ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໂດຍການສ້າງໜີ້ດ້ວຍການກູ້ຢືມເງິນຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນ ຖືເປັນທາງເລືອກໜຶ່ງທີ່ເປັນທີ່ນິຍົມກັນ ແລະ ສາມາດສ້າງເງື່ອນໄຂຕົວຈິງໃຫ້ທະນາຄານສາມາດອະນຸມັດເງິນກູ້ໃຫ້ແກ່ ວນກ ໄດ້. ເມື່ອທຸລະກິດມີໜີ້ສິນໃນໂຄງສ້າງຖານະການເງິນຂອງຕົນ, ຖ້າບໍ່ສາມາດຄຸ້ມຄອງໄດ້ເໝາະສົມ ກໍຈະສົ່ງຜົນກະທົບຕໍ່ກັບການຢູ່ລອດ ແລະ ຂະຫຍາຍຕົວຂອງທຸລະກິດຕົວຈິງໄດ້. ສະນັ້ນ, ເຈົ້າຂອງທຸລະກິດ ວນກ ຈຳເປັນຕ້ອງໄດ້ສຶກສາກ່ຽວກັບການຄຸ້ມຄອງໜີ້ສິນຂອງຕົນເອງ ເພື່ອໃຫ້ຮູ້ວ່າຈະນຳໃຊ້ເງິນກູ້ແບບໃດຈຶ່ິງຈະແທດເໝາະກັບລັກສະນະທຸລະກິດຂອງຕົນ ທັງນີ້ກໍເພື່ອຮູ້ຈັກວິທີຈັດສັນບໍລິຫານໃຫ້ສາມາດປ້ອງກັນການຂາດສະພາບຄ່ອງ ແລະ ຫຼີກລ່ຽງການມີໜີ້ສິນຫຼາຍເກີນໄປຈົນບໍ່ສາມາດແບກຫາບພາລະເງິນຕົ້ນ ແລະ ດອກເບ້ຍໄດ້. ດັ່ງນັ້ນ, ບົດຄວາມນີ້ ຈະໄດ້ແນະນຳໃຫ້ແກ່ຜູ້ອ່ານໄດ້ຮັບຮູ້ແນວທາງການນຳໃຊ້ເງິນກູ້ຢືມ ແລະ ການບໍລິຫານໜີ້ສິນຂອງ ວນກ ໃຫ້ເໝາະສົມຕາມຈຸດປະສົງຂອງການນຳໃຊ້ຕົວຈິງຂອງ ວນກ.
ເມື່ອ ວນກ ໄດ້ກູ້ຢືມເງິນເພື່ອການລົງທຶນຂັບເຄື່ອນຂອດການຜະລິດ ແລະ ການບໍລິການຂອງຕົນ ບໍ່ວ່ານຳໃຊ້ເຂົ້າໃນການຊື້ເຄື່ອງຈັກ, ພາຫະນະ, ປຸກສ້າງອາຄານຫ້ອງການ, ຊື້ວັດຖຸດິບ, ລົງທຶນໃນປັດໄຈການຜະລິດອື່ນ ແລະ ເປັນເງິນທຶນໝູນວຽນຂອງທຸລະກິດ, ພັນທະການຊຳລະຄືນເງິນຕົ້ນ ແລະ ດອກເບ້ຍຖືເປັນພາລະທີ່ເປັນເງົາຕາມຕົວຂອງ ວນກ ທີ່ຕ້ອງໄດ້ມີເງິນສົດພຽງພໍເພື່ອສົ່ງມອບຄືນໃນແຕ່ລະໄລຍະຕາມທີ່ໄດ້ກຳນົດໄວ້ໃນສັນຍາເງິນກູ້ ໂດຍການບໍລິຫານໜີ້ສິນຂອງຕົນໃຫ້ເໝາະສົມຕາມປະເພດເງິນກູ້ ແລະ ວົງເງິນສິນເຊື່ອ ດັ່ງນີ້:
1. ນໍາໃຊ້ເງິນກູ້ໃຫ້ສອດຄ່ອງກັບປະເພດໜີິ້ສິນ: ເຈົ້າຂອງ ວນກ ຕ້ອງໄດ້ພິຈາລະນາ ແລະ ຄຳນຶງເຖິງປະເພດການກູ້ຢືມເງິນໃຫ້ກົງກັບເປົ້າໝາຍການນຳໃຊ້ຕົວຈິງ. ເງິນທຶນທີ່ໄດ້ຈາກການກູ້ຢືມເງິນໄລຍະສັ້ນ ໂດຍສະເພາະແມ່ນການເບີກເກີນບັນຊີ (O/D), ເງິນກູ້ແບບໝູນວຽນ, ເງິນກູ້ລ່ວງໜ້າ ແລະ ການຄໍ້າປະກັນຕ່າງໆ ຕ້ອງນຳໃຊ້ເປັນເງິນທຶນໝູນວຽນເພື່ອຊື້ວັດຖຸດິບ, ຈ່າຍຄ່າແຮງງານ ແລະ ຄ່າໃຊ້ຈ່າຍໃນການຜະລິດສິນຄ້າ-ບໍລິການຂອງຕົນ. ເມື່ອການຜະລິດເປັນສິນຄ້າສຳເລັດແລ້ວ ກໍສາມາດຂາຍຜະລິດຕະພັນດັ່ງກ່າວ ແລະ ໄດ້ຮັບເງິນກັບຄືນມາເພື່ອໝູນວຽນຊື້ວັດຖຸດິບ ແລະ ປັດໄຈການຜະລິດອື່ນອີກຄັ້ງ. ສະນັ້ນ, ເງິນທີ່ໄດ້ໃຊ້ໄປ ແລະ ໄດ້ກັບຄືນມາຈະມີລັກສະນະເປັນເງິນໄລຍະສັ້ນ, ເປັນເງິນໝູນວຽນທີ່ຈະໝູນກັບມາໃນແຕ່ລະຮອບບໍ່ເກີນ 1 ປີ ຂຶ້ນກັບໄລຍະເວລາທີ່ທຸລະກິດປ່ອຍໃຫ້ສິນເຊື່ອການຄ້າແກ່ລູກຄ້າຂອງຕົນ. ສຳລັບເງິນທຶນທີ່ໄດ້ຈາກການກູ້ຢືມໄລຍະຍາວ ໂດຍສະເພາະແມ່ນການກູ້ຢືມເປັນທຶນຄົງທີ່ (Fixed Term Loan) ກໍຕ້ອງນໍາໄປລົງທຶນໃນຊັບສິນຄົງທີ່ ເຊັ່ນຕົວຢ່າງ ໃຊ້ເງິນກູ້ 1-5 ປີລົງທຶນໃນເຄື່ອງຈັກ ແລະ ພາຫະນະ, ແຕ່ຖ້າຈະລົງທຶນໃນອາຄານໂຮງງານ ຫຼື ເຄື່ອງກົນຈັກໜັກ ກໍຕ້ອງໄດ້ໃຊ້ເງິນກູ້ 5-10 ປີ ເພື່ອໃຫ້ທຸລະກິດມີຄວາມສາມາດຊໍາລະໜີ້ສິນຄືນໄດ້.
2. ບໍລິຫານວົງເງິນ ຫຼື ຈໍານວນເງິນກູ້ໃຫ້ເໝາະສົມກັບທຸລະກິດ: ຜູ້ປະກອບການ ວນກ ມັກມີແນວຄິດວ່າຂໍກູ້ເງິນໄດ້ຫຼາຍເທົ່າໃດກໍຍິ່ງຈະດີ ເຊິ່ງນີ້ແມ່ນຄວາມເຂົ້າໃຈທີ່ບໍ່ຖືກຕ້ອງສະເໝີໄປ ເພາະການໃຊ້ເງິນກູ້ຈຳນວນຫຼາຍເພື່ອດຳເນີນທຸລະກິດຈະເຮັດໃຫ້ທຸລະກິດຕ້ອງໄດ້ຊຳລະດອກເບ້ຍຫຼາຍເຊັ່ນດຽວກັນ ແລະ ໃນທີ່ສຸດທຸລະກິດກໍອາດຈະບໍ່ມີກຳໄລເຫຼືອເລີຍ ເພາະຕ້ອງໄດ້ຈ່າຍດອກເບ້ຍຄືນໃຫ້ແກ່ທະນາຄານທັງໝົດ. ດັ່ງນັ້ນ, ເຈົ້າຂອງທຸລະກິດ ຄວນຮັກສາສັດສ່ວນໂຄງສ້າງທາງດ້ານການເງິນຂອງບໍລິສັດໃຫ້ມີສົມດຸນ ລະຫວ່າງ ການລົງທຶນດ້ວຍເງິນທຶນຂອງຕົນເອງ ແລະ ການລົງທຶນດ້ວຍເງິນທຶນຈາກການກູ້ຢືມ ເພາະຖ້າທ່ານນໍາໃຊ້ທຶນຕົນເອງພຽງຢ່າງ ດຽວທຸລະກິດຂອງທ່ານກໍອາດຖືກຈໍາກັດໂອກາດໃນການຂະຫຍາຍຕົວ ເນື່ອງຈາກຂໍ້ຈໍາກັດທາງດ້ານເງິນທຶນທີ່ບໍ່ພຽງພໍ ແຕ່ຖ້າທ່ານກູ້ຢືມຫຼາຍເກີນໄປ ບໍລິສັດກໍຕ້ອງແບກພາລະລາຍຈ່າຍດອກເບ້ຍຫຼາຍຂຶ້ນນໍາ ເຊິ່ງສົ່ງຜົນ ກະທົບຕໍ່ຜົນກໍາໄລຂອງທຸລະກິດນັ້ນເອງ.
ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ ທຸລະກິດ ວນກ ແມ່ນໄດ້ອາໄສເງິນທຶນຈາກການກູ້ຢືມຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆເປັນສ່ວນຫຼາຍ ເຊິ່ງອາດຈະຫຼາຍກວ່າເຄິ່ງໜຶ່ງຂອງໂຄງສ້າງຊັບສິນຂອງທຸລະກິດ ເຮັດໃຫ້ທຸລະກິດມີພາວະທີ່ສ່ຽງສູງທີ່ຈະຜິດນັດຊໍາລະຈາກພາລະໜີ້ສິນດັ່ງກ່າວ. ດັ່ງນັ້ນ ເພື່ອຮັບປະກັນໃຫ້ທຸລະກິດ ວນກ ສາມາດບໍລິຫານໜີ້ສິນດັ່ງກ່າວໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດກັບທຸລະກິດສູງທີ່ສຸດ; ຄຽງຄູ່ກັບການນຳໃຊ້ເງິນໃຫ້ສອດຄ່ອງກັບປະເພດໜີ້ສິນ ແລະ ການບໍລິຫານວົງເງິນກູ້ຕາມຂ້າງເທິງນີ້ແລ້ວ, ເຈົ້າຂອງທຸລະກິດ ກໍຄືຜູ້ບໍລິຫານຂອງ ວນກ ຕ້ອງໄດ້ຄວບຄຸມສະພາບໜີ້ສິນຂອງຕົນ ໂດຍຄວນຄຳນຶງແນວທາງ ແລະ ໝູນໃຊ້ວິທີການສຳຄັນໆດັ່ງນີ້:(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນສິງຫາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ
Target Magazine