ການນຳເຂົ້າສິນຄ້າຈາກເກົາຫຼີຈະບໍ່ເປັນເລື່ອງຍາກອີກຕໍ່ໄປເມື່ອທ່ານຮູ້ຈັກ website…

ຫຼາຍໆຄົນທີ່ກຳລັງຊອກຊ່ອງທາງໃນການນຳເຂົ້າສິນຄ້າຈາກເກົາຫຼີ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ເມື່ອທ່ານຮູ້ຈັກ website:  https://www.buykorea.org/onlineshowcase/

ເຊິ່ງເປັນການເປີດໂອກາດໃຫ້ບັນດານັກທຸລະກິດ, ຜູ້ປະກອບການ ແລະ ພໍ່ຄ້າຊາວຂາຍ ທີ່ສົນໃຈນໍາເຂົ້າສິນຄ້າເກົາຫຼີ ມາຈັດຈໍາໜ່າຍຢູ່ໃນປະເທດລາວ, ພາຍໃນເວັບໄຊທ໌ຈະຮວບຮວມ ແລະໃຫ້ຂໍ້ມູນ ສິນຄ້າ ຄຸນນະພາບດີ ມາລວມໄວ້ໃນບ່ອນດຽວ ຫຼາຍກວ່າ 10,000 ລາຍການ ບໍ່ວ່າຈະເປັນ ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ ທຸກປະເພດ ທັງນ້ອຍ ຫຼື ໃຫຍ່, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງເອເລັກໂທນິກ, ເຄື່ອງມືການສຶກສາ ແລະອື່ນໆ ອີກຫຼາກຫຼາຍ

ໂດຍຈະມີຂັ້ນຕອນການນໍາໃຊ້ງ່າຍໆ, ເລີ່ມຈາກ:

  1. ເຂົ້າໄປທີ່ Link:  https://www.buykorea.org/onlineshowcase/ 
  2. ເລືອກໝວດໝູ່ທີິີທ່ານສົນໃຈ ເຊັ່ນ: ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງອີເລັກໂທນິກ….
  3. ເມື່ອທ່ານພົບສິນຄ້າທີ່ທ່ານສົນໃຈ ສາມາດເຂົ້າເບິ່ງລາຍລະອຽດສິນຄ້າທັງໝົດ ບໍ່ວ່າຈະເປັນ ຊື່ສິນຄ້າ, ຄຸນລັກສະນະ, ຜູ້ຜະລິດ ຫຼື ຜູ້ຈັດຈຳໜ່າຍ ພ້ອມດ້ວຍຊ່ອງທາງ ການຕິດຕໍ່ຂອງບໍລິສັດ

ຈາກນັ້ນ, ເມື່ອຮູ້ລາຍລະອຽດຂອງສິນຄ້າ ທ່ານສາມາດຕິດຕໍ່ຫາ ອົງການ KOTRA Vientiane ໜ່ວຍງານສົ່ງເສີ່ມການຄ້າ ແລະ ການລົງທຶນ ປະຈຳສະຖານທູດ ສ.ເກົາຫຼີ ປະຈຳລາວ   ເພື່ອປະສານງານກັບບໍລິສັດເກົາຫຼີໂດຍກົງ ເຊີ່ງຊ່ວຍໃນການຈັດງານປະຊຸມ ໃຫ້ກັບ2ຝ່າຍ ໃນຮູບແບບຂອງ “Online Meeting” ແລະພວກເຂົາຈະຊ່ວຍທ່ານຕິດຕາມ ດູແລ ໃຫ້ຄຳປືກສາໃນທຸກຂັ້ນຕອນ ນັບຕັ້ງແຕ່ ການສັ່ງຊື່,  ການກະກຽມເອກະສານຕ່າງໆ, ການນຳເຂົ້າ, ການຂົນສົ່ງ, ຈົນສິນຄ້າຮອດມືທ່ານ ໂດຍບໍ່ມີຄ່າບໍລິການໃດໆ

ພຽງເທົ່ານີ້, ທ່ານກໍສາມາດຕິດຕໍ່ກັບບໍລິສັດຜູ້ຜະລິດ ແລະເປັນຜູ້ຈຳໜ່າຍຄ້າຈາກເກົາຫຼີໃນປະເທດລາວໄດ້ແລ້ວ.

ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບ Website: https://www.buykorea.org/onlineshowcase/ ແລະ ການນຳເຂົ້າສິນຄ້າເກົາຫຼີ ສາມາດຕິດຕໍ່ໄດ້ທີ່ Email: [email protected].  ໂທ 021 455 080

3rd Floor, KOLAO Building Ⅱ, 23 Singha Road, Nongbone Village, Xaysettha District, Vientiane Capital, Lao P.D.R. / P.O. Box 6365.

[English Version]

Importing products from Korea has never been so easy if you know this site: https://www.buykorea.org/onlineshowcase/

This website will provide an opportunity for entrepreneurs interested in importing Korean products to distribute in Laos. The website offers more than 10,000 items and product details such as cosmetics, medical devices, automotive parts, heavy machinery and equipment, consumer products, electronics, educational equipment, etc.

By following these easy steps:

1. Click the website: https://www.buykorea.org/onlineshowcase/

2. Click a category (e.g. cosmetics, medical devices, auto parts ….)

3.Click on the product of interest, then it will appear all the required details, as well as details and features of the product, details of the supplier or distributor and contact.

Afterward, contact KOTRA Vientiane; Korea Trade-Investment Promotion Agency, the commercial sector of the Embassy of the Republic of Korea, KOTRA Vientiane will help liaise directly with both Korean and Laos companies by matching and arranging online meetings. Besides, KOTRA Vientiane will follow-up and be a consultant to complete all operations from ordering, documentation preparation, importing, shipping to product arrival and the service is all for free !!

For more information about the website: https://www.buykorea.org/onlineshowcase, please, contact KOTRA Vientiane Tel: 856-21-455-080 Email: [email protected], Address: 3rd Floor, KOLAO Building Ⅱ, 23 Singha Road, Nongbone Village, Xaysettha District, Vientiane Capital, Lao P.D.R. / P.O. Box 6365.

ສາມາດຮັບຊົມວີດີໂອໄດ້ທີ່:

Comments