ປັດຈຸບັນ, ລູກຄ້າ ແລະ ກຸ່ມເປົ້າໝາຍ ຈະຊື້ສິນຄ້າ ຫຼື ບໍລິການໃດໜຶ່ງ ຈະບໍ່ໄດ້ຄຳນຶງເຖິງພຽງຄຸນນະພາບຂອງຜະລິດຕະພັນພຽງຢ່າງດຽວເທົ່ານັ້ນແລ້ວ, ແຕ່ຍັງມີການພິຈາລະນາໄປອີກຢ່າງໜຶ່ງຄື: ຜະລິດຕະພັນທີ່ຕົນເອງຊື້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື ຍຸດທະສາດ CSR=Corporate Social Responsibility ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂອງອົງກອນ ທີ່ຈະນຳໄປສູ່ການພັດທະນາແບບຢັ້ງຍືນຂອງສັງຄົມ.

ຂໍ້ມູນທີ່ຈະເຮັດໃຫ້ລູກຄ້າເຊື່ອໝັ້ນໃນຜະລິດຕະພັນ ແລະ ອົງກອນ ໄດ້ນັ້ນແມ່ນການສະແດງອອກຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂໍ້ມູນເຫຼົ່ານີ້ມັກຈະສ້າງຂຶ້ນໃນຮູບແບບຂອງການລາຍງານທີ່ເອີ້ນວ່າ: Sustainability Report ຫຼື CSR Report ແລະ ມັກມີໃຫ້ເຫັນແຕ່ສະເພາະອົງກອນທຸລະກິດຂະໜາດໃຫຍ່ໆ ທີ່ມີກິດຈະການຢູ່ຫຼາຍພັນແຫ່ງທົ່ວໂລກທີດຳເນີນຍຸດທະສາດນີ້.

ແຕ່ສຳລັບ ທຸລະກິດ SME ກໍສາມາດມີຂໍ້ມູນ ຫຼື ເຮັດສິ່ງນີ້ໄດ້ຄືກັນ ພຽງແຕ່ເຮົາຍັງບໍ່ຄ່ອຍເຫັນ SME ສ່ວນຫຼາຍໃຫ້ຄວາມສົນໃຈໃນເລື່ອງນີ້… ສາເຫດຫຼັກກໍເປັນເພາະຂາດແຮງຈູງໃຈ ຫຼື ບໍ່ເຫັນຜົນປະໂຫຍດທີ່ຈະໄດ້ຮັບຫຼາຍເທົ່າທີ່ຄວນ ເມື່ອທຽບກັບເວລາ ແລະ ຊັບພະຍາກອນທີ່ຕ້ອງໃຊ້ທີ່ມີຈຳນວນກຳຈັດ.

ແຕ່ກໍຍັງມີ SME ຫຼາຍບໍລິສັດ ທີ່ສາມາດພິສູດໃຫ້ເຫັນເຖິງປະໂຫຍດທາງທຸລະກິດ ຕໍ່ການມີຄວາມຮັບຜິດຊອບຕໍ່ສັງຄົມຂອງກິດຈະການຂອງຕົນເອງ. ປັດຈຸບັນກໍມີຫຼາຍແບຣນເສື້ອຜ້າແຟຊັນ ໄດ້ນຳ ຍຸດທະສາດນີ້ມາປັບໃຊ້ຄື: ຫຼຸດການໃຊ້ຖົງຢາງພາສ໌ຕິກ ຫັນມາໃຊ້ຖົງຜ້າ ຫຼື ຖົງເຈ້ຍແທນ ແລະ ກໍມີຫຼາຍບໍລິສັດມັກຈັດງານ Event ເພື່ອລະດົມທຶນຊ່ວຍເຫຼືອສັງຄົມເປັນຕົ້ນ….ແລະ ຮ້ານ Kaogee Cafe ກໍເປັນອີກຮ້ານໜຶ່ງໃນນະຄອນຫຼວງວຽງຈັນ ກໍຄືປະເທດລາວ ທີ່ໄດ້ນຳໃຊ້ ຍຸດທະສາດນີ້ ຄືການຮັກໂລກ ດ້ວຍວິທີງ່າຍໆເພື່ອຫຼຸດການນຳໃຊ້ຈອກຢາງ (ຈອກພາສ໌ຕິກ) ດ້ວຍການນຳຈອກຂອງທ່ານເອງມາຊື້ເຄື່ອງດື່ມທີ່ Kaogee Cafe ຮັບສ່ວນຫຼຸດທັນທີ 2.000 ກີບ. ຫຼຸດຄ່າເຄື່ອງດື່ມ ຊາ, ກາເຟ , ນໍ້າປັ່ນເພື່ອສຸຂະພາບ ຖືກລົງແລ້ວ ແຖມຍັງຊ່ວຍຫຼຸດໂລກຮ້ອນໄດ້ໄປໃນຕົວ. ທຸກທ່ານ ສາມາດນຳເອົາຈອກຂອງທ່ານເອງໄປຊື້ເຄື່ອງດື່ມໄດ້ທຸກສາຂາ ຂອງ ຮ້ານKaogee Cafe ມີ 4 ສາຂາ ໃນນະຄອນຫຼວງ (ຫຼັງໂຮງຮຽນ ມສ ວຽງຈັນ, ເພຍວັດ, ສີຫອມ, ໜອງບອນ) ແລະ 1 ສາຂາທີ່ແຂວງຫຼວງພະບາງ; ແລ້ວມາຮ່ວມເປັນສ່ວນໜຶ່ງ ຫຼຸດພາວະໂລກຮ້ອນໄປພ້ອມໆກັນກັບຮ້ານ Kaogee cafe.
https://www.facebook.com/776995395717141/posts/2055212987895369/

ແຕ່ SME ເຫຼົ່ານີ້ ບໍ່ໄດ້ເຮັດໃນຮູບແບບທີ່ເປັນທາງການ ຄືກັບການລາຍງານແຫ່ງຄວາມຢືນຍົງໃນອົງກອນຂະໜາດໃຫຍ່ ແຕ່ເຮົາສາມາດເອີ້ນໄດ້ວ່າເປັນການເຜີຍແຜ່ ຂໍ້ມູນເດັ່ນທາງ CSR ຫຼື CSR Profile ເພື່ອຕອບໂຈດທາງທຸລະກິດ ແລະ ສັງຄົມໄປພ້ອມໆກັນ.

ເນື່ອງຈາກກະແສເລື່ອງຄວາມຮັບຜິດຊອບຕໍ່ສັງຄົມໃນທຸກມື້ນີ້ ໄດ້ຮັບຄວາມສົນໃຈຈາກສັງຄົມ ແລະ ຜູ້ບໍລິໂພກກໍມີຄວາມຕື່ນຕົວຫຼາຍ ການເນັ້ນໃຫ້ຄວາມສຳຄັນກັບ CSR Profile ຈຶ່ງສາມາດພັດທະນາມາເປັນຄູ່ມືທາງທຸລະກິດທີ່ມີຄຸນຄ່າ ທີ່ເຮັດໃຫ້ຄູ່ຄ້າ/ລູກຄ້າ ຮູ້ວ່າອົງກອນຂອງເຮົາມີຄວາມຮັບຜິດຊອບຕໍ່ສັງຄົມ, ສາມາດສ້າງເປັນຈຸດຂາຍ ແລະ ການຕໍ່ຍອດທຸລະກິດ, ດ້ວຍການຄົ້ນຫາຈຸດເດັ່ນຂອງຜະລິດຕະພັນໃນແບບ CSR ການປັບປຸງຈຸດດ້ອຍຂອງຜະລິດຕະພັນໃຫ້ເປັນໂອກາດ ແລະ ການຄົ້ນຫາຕະຫຼາດໃຫມ່.
Target Magazine
