ວິໄສທັດຂອງລັດຖະບານ ແຕ່ນີ້ຮອດປີ 2030 ຄື ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7.351 ໂດລາ

ວິ­ໄສ ​ທັດ​ການ​ພັດ­ທະ­ນາ​ແຕ່​ນີ້​ຮອດ​ປີ 2030 ໄດ້​ກຳ­ນົດ​ແຈ້ງ ຕ້ອງ​ສືບ­ຕໍ່​ຮັບ­ປະ­ກັນ​ໃຫ້​ປະ­ເທດ​ເຮົາ​ມີ​ສະ­ຖຽນ​ລະ​ພາບ​ທາງດ້ານ​ ການ­ເມືອງ​ທີ່​ໝັ້ນ­ຄົງ ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ ທາງ​ດ້ານ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ມີ​ຂະ­ໜາດ​ເສດຖະ­ກິດ ຫຼື ​​ລວມຍອດ​ມູນ​ຄ່າຂອງ ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ (GDP) ຫຼາຍ​ກວ່າ​ປີ 2015 ເຖິງ 4 ເທົ່າ​ກວ່າ. ໃນ​ປີ 2014-2015 ປະ­ມານ 102.320 ຕື້​ກີບ ຫຼື 12,8 ຕື້​ໂດ​ລາ​ສະ­ຫະ­ລັດ, ລາຍ​ໄດ້​ສະ­ເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ 15,8 ລ້ານກີບ ຫຼື​ປະ­ມານ 1.970 ໂດ​ລາ, ຮອດ​ປີ 2030 ລາຍ​ໄດ້ສະເລ່ຍຕໍ່​ຫົວຄົນໃຫ້ບັນ­ ລຸ​ໄດ້  7.351 ໂດ​ລາ. ການ​ພັດ­ທະ ນາ​ແບບ​ຍືນ​ຍົງ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ເສດ­ຖະ­ກິດ ມີ​ການ​ເຕີບ​ໂຕ​ທີ່​​ໝັ້ນ​ທ່ຽງ, ໜັກ​ແໜ້ນ, ຕໍ່​ເນື່ອງ ແລະ ມີ​ຄວາມ​ຍືນ​ຍົງ.

ເມື່ອ​ຮອດ​ປີ 2030 ໃຫ້​ເປັນ​ປະ ເທດ​ມີ​ລາຍ​ຮັບ ປານ​ກາງ​-ສູງ ແລະ ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ໂດຍ​ພື້ນ­ຖານ, ມີ​ຄວາມ​ສາ­ມາດ​ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານການ​ເງິນ​ຢ່າງ​ໜັກ​ແໜ້ນ. ລະ­ບົບ​ການ​ເງິນ​​–​ເງິນ­ຕາ​ທັນ​ສະ ໄໝ, ມີ​ປະ­ສິດ­ທິ­ພາບ, ສະ­ດວກ​ຄ່ອງຕົວ ແລະ ເອື້ອ​ອຳ­ນວຍ​ໃຫ້ແກ່ການ​ບໍ­ລິ­ການ​ດ້ານ​ການ​ເງິນ, ການ​ລົງທຶນ ແລະ ການ​ຜະ​ລິດ​​ທຸ­ລະ​ກິດ. ເສດຖະ­ກິດ​ຕະ­ຫຼາດ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ໄດ້​ຮັບການ​ພັດ­ທະ­ນາຢ່າງເປັນ​ລະ­ບົບ, ບັນ­ດາ​ພາກ­ສ່ວນ​ເສດ­ຖະ­ກິດ​ເປັນ​ກຳ­ລັງ​ແຮງ​ໃຫ້​ແກ່​ເສດ­ຖະ­ກິດ​ແຫ່ງ​ຊາດ ມີ​ຄວາມ​ໜັກ​ແໜ້ນ, ມີ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ເສດ­ຖະ­ກິດ​ທີ່​ເຂັ້ມ​ແຂງ. ສ້າງ​ໄດ້​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ທີ່​ຖື​ເອົາ​ກະ­ສິ­ກຳ​ຕິດ​ແໜ້ນ​ກັບ​ ອຸດ­ສາ­ຫະກຳ ແລະ ການ​ບໍ­ລິ­ການ. ການພັດທະ­ ນາ​ເຂດ​ແຄວ້ນ​ໄດ້​ຮັບ​ການ​ເອົາໃຈ ໃສ່, ເຮັດ​ໃຫ້​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ການ​ພັດ­ທະ­ນາ ຫລຸດ ລົງ​ຢ່າງ​ຈະ­ແຈ້ງ, ສາ­ມາດ​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ ແລະ ນຳ​ໃຊ້​ຊັບ­ພະ ຍາ­ກອນ​ທຳ​ມະ​ຊາດ​ໄດ້​ຢ່າງ​ມີ​ປະ ສິດ​​ທິ​ຜົນ. ເສດ​​ຖະກິດ ພັດ­ທະ­ນາ​ໄປ​ຕາມ​ທິດ​ເສດ­ຖະ­ກິດ​ພູມ​ປັນ­ຍາ, ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝ ຕາມ​ທິດ​ສີ­ຂຽວ ແລະ ເປັນ​ມິດ​ຕໍ່ ສິ່ງ​ແວດ​ລ້ອມ. ປະ­ຊາ­ຊົນ​ໂດຍ​ສ່ວນ​ໃຫຍ່​ມີ​ຊີ​​ວດ​ການ​ເປັນ​ຢູ່​ທີ່​ດີ ແລະ ມີ​ຄວາມ​ຜາ​ສຸກ, ຄຸນ­ຄ່າ​ມູນ­ເຊື້ອ​ວັດ​ທະ​ນະ​​ທໍາ​ທີ່​ເປັນ ເອ­ກະ­ລັກ​ທີ່​ດີ­ງາມ​ຂອງ​ຊາດ ແລະ ຂອງ​ແຕ່​ລະ​ເຜົ່າ​ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ, ເສີມ​ຂະ­ຫຍາຍ ແລະ ພັດ­ທະ­ນາ​ໃຫ້​ອຸ­ດົມ­ສົມ­ບູນ ຮັ່ງ­ມີ​ຍິ່ງ​ຂຶ້ນ.

ການ ​ພັດ­ທະ­ນາ​ຄວາມ​ສົມ​ດຸນ​ລະ­ຫວ່າງ​ການ​ພັດ­ທະ­ນາ​ເສດ­ຖະກິດ ກັບ​ການ​ພັດ­ທະ­ນາ​ວັດ­ທະ­ນະ​ທຳ​​–​ສັງ­ຄົມ ແລະ ການ​ປົກ​ປັກຮັກ ສາ​ສິ່ງ­ແວດ­ລ້ອມ ຕາມ​ທິດ​ເຕີບ​ໂຕ​ສີ­ຂຽວ ແລະ ມີ​ຄວາມ​ຍືນ​ຍົງ. ລັກ ສະ­ນະ​ລັດ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ປະ­ຊາ­ຊົນ ສະ­ແດງ​ອອກ​ຢ່າງ​ຈະ­ແຈ້ງ, ລະ­ບົບ​ການ​ປົກ­ຄອງ ໄດ້​ຮັບ​ການ​ບູ­ລະ­ນະ ໄປ​ຕາມ​ທິດ​ເສີມ ສ້າງ​ຄວາມ​ສາມາດ​ຂອງ​ການ​ຄຸ້ມ​ຄອງ​ມະ­ຫາ​ພາກ​ຂອງ​ສູນ​ກາງ ແລະ ຄວາມ​ເປັນເຈົ້າ​ ການ​ຂອງ​ທ້ອງ­ຖິ່ນ​ຮາ​ກ​ຖານ. ສິດ ທິ​ຂອງ ພົນ­ລະ­ເມືອງ ມີ​ການ​ຮັບປະ­ ກັນດ້ວຍ​ການ​ຄຸ້ມ​ຄອງ​ລັດ​ຕາມກົດ ­ໝາຍ​ທີ່​ສັກ­ສິດ, ປະ­ຊາ­ຊົນ​ບັນ­ດາ ເຜົ່າ​ມີ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ, ສັງ­ຄົມ​ມີ​ປະຊາ ­ທິປະ ­ໄຕ, ມີ​ຄວາມ​ຍຸ­ຕິ​ທຳ ແລະ ສີວິ​ໄລ. ຊັບ­ພະ­ຍາ­ກອນ​ມະ­ນຸດ ໄດ້​ຮັບ​ການ​ພັດ​ທະນາ​ໃກ້​ຄຽງ​ກັບ​ພາກ​ພື້ນ ແລະ ສາ­ກົນ, ເປັນ​ກຳ­ລັງ​ແຮງການ​ ຜະ­ລິດ​ທີ່​ເຂັ້ມ­ແຂງ, ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກ­ຮ້ອງຕ້ອງ ການຂອງ​ການ​ພັດ­ທະ­ນາ​ເສດ​​ຖະ​ກິດ​​–​ສັງ­ຄົມ​ແຫ່ງ​ຊາດ​ຫລາຍ​ຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ ກໍ່​ໃຫ້​ສາ­ມາດ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ຢ່າງ​ກວ້າງ­ຂວາງກັບ​ພາກ​ພື້ນ ແລະ ສາ­ ກົນ ແລະ ຄວາມ​ສາ­ມາດ​ແກ້ງແຍ້ງ ​ແຂ່ງ­ຂັນ​ໃນດ້ານຕ່າງໆກັບ​ພາຍ​ ນອກ​ຫລາຍ​ຂຶ້ນ ເມື່ອ​ຮອດ​ປີ 2030.

ຢາກ​ກ້າວ​ ເຖິງ​ຈຸດ​ນັ້ນ​ໄດ້, ພວກ​ເຮົາ​ຕ້ອງ​ສ້າງ​ທ່າ​ກ້າວ​ໃໝ່ ໃນ​ທຸກ​ຂົງ­ເຂດ​ວຽກ​ງານ​ນັບ​ແຕ່​ດຽວ­ນີ້​ໄປ ເພື່ອ​ພ້ອມ​ກັນ​ບຸກ ທະ­ລຸ​ທັງ​ສີ່​ດ້ານ ໃຫ້­ການ​ພັດ­ທະ­ນາ​ດ້ານ​ຕ່າງໆ​ມີ​ຜົນ­ ສຳ­ເລັດ​ໃໝ່, ດ້ວຍ​ຄຸນ​ນະ​ພາບ​ອັນ​ໃໝ່, ເດັດ­ຂາດ​ຕີ​ຖອຍ​ບັນ­ດາ​ອຸ­ປະ ສັກ, ຈຸດ​ອ່ອນຂໍ້​ບົກ­ພ່ອງ ໃຫ້​ຕົກ​ໄປ.

ທີ່ມາ: ຂ່າວສານປະເທດລາວ.

 

Comments