ສິ່ງທີ່ເຈົ້າຂອງ Brand 2019 ຕ້ອງເອົາໃຈໃສ່

ຖ້າທ່ານຢາກເປັນຜູ້ປະກອບການແນວໜ້າໃນຍຸກນີ້ ກ່ອນອື່ນຕ້ອງລຶບຄວາມຄິດເກົ່າໆ ຫຼືຄວາມເຂົ້າໃຈຕື້ນໆກ່ຽວກັບ Brand ວ່າເປັນພຽງຍີ່ຫໍ້ ຫຼືກາສິນຄ້າ (Logo) ໄປຈາກຫົວ ແລະ ມາທຳຄວາມເຂົ້າໃຈ ໃຫ້ເລິກເຊິ່ງຂຶ້ນຕື່ມວ່າ Brand ຍັງໝາຍລວມເຖິງ: ຄວາມຮັບຮູ້ ຄວາມຮູ້ສຶກ ຫຼືຄວາມປະທັບໃຈໂດຍລວມຂອງລູກຄ້າ ການຕີຄວາມຄຸນຄ່າ ຂອງສິນຄ້າຫຼືບໍລິການ ທີ່ຍີ່ຫໍ້ (Brand) ນັ້ນໆໄດ້ສ້າງຂຶ້ນ ຜ່ານການໂຄສະນາ ປະສົບການຊົມໃຊ້ ພາບລັກຂອງອົງກອນ ບຸກຄະລາກອນ ແລະອື່ນໆ ທີ່ກ່ຽວຂ້ອງກັບສິນຄ້າ ແລະບໍລິການ ຂອງຍີ່ຫໍ້ດັ່ງກ່າວ. ສະນັ້ນ, ການສ້າງ Brand ຈຶ່ງຕ້ອງຄິດ ແລະ ວາງແຜນຢ່າງຮອບດ້ານ ເພື່ອຄວາມຍືນຍົງໄລຍະຍາວ ບໍ່ແມ່ນພຽງແຕ່ສາມາດສ້າງສິນຄ້າ ຫຼືບໍລິໃດໜຶ່ງມາຂາຍໄດ້ກໍຖືວ່າເປັນ Brand ແລ້ວ.