Prudential 450×100

ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ, ແຂວງມີໃບໜ້າໃໝ່ຢ່າງຈະແຈ້ງ.

ແບ່ງປັນ:

ທ່ານ ດຣ ນາມ ວິຍະເກດ ກຳມະການ​ສູນ​ກາງ​ພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື ໄດ້ໃຫ້ກຽດຕອບສໍາພາດ ແລະ ຍົກໃຫ້ເຫັນການເຕີບໃຫ່ຍຂະຫຍາຍຕົວໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນ ວິໄສທັດ , ກາລະໂອກາດ ແລະ ສິ່ງທ້າທາຍ ພາຍຫຼັງເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຂອງ ສ.ປ.ປ ລາວໃນທ້າຍປີ 2015.

  • ໃນປີ 2015 ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສາມາດບັນລຸຄາດໝາຍ ຫຼືບໍ່? ຍ້ອນເຫດຜົນໃດ?

– ໃນປີ 2016 ແຂວງອັດຕະປື ວາງຄາດໝາຍການພັດທະນາເສດຖະກິດ-ສັງຄົມ ໄວ້ຢ່າງໃດ?.

ໃນປີ 2015 ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 14,49% ແລະ ສ້າງມູນຄ່າເພີ່ມໃນລາຄາໃນປີ ໄດ້ປະມານ 1.984 ຕື້ກີບ, ພົນລະເມືອງ ປີ 2015 ມີປະມານ 140.155 ຄົນ, ລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວຄົນບັນລຸໄດ້ປະມານ 14,16 ລ້ານກີບ ຫຼື ເທົ່າກັບ 1.770 ໂດລາສະຫາລັດ ຫຼຸດແຜນ 1,12% ໃນນັ້ນ: ຂະແໜງກະສິກຳ ເພີ່ມຂຶ້ນ 28,22%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 36,30% ແລະ ຂະແໜງການບໍລິການ ເພີ່ມຂຶ້ນ 35,45%.

ສັງ​ລວມ​ແລ້ວ ໃນປີ 2015 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ມີບາງດ້ານກໍລື່ນຄາດໝາຍ ທັງນີ້ ກໍແມ່ນຍ້ອນ​ຄວາມ​ພະຍາ​ຍາມໃນການ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດມະຕິ IX ຂອງ​ພັກ, ມະຕິ IX ຂອງອົງຄະນະພັກແຂວງອັດຕະປື     ວາງອອກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2014-2015 ຂອງແຂວງ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ຄະນະ​ພັກ-ອໍານາດ​ການ​ປົກຄອງ​ ແຕ່ລະ​ຂັ້ນ, ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ການ-ທ້ອງ​ຖິ່ນ, ຄວາມ​ເປັນ​ເຈົ້າ​ການ​ຂອງ​ວິຊາ​ການ ​ແລະ ​ປະຊາຊົນ​ບັນດາ​​ເຜົ່າ​ຢ່າງ​ຕັ້ງໜ້າ ອັນໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ ເຮັດໃຫ້ພາຍໃນແຂວງ ມີໂສມໜ້າໃໝ່ຢ່າງຈະແຈ້ງ ແລະ ພວມກ້າວເຂົ້າສູ່ທ່ວງທ່າໃໝ່ຕາມວິໃສທັດທີ່ໄດ້ກຳນົດໄວ້.

  • ໃນປີ 2016 ແຂວງອັດຕະປື ວາງຄາດໝາຍການພັດທະນາເສດຖະກິດ-ສັງຄົມ ໄວ້ດັ່ງນີ້:
  • ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນບໍ່ໃຫ້ຫຼຸດ 11% ແລະ ສ້າງມູນຄ່າເພີ່ມໃນລາຄາໃນປີໃຫ້ໄດ້ ປະມານ 2.354 ຕື້ກີບ, ຄາດຄະເນພົນລະເມືອງ ປີ 2016 ຈະມີປະມານ 149.759 ຄົນ ດ້ວຍອັດຕາເພີ່ມສະເລ່ຍ 2% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວຄົນຈະໄດ້ປະມານ 16,4 ລ້ານກີບ ຫຼືເທົ່າກັບ 2.058 ໂດລາສະຫາລັດ; ໃນນັ້ນ:

+ ຂະແໜງກະສິກຳ   ເພີ່ມຂຶ້ນ 12% ກວມເອົາປະມານ 25,59%.

+ ຂະແໜງອຸດສາຫະກຳ     ເພີ່ມຂຶ້ນ 13% ກວມເອົາປະມານ 49,36%.

+ ຂະແໜງການບໍລິການ     ເພີ່ມຂຶ້ນ 10% ກວມເອົາປະມານ 25,04%.

ພ້ອມນີ້ຍັງໄດ້ວາງຄາດໝາຍສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກ ບັນລຸໃຫ້ໄດ້ 32,18 ລ້ານໂດລາສະຫາລັດ ແລະ ມູນຄ່າການນໍາເຂົ້າບໍ່ເກີນ 2,62 ລ້ານໂດລາສະຫາລັດ ສູ້ຊົນຜະລິດເຂົ້າ ໃຫ້ໄດ້ຫຼາຍກ່ວາ 93,21 ພັນໂຕນ ສູ້ຊົນຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໃຫ້ໄດ້ ປະມານ 350 ຕື້ກີບ ສູ້ຊົນຂະຫຍາຍຕາໜ່າງໄຟຟ້າລົງສູ່ບ້ານ ໃຫ້ກວມ 95% ຂອງບ້ານທັງໝົດ,ສູ້ຊົນໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວແຂວງ ໃຫ້ໄດ້ 138.295 ເທື່ອຄົນ ແລະ ສ້າງລາຍຮັບປະມານ 50 ຕື້ກີບ ສູ້ຊົນຫຼຸດຜ່ອນຄອບຄົວທຸກຍາກ ​ໃຫ້​ຫຼຸດຕ່ຳກ່ວາ 5% (1.410 ຄອບຄົວ) ຂອງ​ຄອບຄົວ​ທຸກ​ຍາກ​ທັງ​ໝົດ​ໃນ​ທົ່ວ​ແຂວງ (2.973 ຄອບຄົວ) ແລະ ບ້ານທຸກຍາກຫຼຸດລົງ ໃຫ້ຍັງເຫຼືອບໍ່ເກີນ 18 ບ້ານ ສູ້ຊົນສ້າງບ້ານພັດທະນາ ໃຫ້ເພີ່ມຂຶື້ນເປັນ 87 ບ້ານ, ສູ້ຊົນສ້າງ 6 ບ້ານໃຫຍ່ ທີ່ເປັນເປົ້າໝາຍ ໃຫ້ກາຍເປັນຕົວເມືອງນ້ອຍໃນອະນາຄົດ ໃຫ້ໄດ້ 5 ຈຸດ.

  • ເມື່ອເຂົ້າສູ່ ເອອີຊີ (AEC) ຈະສ້າງໂອກາດ ຫຼື ສິ່ງທ້າທາຍຫຍັງແດ່ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງທ່ານ?.
  • ໂອກາດ ແລະ ຜົນກະທົບທາງດ້ານບວກ
  • ດ້ານການຄ້າ

– ດ້ານການສົ່ງອອກ

  • ຈະເພີ່ມສູງຂຶ້ນໂດຍສະເພາະປະເພດສິນຄ້າທີ່ແຂວງອັດຕະປື ມີທ່າແຮງ ແລະ ມີຄວາມຕ້ອງການສູງໃນຕະຫຼາດອາຊຽນເຊັ່ນ: ໄຟຟ້າ, ຜະລິດຕະພັນໄມ້, ຢາງພາລາ, ໝາກເດືອຍ, ມັນຕົ້ນ, ກ້ວຍ,ສາລີ, ຜັກປອດສານພິດ, ແຮ່ທາດ ແລະ ອື່ນໆ.

– ສິນຄ້າ ແລະ ການບໍລິການສົ່ງອອກກັບທີ່ (ບັນດາຜະລິດຕະພັນຕ່າງໆທີ່ປິ່ນອ້ອມການທ່ອງ ທ່ຽວ) ເຊັ່ນ: ຂອງທີ່ລະນຶກ, ການບໍລິການໂຮງແຮມ, ບ້ານພັກ ແລະ ອື່ນໆ.

– ດ້ານການນໍາເຂົ້າ

  • ຈະເພີ່ມສູງຂຶ້ນ ໂດຍສະເພາະແມ່ນ: ເຄື່ອງໃຊ້ສອຍທີ່ແຂວງເຮົາບໍ່ສາມາດຜະລິດໄດ້ ຫຼື ຜະລິດໄດ້ໃນລາຄາທີ່ສູງກວ່າ ແລະ ມີຄຸນນະພາບຕໍ່າກວ່າເຊັ່ນ: ເຄື່ອງນຸ່ງຫົ່ມບາງຊະນິດ, ເຄື່ອງໃຊ້ໃນຄົວເຮືອນບາງຊະນິດ, ເຄື່ອງກົນຈັກ, ນ້ຳມັນເຊື້ອໄຟ ແລະ ອື່ນໆ.
  • ດ້ານການລົງທຶນ ແລະ ການເຄື່ອນຍ້າຍທຶນຈາກຕ່າງປະເທດ

– ຄາດວ່າຈະເພີ່ມສູງຂຶ້ນໂດຍສະເພາະແມ່ນໃນຂະແໜງການບູລີມະສິດ ທີ່ລັດຖະບານກຳນົດໄວ້ ເຊັ່ນ: ຂະແໜງການໄຟຟ້າ, ກະສິກຳ, ທ່ອງທ່ຽວ, ບໍ່ແຮ່ ແລະ ອື່ນໆ.

– ຄາດວ່າຈະເປັນໂອກາດໃຫ້ແຂວງເຮົາ ນຳເຂົ້າແຮງງານທີ່ມີສີມື ແລະ ຄາດວ່າຈຳນວນນັກທ່ອງທ່ຽວຈະເພີ່ມສູງຂຶ້ນ ເຊິ່ງຈະປະກອບສ່ວນຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງອັດຕະປື.

  • ສິ່ງທ້າທາຍ
  • ການປັບຕົວສູງຂຶ້ນໃນການແຂ່ງຂັນທາງການຄ້າ ເຊິ່ງອາດຈະສົ່ງຜົນກະທົບຕໍ່ບັນດາວິສາຫະກິດຕ່າງໆທີ່ມີຂີດຄວາມສາມາດໃນການແຂ່ງຂັນຕໍ່າ
  • ການຂະຫຍາຍຕົວໄວທາງດ້ານເສດຖະກິດ, ການເພີ່ມທະວີການອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍແຮງງານຢ່າງເສລີ ອາດສົ່ງຜົນກະທົບເຮັດໃຫ້ປະຊາຊົນຊາວແຂວງອັດຕະປື ຈຳນວນໜື່ງ ທີ່ມີລະດັບການສຶກສາຕໍ່າ ບໍ່ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງໄດ້ທັນ, ກາຍເປັນຜູ້ດ້ອຍໂອກາດ ພາຍໃນປະເທດ, ກໍຄືແຂວງຂອງຕົນ ຫຼື ເຄື່ອນຍ້າຍໄປເປັນແຮງງານທີ່ບໍ່ມີສີມືຢູ່ຕ່າງປະເທດ.
  • ການຂະຫຍາຍຕົວແຮງຂອງການຄ້າ ແລະ ການລົງທຶນ ຈາກຕ່າງປະເທດ ສາມາດສົ່ງຜົນກະທົບທາງດ້ານລົບຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນແບບຍືນຍົງ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນ ຖ້າຂາດລະບົບການຄຸ້ມຄອງທີ່ເຂັ້ມແຂງ ແລະ ມີປະສິດທິພາບ.
  • ການເຄື່ອນຍ້າຍເຂົ້າມາຂອງປະຊາກອນ ຈາກປະເທດສະມາຊິກ ປະຊາຄົມເສດຖະກິດອາຊຽນອື່ນ ຈຳນວນຫຼວງຫຼາຍ ອາດສົ່ງຜົນກະທົບຕໍ່ການປ່ຽນແປງໂຄງປະກອບທາງດ້ານ, ເຊື້ອຊາດ, ສາດສະໜາ ແລະ ຮີດຄອງປະເພນີຂອງປະຊາຊົນຊາວແຂວງອັດຕະປື.
  • ການລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງໃນໄລຍະຜ່ານມາ ບັນລຸໝາກຜົນແນວໃດ?
  • ທ່າແຮງທາງດ້ານເສດຖະກິດຂອງແຂວງ ມີຫັຍງແດ່?

ເພື່ອຮັບປະກັນໃຫ້ແກ່ວຽກງານສົ່ງເສີມການລົງທຶນ ມີປະສິດທິຜົນສູງ ທາງແຂວງໄດ້ເອົາໃຈໃສ່ປັບປຸງບັນດາລະບຽບການ ທີ່ເປັນອຸປະສັກກີດຂວາງ ຕໍ່ການສົ່ງເສີມການລົງທຶນ ແນໃສ່ສ້າງຄວາມສະດວກໃຫ້ແກ່ນັກລົງທຶນ, ສ້າງບັນຊີຮຽກການລົງທຶນ ມີທັງໝົດ 45 ໂຄງການ, ຍຸດທະສາດສົ່ງເສີມການລົງທຶນ ແຜ່ນພັບ/ປື້ມກາລະໂອກາດການລົງທຶນ ຢູ່ແຂວງອັດຕະປື ແລະ ເວັບໄຊ ຂອງພະແນກແຜນການ ແລະ ການລົງທຶນ (www.dpia.gov.la) ເພື່ອໃຫ້ນັກລົງທຶນ ສາມາດຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານ ໃນການລົງທຶນ ໄດ້ຢ່າງສະດວກວ່ອງໄວ.

ໃນໄລຍະ 5 ປີ ສາມາດອະນຸຍາດການລົງທຶນໄດ້ 21 ໂຄງການ , ມູນຄ່າການລົງທຶນ 810 ລ້ານໂດລາ ຫຼື ປະມານ 6.480 ຕື້ກີບ , ທຶນຈົດທະບຽນ 253 ລ້ານໂດລາ , ປະຕິບັດຕົວຈິງໄດ້ 350 ລ້ານໂດລາ , ກວມເອົາປະມານ 60,17% ຂອງການລົງທຶນລວມສໍາລັບໄລຍະ 5 ປີ.

ການລົງທຶນດັ່ງກ່າວແມ່ນໄດ້ສຸມໃສ່ບັນດາໂຄງການໃຫ່ຍທີີ່ທາງແຂວງມີທ່ານແຮງໄດ້ປຽບ,ການສົ່ງເສີມກິດຈະກໍາທາງເສດຖະກິດເຊັ່ນ: ດ້ານການປູກຕົ້ນໄມ້ ແລະ ພືດອຸດສາຫະກໍາ , ດ້ານການລ້ຽງສັດເປັນສິນຄ້າ, ດ້ານພະລັງງານ ແລະ ບໍ່ແຮ່, ດ້ານທ່ອງທ່ຽວ ແລະ ການບໍລິການທາງຜ່ານ, ເຊິ່ງທັງໝົດເພື່ອແນໃສ່ການສ້າງວຽກເຮັດງານທໍາ,ສ້າງພື້ນຖານ ວັດຖຸເຕັກນິກ ແລະ ທຸລະກິດ,ການພົວພັນກັບສາກົນ,ການສ້າງລາຍຮັບເຂົ້າງົບປະມານ.

  • ທ່າແຮງທາງດ້ານເສດຖະກິດຂອງແຂວງ

ແຂວງອັດຕະປື ມີເນື້ອທີ່ດິນທຳການຜະລິດກ້ວາງຂວາງ ມີເຖິງ 112.800 ຮຕ, ມີປ່າໄມ້ທີ່ເປັນເສດຖະກິດຫຼັກເຊັ່ນ: ໄມ້ກະຍູງ, ໄມ້ແຄນ-, ໄມ້ປະດົງ, ໄມ້ດູ່, ໄມ້ຍາງ,ໄມ້ສັກ. ມີແມ່ນໍ້າຫຼາຍສາຍທີ່ສໍາຄັນເຊັ່ນ: ເຊກອງ, ເຊກະໝາ-ນ, ເຊຊຸ, ເຊປຽນ, -ນ້ຳກົງ, ເຊນ້ຳນ້ອຍ ແລະ ເຊຄຳພໍ. ແມ່ນ້ຳເຫຼົ່ານີ້ມີຄວາມສຳຄັນ -ຕໍ່ກັບການ-ດຳລົງຊີວິດປະຈຳວັ-ນຂອງປະຊາຊົນ-, ສາມາດ-ນຳໃຊ້ ແລະ ເປັນ-ແຫຼ່ງນ້ຳສຳຄັ-ນຕົ້-ນຕໍສຳລັບການ-ປູກຝັງ, ລ້ຽງສັດ ( ລະບົບຊົ-ນລະປະທານ-) ແລະ ການປະມົງ ແລະ ການ-ທ່ອງທຽ່ວເຊັ່ນ: ( ໜອງຟ້າ, ນ້ຳຕົກຕາດເຊພະ, ຕາດສະໜອງພາກ, ຕາດລະມອງ, ເຊປ້ອງໄລ, ຕາດພະພອງ ) ແລະ ກາ-ນຜະລິດກະແສໄຟຟ້າ ເຊິ່ງສາມາດສ້າງເຂື່ອນໄຟຟ້າຂະໜາດໃຫຍ່, ຂະໜາດກາງ (20 – 30 MW ຂຶ້ນໄປ) ຫຼາຍແຫ່ງ, ດ້ານບໍ່ແຮ່: ມີບໍ່ຄຳ, ບໍ່ເງິນ-, ບໍ່ທອງແດງ.

ນອກນັ້ນຍັງມີຫີນທີ່ມີຄ່າເຊັ່ນ: ຫີນ-ແຊັບໄຟ, ຫີນ-ອອ່-ນ, ຫີນ-ດິ-ນໜຽວ, ຫີ-ນ ແກຼນິດ, ແຮ່ບົກຊິດ ແລະ ໂລຫະສີອື່-ນໆ ທີ່ເປັນສິ່ງດຶງດູດການລົງທຶນ ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ທັງໝົດເຫຼົ່ານັ້ນໄດ້ກາຍເປັນທ່າແຮງ ປະກອບສ່ວນເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບສູງ ແລະ ກ້າວກະໂດດ ຖ້າທຽບໃສ່ບັນດາແຂວງພາກໃຕ້ ແລະ ຈັ່ງຫວະການເຕີບໂຕລວມຂອງປະເທດ ສະແດງອອກດັ່ງນີ້: ລວມຍອດມູນຄ່າຜະລິດຕະພັນພາຍໃນຂອງແຂວງ ຫຼື GDP ໃນໄລຍະ 5 ປີ ສະເລ່ຍເພີ່ມຂຶ້ນ15%ຕໍ່ປີ ການຂະຫຍາຍຕົວຄືດັ່ງກ່າວນັ້ນໄດ້ເຮັດໃຫ້ໂຄງປະກອບຂອງການຜະລິດເສດຖະກິດ ໄດ້ຫັນໄປຕາມທິດທີ່ໄດ້ກຳນົດໄວ້ຄື: ຫັນໄປສູ່ການຜະລິດເປັນສິນຄ້າ ແລະ ອຸດສາຫະກຳທັນສະໄໝແຕ່ຫົວທີ.

  • ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແຕ່ນີ້ຮອດປີ 2020 ມີຫຍັງແດ່?

ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແຕ່ນີ້ຮອດປີ 2020 ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງໜັກແໜ້ນ, ຕາມທິດຂອງລັດຖະບານໃນການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນປີ 2020 ເວົ້າລວມ, ເວົ້າສະເພາະແຂວງອັດຕະປື ໂດຍການນຳໃຊ້ທ່າແຮງບົ່ມຊ້ອນ ແລະ ຂໍ້ໄດ້ປຽບຕ່າງໆຂອງແຂວງ, ການເຊື່ອມໂຍງກັບພາຍໃນ, ພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ.

+ ທິດທາງລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII

  • ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະຄວາມໄວສູງພໍສົມຄວນທັງໝັ້ນທ່ຽງມີຄຸນນະພາບ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ດຸ່ນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງທຶນ ໂດຍໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ.
  • ຮັບປະກັນ​ການ​ພັດທະນາ​ທີ່​ຍືນ​ຍົງ, ມີ​ຄວາມສອດຄ່ອງ​ກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການປົກປັກຮັກສາສະພາບແວດລ້ອມທັງເປັນເຈົ້າການ ຮັບມືກັບໄພພິບັດທໍາມະຊາດຢ່າງທັນການ, ຮັບປະກັນການພັດທະນາຊົນນະບົດຮອບດ້ານ ຕິດພັນສະໜິດ   ແໜ້ນກັບການແກ້ໄຂຄວາມທຸກຍາກ.
  • ພັດທະນາ​ຊັບພະຍາກອນ​ມະນຸດໃຫ້​ມີ​ຄຸນ​ນະພາ​ບ: ສ້າງ​ກຳລັງ​ແຮງ​ງານ​​ໃຫ້ມີສີມື, ມີ​ລະບຽບວິ​ໃນ ​ແລະ ອົດທົນ, ສ້າງ​ໃຫ້​ໄດ້ຊ່ຽວຊານ​ສະ​ເພາະ​ດ້ານວິຊາ​ການ ​ແລະ ​ເຕັກນິກ,ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ລັດ, ວິ​ສາ​ຫະກິດ ​ແລະ ຜູ້​ປະກອບ​ການສາມາດ​ແຂ່ງຂັນ​ໄດ້​ຢູ່ພາຍໃນ ແລະ ຕ່າງປະເທດ.
  • ຮັກສາ​ສະ​ຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ, ຮັບປະກັນຄວາມ​ສະຫງົບ ​ແລະ ຄວາມເປັນລະບຽບຮຽບຮ້ອຍ​ໃນສັງຄົມຢ່າງໜັກ​ແໜ້ນ; ສ້າງ​ສັງ​ຄົມສາ​ມັກ​ຄີ​ປອງດອງ, ປະ​ຊາ​ທິ​ປະໄຕ, ຍຸຕິທຳ ​ແລະ ສິວິ​ໄລ.
  • ສືບຕໍ່​ເປີດ​ກ້ວາງການ​ຮ່ວມ​ມືກັບສາກົນດ້ວຍຫຼາຍຮູບແບບ ຢ່າງເປັນເຈົ້າການ ຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ; ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການເຊື່ອມໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ.

 IMG_8842 IMG_8913 IMG_8936 Finall_IMG_8647 Finall_IMG_8721 IMG_6047 IMG_7448 IMG_7461 IMG_7469 IMG_8622

The livelihoods of the people have improved, which has given the province a clear new purpose.

Attapeu Provincial Party Secretary Dr. Name Viyaketh recently granted Target magazine the honor of an interview into the socio-economic development which has been taking place in the province along with its vision and opportunities and the challenges facing it following the accession of the Lao PDR to the ASEAN Economic Community (AEC) at the end of 2015.

  • Have the targets and expectations of the socio-economic development plan been achieved during 2015? Why or why not? And in 2016 what socio-economic targets and expectations lie ahead for Attapeu province?

In 2015, GDP has risen 14.49%, amounting to 1,984 billion kip. The population of the province in 2015 was 140,155 so this makes for a GDP per capita of 14.16 million kip, equal to 1,770 US dollars, missing the target of the plan by 1.12%. The agriculture sector has grown 28.22%, the industry sector 36.30%, and the services sector 35.45%.

Overall, in 2015 the Attapeu Provincial Socio-Economic Development Plan has been successful according to expectation levels, certain figures even exceeding their targets. This comes thanks to the efforts to adopt and implement the 9th Party Resolutions, the 9th Resolutions issued by the Attapeu Provincial Party Committee, and the 2014-2015 Provincial Socio-Economic Development Plan through the high sense of responsibility of the Party committees and authorities of each level and the sectors and localities and the proactive work of the technical workers of and the multiethnic people, who have made massive contributions, allowing province-wide political stability, social order, and ongoing economic growth. The livelihoods of the people have improved, which has given the province a clear new purpose and it is now advancing towards the new vision as specified.

  • In 2016, Attapeu province has set itself the following socio-economic development targets:

To achieve an 11% increase in GDP, amounting to 2,354 billion kip. The 2016 population is forecast to be 149,759 based on an annual growth rate of 2% so this will amount to 16.4 million kip or 2,058 US dollars per capita, as follows;

+ Agriculture is to grow 12%, accounting for 25.59%;

+ Industry is to grow 13%, accounting for 19.36%; and

+ Services are to grow 10%, accounting for 25.04%.

Other targets to aim for include exports reaching 32.18 million US dollars, restricting imports to 2.62 million US dollars, achieving a rice yield of 93.21 kilotons, achieving an industrial processing and handicrafts production of 350 billion kip, achieving an electrical grid coverage of 95% of all villages, reaching tourist numbers of 138,295 arrivals to generate 50 billion kip, reducing poverty to less than 5% (1,410 households) of all poor households of the province (2,973 households) and to no more than 18 villages, creating 87 new development villages, and creating six large target villages into small towns in the future at five locations.

  • What opportunities and challenges will the AEC bring to socio-economic development in the province?
  • Opportunities and positive impacts
    • Trade:

– Exports:

  • There will be an increase in trade, especially in goods for which Attapeu province has potential and for which there is high demand in ASEAN, such as electricity, timber products, rubber, Job’s tears, cassava, bananas, corn, organic vegetables, minerals, and so forth.
  • [There will be an increase in] the domestic export of goods and services (products associated with tourism), such as souvenirs, hotel and guesthouse services, and so forth.

– Imports:

  • Imports will rise, especially goods which the province is unable to produce or is able to produce but at a higher cost and/or lower quality, such as certain types of garments, certain household goods, machinery, fuel, and so forth.
    • Foreign investment and capital:
  • This is expected to rise in the prioritized sectors specified by the government, such as energy, agriculture, tourism, mines, and so forth.
  • [AEC accession] is expected to represent an opportunity for our province to bring in skilled labor and a rise in tourist numbers is also expected, which will contribute to the economic growth of Attapeu province.
  • Challenges
    • Adapting to increased commercial competition may have an impact on uncompetitive enterprises.
    • Economic growth and an increase in the free movement of labor may have an impact on a number of Attapeu’s people who have low education and are unable to adjust to the changing situation and may become disadvantaged people of the country and of our province and have to engage in unskilled labor overseas.
    • The strong growth in foreign trade and investment may have a negative impact on the environment, sustainable development, and the livelihoods of the people if strong and effective regulatory systems are not in place.
    • The massive influx of people from other AEC member countries may bring about structural changes to the ethnicities, religions, and traditional customs of the people of Attapeu.
  • What achievements have been made in terms of domestic and foreign investment in the province?

– What are the economic potentials of the province?

In order to ensure the effective promotion of investment, the province has paid close attention to amending regulations which have posed a barrier to such with an eye to making investment easier, created a list of 45 projects in need of investment, and formulated an investment promotion strategy involving the use of leaflets and booklets listing investment opportunities in Attapeu province and a website for Attapeu Provincial Department of Planning and Investment (www.dpia.gov.la) so that investors may be informed and have convenient and fast access to the relevant information.

Over the five-year period, 21 projects have been approved with an investment of 810 million dollars or 6,480 billion kip and a registered capital of 253 million dollars, amounting to 350 million dollars in practice, accounting for 60.17% of the total investment for this period.

This investment is focused on large projects in areas for which the province has special potential and on promoting economic activities, such as the planting of industrial trees and crops, the raising of livestock as goods, energy and mines, tourism, and transit services, all of which is focused on creating jobs, building technical and business foundations, international connectivity, and generating budget income.

  • Economic potentials of the province

Attapeu province has 112,800 ha of arable land.

It has forests of valuable timber, such as Siamese rosewood (mai kayoing), hopea (mai khen), Burmese rosewood (mai padong), Burma padauk (mai dou), gurjun (mai yang), and teak.

There are many major rivers, such as the Xekong, Sakamane, Xepian, Xe Nam Noy, and Xa khamphor.

These rivers are important to the daily lives of the people, can be used, and are the primary sources of water for cultivation, livestock raising (irrigation systems), fishing, tourism (the Nong Fa lake and the Xepha, Samongphak, Lamong, Xeponglay, and Phaphong falls), and electricity generation as large- and medium-scale hydropower dams (20-30 MW and more) can be built in many areas. As for mining, there are gold, silver, and copper mines along with precious stones, such as sapphire, along with granite, clay, granite, bauxite, and other ores, which can attract domestic and foreign investors.

All of these represent potentials which can contribute to a high level of economic growth in Attapeu province compared with the other southern provinces and with the country as a whole, shown by the fact that the GDP of the province over the five-year period rises 15% per year. This growth is transforming the economic structure in the direction specified – towards goods production and modern industry from the outset.

  • What is contained within the socio-economic development strategy of the province from now up until 2020?

The socio-economic development strategy of the province for up until 2020 will continue to take serious measures to address poverty in accordance with the government policy to relieve the country of its status as a least developed country by 2020 – in general, by making use of the hidden potentials and advantages of the province and actively linking up domestically, regionally, and internationally.

+ Overall policies of the 8th Five-Year Socio-Economic Development Plan

  • Bring about ongoing economic growth in the province at a reasonably fast rate while maintaining quality, ensuring macro-economic stability, and balancing development and capital with new circumstances in accordance with the industrialization and modernization policy.
  • Ensure sustainable development and harmony between economic and socio-cultural development and environmental protection while dealing with natural disasters on time and ensuring comprehensive rural development in close connection with poverty eradication.
  • Develop high quality human resources: Build a skilled workforce of workers who have discipline and patience, train specialists and technical experts, and strengthen the employees of the State and private sector and businesspeople so that we may be competitive both domestically and overseas.
  • Maintain political stability, ensure steadfast social peace and order, and build a society which has solidarity, democracy, justice, and civilization.
  • Continue to open up proactively to many forms of mutually beneficial international cooperation and create conditions conducive to regional and international connectivity.

ເລື່ອງທີ່ກ່ຽວຂ້ອງ

ປະ​ຕິ​ຮູບການ​ສຶກ​ສາ ພັດ​ທະ​ນາ​ວິ​ຊາ​ຊີບ ​ຄືທ່າ​ແຮງ... ໃນສົກປີ 2015-2016 ນີ້ ມີນັກຮຽນທີ່ເສັງຈົບສາຍສາມັນ ຫຼື ມ7 ໃນທົ...
ຫວຍພັດທະນາ ໂປ່ງໃສ ໃຫ້ຄວາມເປັນທຳ... ທ່ານ ສົມປະສົງ ສີລິວົງໄຊ ຮອງອຳນວຍການຫວຍພັດທະນາ ສາຂາ 5. ...
AEC ຈະເຮັດໃຫ້ ສປປ ລາວ ໄດ້ປຽບດ້ານການສົ່ງອອກ ແລະ ການ... ທະນາຄານເອເອັນແຊັດມີການຂະຫຍາຍທຸລະກິດຂອງຕົນແນວໃດແດ່? ທະນາຄາ...
ບໍລິຄໍາໄຊ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໝັ້ນທ່ຽງ.... ການຈັດຕັ້ງປະຕິບັດວຽກງານຮອບດ້ານທົ່ວແຂວງໃນໄລຍະຜ່ານມາແມ່ນການກ້າ...
ຜູ້ບໍລິໂພກຄວນມີສະຕິເພີ່ມເລື່ອງອາຫານປົນເປື້ອນສານ BO... ປັດຈຸ​ບັນ -®ñ­¹¾ການ​ນຳ​ໃຊ້¦¾­​ເຄມີ​ທີ່​ເປັນ​ອັນຕະລາຍ​ຕໍ່ສຸ​ຂ...
A2B Recycle ບໍ່ຄິດວ່າຂີ້ເຫຍື້ອມັນຈະກາຍເປັນເງິນ-ເປັ... ຂີ້​ເຫຍື້ອ​ເປັນ​ສິ່ງ​ເສດ​ເຫຼືອ​ຂອງ​ຜູ້​ຄົນ​ທີ່​ໃຊ້​ແລ້ວ​ບໍ່​...
ນັກທ່ອງທ່ຽວຈີນ ແລະ ເກົາຫລີ… ມາທ່ຽວລາວຫຼາຍຂຶ້... ໂຮງແຮມ ແລະ ເຮືອນພັກ ຈຳນວນ 2.449 ແຫ່ງ ຄືສະຖານທີ່ທຳອິດ ທີ່ໄດ້ໃ...
ປັດຈຸບັນພວມກຽມຈັດງານສະເຫຼີມສະຫຼອງຄົບຮອບ 20 ປີ ເມືອ... ປັດຈຸບັນພວມກຽມຈັດງານສະເຫຼີມສະຫຼອງຄົບຮອບ 20 ປີ ເມືອງມໍລະດົກໂລ...

Comments

comments

Ooh Laos 600×100
Main menu