ເພື່ອປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນຂອງຊາດ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ, ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາປີ 2020-2021 ຈໍານວນທັງໝົດ 330 ທຶນ ຈາກ 7 ສະຖາບັນການສຶກສາໃນທົ່ວປະເທດ.

ປະກອບມີ ມະຫາວິທະຍາໄລແຫ່ງຊາດ (120 ທຶນ), ມະຫາວິທະຍາໄລ ສຸພານຸວົງ (55 ທຶນ), ມະຫາວິທະຍາໄລ ສະຫວັນນະເຂດ (45 ທຶນ), ມະຫາວິທະຍາໄລ ຈໍາປາສັກ (40 ທຶນ), ວິທະຍາໄລຄູ ສະຫວັນນະເຂດ (20 ທຶນ) ແລະ ວິທະຍາໄລຄູປາກເຊ (20 ທຶນ), ສະຖາບັນວິຈິດສິນ (30 ທຶນ) ເຊິ່ງໂຄງການສານຝັນມອບທຶນການສຶກສາແກ່ນັກສຶກສາທີ່ຂາດເຂີນ ຂອງ ບໍລິສັດ ເບຍລາວ ຈໍາກັດ ເລີ່ມຕົ້ນມາ ຕັ້ງແຕ່ປີ 2010 ເປັນຕົ້ນມາ. ໃນປັດຈຸບັນ ມີນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ດັ່ງກ່າວ ທັງໝົດ 3.054 ຄົນ ໃນທົ່ວປະເທດ, ລວມເປັນງົບປະມານທັງໝົດ 8.7 ຕື້ກີບ.

ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ຂອງບໍລິສັດເບຍລາວ ຈໍາກັດ ໄດ້ກ່າວວ່າ: ການສຶກສາເປັນພື້ນຖານແຫ່ງການດໍາລົງຊີວິດ, ຖ້ານັກຮຽນໄດ້ຮັບການສຶກສາທີ່ດີ ກໍຈະມີໂອກາດປະສົບຜົນສໍາເລັດໃນອະນາຄົດ, ນອກຈາກຈະເປັນຜົນປະໂຫຍດໃຫ້ກັບນັກສຶກສາແລ້ວ ຍັງສາມາດນໍາຄວາມຮູ້ ໄປພັດທະນາສ້າງສາປະເທດໄດ້. ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວ, ບໍລິສັດ ເບຍລາວ ຈໍາກັດ ຈຶ່ງໄດ້ສືບຕໍ່ ຈັດກິດຈະກໍາ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ໃນຫຼາຍພື້ນທີ່ ທົ່ວປະເທດຕໍ່ເນື່ອງກັນມາ ເປັນປີທີ 11.

ທ້າວ ທອງ ມະນີວົງ, ນັກສຶກສາ ຄະນະສຶກສາສາດ ສາຂາ ຄູເຄມີສາດ, ຊັ້ນປີ ທີ່ 4 ມະຫາວິທະຍາໄລ ສຸພານຸວົງ ກ່າວວ່າ: ຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຮັບທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ຕະຫຼອດໄລຍະ 3 ປີ ຜ່ານມາ ໂດຍໄດ້ນໍາໃຊ້ ທຶນການສຶກສາດັ່ງກ່າວ ເຂົ້າໃນການຊື້ອຸປະກອນການຮຽນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຈາກຄອບຄົວ.

ນັກສຶກສາ ແຕ່ລະຄົນທີ່ໄດ້ຮັບທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ລ້ວນແລ້ວແຕ່ແມ່ນນັກສຶກສາ ທີ່ຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ ເຊິ່ງໄດ້ສະແດງອອກທາງດ້ານການປະພຶດ, ຄຸນສົມບັດ, ການເຄົາລົບນັບຖື ຄູ-ອາຈານ ແລະ ໝູ່ຄູ່. ນອກຈາກນັ້ນ, ນັກສຶກສາແຕ່ລະຄົນຍັງມີຜົນງານທີ່ໂດດເດັ່ນທາງດ້ານກິລາ, ສິນລະປະ ວັນນະຄະດີ, ມີຜົນການຮຽນບໍ່ຫຼຸດຄາດໜາຍຄະແນນເກຣດສະເລ່ຍຕໍ່າສຸດ GPA 2.4 ເຖິງ 4.0.

ບໍລິສັດ ເບຍລາວ ຈໍາກັດ ເປັນບໍລິສັດ ທີ່ໄດ້ມອບພັນທະເຂົ້າງົບປະມານແຫ່ງຊາດ ເປັນອັນດັບ #1 ໃນແຕ່ລະປີ ຫຼາຍເຖິງ 2.000 ຕື້ກ່ວາກີບ, ພ້ອມທັງໄດ້ສ້າງວຽກເຮັດງານທໍາ ທັງທາງກົງ ແລະ ທາງອ້ອມ ໃຫ້ກັບສັງຄົມຫຼາຍພັນຕໍາແໜ່ງ.

ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ໂດຍສະເພາະໃນວຽກງານການມີສ່ວນຮ່ວມການສົ່ງເສີມ ຮັກສາຮີດຄອງປະເພນີ, ການປົກປັກຮັກສາສິ່ງແວດລ້ອມ, ການກິລາ, ສາທາລະນະສຸກ ແລະ ການສຶກສາ ເພື່ອໃຫ້ຄົນລາວ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການພັດທະນາ ສ້າງສາປະເທດຊາດ ໃຫ້ນັບມືນັບຈະເລີນກ້າວໜ້າ ທຽບເທົ່າກັບສາກົນ.
Target Magazine
