະລິດທີ່ຫຼາຍກວ່າເກົ່າ  ຫຼື ຖ້າເປັນກຸ່ມທຸລະກິດ SMEs ແບບທຳມະດາ ກໍຈະຍົກລະດັບໃຫ້ກາຍເປັນ SMEs ປະສົມ Startup ໃຫ້ມີປະສິດທິພາບ ແລະ ທັນສະໄໜຍິ່ງຂຶ້ນ.

 

Comments