ກະຊວງການຄ້າຂຶ້ນບັນຊີດໍາບໍລິສັດ ເກືອບ 70 ແຫ່ງ ລວມເຖິງຫົວເຫວີຍ ເຂົ້າສູ່ລາຍຊື່ຜູ້ປະກອບການຈາກຕ່າງຊາດ ເຊິ່ງຖ້າບໍລິສັດຂອງອາເມຣິກາຕ້ອງພົວພັນການຄ້າຂາຍນຳ “ຕ້ອງມີໃບອະນຸຍາດກ່ອນ”.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ກະຊວງການຄ້າຂອງສະຫະລັດ ປະກາດເມື່ອວັນພຸດຂຶ້ນບັນຊີດໍາຫົວເຫວີ່ຍ ແລະ ບໍລິສັດອີກ 68 ແຫ່ງ ຈາກອີກຫຼາຍກວ່າ 20 ປະເທດ ເຂົ້າສູ່ລາຍຊື່ທີ່ຫ້າມຜູ້ປະກອບການຂອງອາເມຣິກາເຮັດການຄ້າຂາຍນຳ ຖ້າບໍ່ມີໃບອະນຸຍາດຈາກລັດຖະບານວໍຊິງຕັນກ່ອນ ເຊິ່ງຕາມຫຼັກການແລ້ວ ການຂໍໃບອະນຸຍາດດັ່ງກ່າວ “ກໍ່ບໍ່ແມ່ນເລື່ອງງ່າຍໆ” ໂດຍສະເພາະຢ່າງຍິ່ງ ເມື່ອຄໍາສັ່ງນີ້ ບັນຍັດໂດຍໃຊ້ອໍານາດພິເສດຂອງປະທານາທິບໍດີ ແລະ ມີການຈໍ້າກາລົງໃນບັນທຶກລັດຖະການ ພ້ອມເລກທະບຽນຄໍາສັ່ງ.
https://twitter.com/cnni/status/1129140717924769792
ທັງນີ້ ປະທານາທິບໍດີໂດນັລ ທຣໍາ ປະກາດ ສະຖານະການສຸກເສີນດ້ານເຕັກໂນໂລຢີ ເມື່ອວັນພຸດ ຜ່ານມາ ເພື່ອປົກປ້ອງລະບົບໂຄງຄ່າຍອິນເຕີເນັດ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງອາເມຣິກາ ຈາກການຮຸກຮານໂດຍສັດຕູ ເຖິງວ່າ ບໍ່ໄດ້ພາດພິງຊື່ບໍລິສັດ ຫຼື ປະເທດໃດໜຶ່ງແບບເຈາະຈົງ ແລະ ມອບໝາຍໃຫ້ກະຊວງການຄ້າສະເໜີຮ່າງແນວທາງການປະຕິບັດເລື່ອງນີ້ ພາຍໃນ 150 ວັນ ແຕ່ຖະແຫຼງການຂອງກະຊວງການຄ້າ ລະບຸວ່າ ໃນເລື່ອງຂອງການຂໍໃບອະນຸຍາດນັ້ນ “ມີຜົນບັງຄັບໃຊ້ທັນທີ” ແລະ ມີຄໍາເວົ້າທີ່ພາດພິງຢ່າງຊັດເຈນວ່າ ຫົວເຫວີຍເປັນບໍລິສັດທີ່ກ່ຽວຂ້ອງກັບ “ກິດຈະກໍາ” ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງລັດ ແລະ ຜົນປະໂຫຍດດ້ານນະໂຍບາຍຕ່າງປະເທດຂອງອາເມຣິກາ.
ຂະນະທີ່ ຫົວເຫວີ່ຍຍັງບໍ່ສະແດງທ່າທີຕໍ່ຄວາມເຄື່ອນໄຫວຂອງກະຊວງການຄ້າສະຫະລັດ ແຕ່ດ້ານ ທ່ານເດວິດ ຫວັງ ປະທານຝ່າຍບໍລິຫານການລົງທຶນຂອງຫົວເຫວີຍ ກ່າວວ່າ ສະຫະລັດບໍ່ແມ່ນ “ຕະຫຼາດສໍາຄັນ” ຂອງຫົວເຫວີ່ຍຢູ່ແລ້ວ ເພາະສະນັ້ນສິ່ງທີ່ເກີດຂຶ້ນມັນບໍ່ໄດ້ສົ່ງຜົນກະທົບຕໍ່ການດໍາເນີນງານຂອງບໍລິສັດ ເຊິ່ງມີຄວາມເປັນມິດກັບປະເທດອື່ນທົ່ວໂລກ. ໂດຍສະເພາະຢ່າງຍິ່ງ ໃນດ້ານການສະໜັບສະໜຸນການພັດທະນາລະບົບ 5 ຈີ ຂອງປະເທດທີ່ເປັນພັນທະມິດທາງການຄ້າຕໍ່ກັນ.
ທີ່ມາ: ເດລີນິວ
Trump just signed an order that could restrict Huawei from selling its equipment in the U.S.
In response, this Huawei executive says their business in the country is "not that big" pic.twitter.com/USeWoAOIr7
— Bloomberg Originals (@bbgoriginals) May 16, 2019
Target Magazine

