Prudential 450×100

ສິນເຊື່ອ-ເງິນຜ່ອນ-ເງິນດາວ ກະແສນິຍົມໃນຍຸກປັດຈຸບັນ

ແບ່ງປັນ:

ໃນສະໄໝປູ່ຍ່າ,ຕາຍາຍ,ພໍ່ເຖົ້າ,ແມ່ເຖົ້າ,ສະໄໝພໍ່ແມ່ເຮົາແຕ່ດຶກດໍາບັນກວ່າເພິ່ນຈະໄດ້ທີ່ດິນໄຮ່ນາຮົ້ວສວນ,ເຮືອນຊານບ້ານຊ່ອງ,ລົດລາພາຫະນະ ຫຼື ເຄື່ອງໃຊ້ສອຍຕ່າງໆໃນຄົວເຮືອນ ໃນຄອບຄົວນັ້ນ ພວກເພິ່ນຕ້ອງໄດ້ອົດໄດ້ອອມເກັບມ້ຽນໄວ້ເທື່ອເລັກເທື່ອໜ້ອຍ ໃຊ້ເວລາເປັນຫຼາຍເດືອນ ຫຼາຍປີກວ່າຈະໄດ້ມາແຕ່ລະຢ່າງ ແລະ ທີ່ສໍາຄັນຕ້ອງຈ່າຍດ້ວຍເງິນສົດ ເພາະນິດໄສຂອງຄົນລາວແມ່ນມັກຄວາມເປັນສ່ວນຕົວ,ມັກອິດສະຫຼະ,ມັກສ້າງມິດ,ບໍ່ມັກສ້າງສັດຕູ,ບໍ່ມັກເປັນໜີ້ເປັນສິນ ຫຼື ຂຶ້ນໂຮງຂຶ້ນສານ.

ແຕ່ໃນຍຸກໂລກາພິວັດ,ຍຸກທີ່ມີການແຂ່ງຂັນສູງທາງດ້ານວັດຖຸນິຍົມ ປະມານ 20 ກວ່າປີມານີ້ ບວກກັບຄວາມທັນສະໄໝ ຄວາມວ່ອງໄວ ທັນໃຈຫຼາຍຂຶ້ນຂອງລະບົບການເງິນ ພຽງແຕ່ຄິດຢາກໄດ້ ຢາກມີໃນວັດຖຸສິ່ງຂອງຕ່າງໆກໍສາມາດເປັນເຈົ້າຂອງໄດ້ ເຖິງຈະບໍ່ມີເງິນເປັນກ້ອນເປັນມັດ ບໍ່ມີສິ່ງຂອງມີຄ່າໄປມັດຈໍາ, ພຽງແຕ່ປະກອບເອກະສານບາງອັນຈາກຜູ້ຈໍາໜ່າຍສິນຄ້າເທົ່ານັ້ນ, ດັ່ງນັ້ນປັດໄຈ ແລະ ນິດໄສ ທີ່ບັນພະບູລຸດສ້າງໄວ້ ມັນກໍເລີ່ມເສື່ອມຖອຍໄປຕາມຍຸກຕາມສະໄໝ ຂອງການບໍລິໂພກນິຍົມ.

ປັດຈຸບັນ ການໃຫ້ສິນເຊື່ອ ຫຼື ການໃຫ້ບໍລິການເງິນຜ່ອນ-ເງິນດາວ ແມ່ນພວມມີກະແສຕອບຮັບຈາກສັງຄົມນັບມື້ນັບເພີ່ມຂຶ້ນ ມີຫຼາຍຫົວໜ່ວຍທຸລະກິດ ຫ້າງຮ້ານ ມີຫຼາຍທະນາຄານທຸລະກິດ ໄດ້ເປີດບໍລິການດ້ານດັ່ງກ່າວຢ່າງກວ້າງຂວາງ ດ້ວຍການຈູງໃຈຫຼາກຫຼາຍ ບາງແຫ່ງປອດດອກເບ້ຍ 3-6ເດືອນ ,ຜ່ອນຍາວ 5-7 ປີ ,ບາງບ່ອນບໍ່ຈໍາເປັນຕ້ອງມີຜູ້ຄໍ້າປະກັນ …..ບາງບໍລິສັດໃຫ້ຜ່ອນເກືອບຄົບວົງຈອນກະວ່າໄດ້,ນັບແຕ່ເຄື່ອງນຸ່ງ,ເຄື່ອງນອນ,ເຄື່ອງໃຊ້ສອຍໃນຄົວເຮືອນ,ເຄື່ອງສໍາອາງ,ເຄື່ອງໃຊ້ໄຟຟ້າ,ໂທລະສັບມືຖື,ລົດຈັກ,ລົດໃຫຍ່,ເຮືອນທີ່ຢູ່ອາໄສ ແລະ ອື່ນໆ ເວົ້າໄດ້ວ່າເທົ່າທີ່ຜູ້ຜ່ອນມີຄວາມຕ້ອງການແມ່ນສະໜອງໃຫ້ໄດ້ທຸກຢ່າງ.

ຄໍາວ່າສິນເຊື່ອແມ່ນຫຍັງໝາຍຄວາມວ່າແນວໃດ?ແປຕາມຄໍາງ່າຍໆກໍແມ່ນຄວາມໄວ້ເນື້ອເຊື່ອໃຈກັນໂດຍການໃຫ້ກູ້ຢືມໄປໃຊ້ກ່ອນແລ້ວກໍມີການຕອບແທນດ້ວຍການເກັບດອກເບ້ຍເປັນງວດໆຕາມທີ່ຕົກລົງກັນ ຫຼື ເວົ້າຢ່າງໜຶ່ງກໍແມ່ນເງິນກູ້ນັ້ນເອງ ແຕ່ສິນເຊື່ອຈະມີດອກເບ້ຍທີ່ຕໍ່າກວ່າເງິນກູ້.

ຄໍາວ່າເງິນຜ່ອນ-ເງິນດາວແມ່ນຫຍັງໝາຍຄວາມວ່າແນວໃດ? ເງິນຜ່ອນແມ່ນຮູບການຊື້ສິນຄ້າໂດຍຈ່າຍເປັນງວດໆກັບຜູ້ຂາຍຕາມຕົກລົງກັນ,ສ່ວນເງິນດາວ (Down Payment) ແມ່ນຕ້ອງຈ່າຍເງິນສົດກ່ອນສ່ວນໜຶ່ງຊຶ່ງສ່ວນໃຫຍ່ຈະຖືກກໍານົດໃນການຊື້ລົດ,ຊື້ເຮືອນທີ່ຢູ່ອາໄສ ເຊັ່ນ:ມູນຄ່າໜຶ່ງລ້ານກີບທ່ານຈະຕ້ອງຈ່າຍກ່ອນ 20-30% ສ່ວນທີ່ຍັງເຫຼືອຈະເປັນເງິນກູ້ໂດຍມີອັດຕາດອກເບ້ຍ ແລະ ໄລຍະການສົ່ງມອບຕາມທີ່ໄດ້ຕົກລົງກັນ.

ສັງລວມແລ້ວຈະເປັນສິນເຊື່ອ,ເງິນຜ່ອນ,ເງິນດາວ ກໍໝາຍຄວາມວ່າທ່ານກາຍເປັນລູກໜີ້ ທ່ານຕ້ອງມີພາລະໃນການຊໍາລະສະສາງໃຫ້ເຈົ້າໜີ້ຄົບຕາມສັນຍາທີ່ໄດ້ຕົກລົງກັນ ແລະ ມື້ໃດທ່ານບໍໍ່ສາມາດປະຕິບັດຕາມສັນຍາຊັບສິນທີ່ທ່ານເອົາມາກໍຈະຖືກເຈົ້າໜີ້ມາທວງຄືນແບບບໍ່ມີເງື່ອນໄຂຮ້ອງຟ້ອງໃດໆ.

ການບໍລິການຮູບແບບດັ່ງກ່າວຖືເປັນສ່ວນໜຶ່ງທີ່ຊ່ວຍໃຫ້ຜູ້ມີລາຍຮັບໜ້ອຍແຕ່ມີຄວາມຕ້ອງການຊົມໃຊ້ວັດຖຸສິ່ງຂອງເຂົ້າໃນການປະກອບອາຊີບ, ການດໍາເນີນຊີວິດປະຈໍາວັນ,ແກ້ໄຂຄວາມຂັດສົນໃນຄອບຄົວ,ແຕ່ໃນທາງກັບກັນຖ້າທ່ານຫາກຂາດສະຕິ ໂດຍແລ່ນນໍາວັດຖຸນິຍົມ ຫຼື ແລ່ນນໍາກະແສສັງຄົມສີວິໄລແບບວ່າເຫັນເພິ່ນມີກໍຢາກມີນໍາເພິ່ນ ແຕ່ພັດລືມຄິດໄປວ່າລາຍຮັບ ແລະ ພາລະໃນການຊໍາລະນັ້ນຈະມີພຽງພໍບໍ່?ມັນກໍຈະກາຍເປັນບັນຫາຕາມມາແບບຕັ້ງຕົວບໍ່ຕິດ ກາຍເປັນໜີ້ ເປັນສິນ ຖືກຢຶດຄືນສິນຄ້າ ຫຼື ຖືກຮ້ອງຟ້ອງຂຶ້ນສານໃນກໍລະນີໄກ່ເກ່ຍກັນບໍ່ໄດ້ ,ເຮັດໃຫ້ຄອບຄົວມີຄວາມແຕກແຍກຍ້ອນບັນຫາໜີ້ສິນຄຸມເຄືອ ຈົນກ້າວໄປເຖິງການຢ່າຮ້າງ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ.

ດັ່ງນັ້ນເພື່ອຫຼີກບັນຫາດັ່ງກ່າວ ກ່ອນທີ່ທ່ານຈະຕັດສິນໃຈໃຊ້ບໍລິການໃດໜຶ່ງ ທ່ານຕ້ອງທົບທວນຢ່າງລະອຽດສົມຄວນວ່າ: ຖານະການເງິນ ແລະ ຄວາມພ້ອມໃນການໃຊ້ຈ່າຍບໍ່ຂັດສົນ ແລະ ເມື່ອຫັກຄ່າໃຊ້ຈ່າຍສ່ວນນີ້ແລ້ວບໍ່ຄວນໃຫ້ເກີນ 40% ຂອງເງິິນລາຍໄດ້ຫຼືເງິນເດືອນຂອງທ່ານເຖິງແມ່ນວ່າທ່ານອາດຈະມີສ່ວນອື່ນແຮໄວ້ ແຕ່ກໍບໍ່ຄວນປະໝາດໂດຍສະເພາະຜູ້ທີ່ເປັນພະນັກງານເງິນເດືອນ ເພາະໃນອະນາຄົດ ຖ້າບໍລິສັດ ຫຼື ຫ້ອງການທີ່ທ່ານເຮັດວຽກ ເກີດວິກິດບັນຫາທາງການເງິນ ທ່ານຈະເຮັດແນວໃດເມື່ອເງິນເດືອນບໍ່ໄດ້ຕາມກໍານົດເວລາ ຫຼື ກໍລະນີທີ່ທ່ານຕົກງານ?

ທ່ານບໍ່ຄວນໃຊ້ບໍລິການພ້ອມກັນຫຼາຍຢ່າງເຊັ່ນ: ລົດກະເອົາ,ບ້ານກະເອົາ,ໂທລະສັບກະເອົາ,ຕູ້ເຢັນກະເອົາ,ຈັກຊັກເຄື່ອງກະເອົາ….ເພື່ອບໍ່ໃຫ້ເກີດບັນຫາຕິດຂັດທາງການເງິນ ທ່ານຄວນຈະເລືອກເບິ່ງວ່າອັນໃດເປັນສິ່ງຈໍາເປັນກ່ອນ ເມື່ອຈ່າຍຄົບໝົດແລ້ວຄ່ອຍເລືອກສິ່ງຈໍາເປັນອັນດັບຕໍ່ໄປ.

ສິ່ງໜຶ່ງທີ່ສໍາຄັນກໍຄືຄວນເລືອກ ແລະ ຊອກຂໍ້ມູນ, ປະຫວັດຄວາມເປັນມາຢ່າງລະອຽດຂອງບໍລິສັດ ຫ້າງຮ້ານ ທະນາຄານ ສະຖາບັນການເງິນທີ່ທ່ານຈະໄປໃຊ້ບໍລິການ ລວມທັງເງື່ອນໄຂຕ່າງໆ ແລະ ຖ້າບໍ່ຢາກໃຫ້ເກີດມີຄວາມສ່ຽງສູງຕາມມາ ທ່ານຄວນຫຼີກການໄປໃຊ້ບໍລິການເງິນນອກລະບົບ ເພາະນອກຈາກຈະມີດອກເບ້ຍສູງແລ້ວ ຍັງສ່ຽງຕໍ່ການທວງໜີ້ແບບຂົ່ມຂູ່ ໃຊ້ຄວາມຮຸນແຮງ ດັ່ງທີ່ປະກົດເປັນຂ່າວຕາມສື່ຕ່າງໆໂດຍສະເພາະໃນປະເທດໃກ້ຄຽງ.

ປັດ­ຈຸ​ບັນ ບັນ­ຫາ​ການ​ປ່ອຍ​ເງິນກູ້​ນອກ​ລະ­ບົບ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໃນ​ສັງຄົມ​ລາວ ແລະ ​ເກີດ​ມີ​ຫຼາຍ​ກໍ­ລະ­ນີ ​ບາງ​ກໍລະ​ນີ​ກໍ​ມີ​ການ​ກັກ​ຕົວ​ຜູ້​ກູ້​ຢືມ,ບັງ­ຄັບ​ໃຫ້ຍິນ​ຍອມ​ມອບ​ຊັບ ຫຼື ມອບ​ກຳ­ມະ­ສິດ​ທີ່ໃຊ້​ເປັນ​ຫຼັກ​ຊັບ​ຄ້ຳ­ປະ­ກັນ​.

ຕໍ່ບັນຫາດັ່ງກ່າວ ເມື່ອບໍ່ດົນ​ຜ່ານ​ມານີ້ ທ່ານ ສອນ​ໄຊ ສິດ​ພະໄຊ ຮອງ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ອອກ​ມາ​ຊີ້​ແຈງ​ຕອບ​ສາຍດ່ວນ​ສະ­ພາ​ວ່າ: ເງິນ​ກູ້​ນອກ​ລະ­ບົບ​ທີ່​ພໍ່ແມ່​ປະ­ຊາ­ຊົນ​ໄດ້​ໄປ​ກູ້​ຢືມ​ນັ້ນ​ແມ່ນ​ເປັນການ​ໃຫ້​ເງິນ​ກູ້​ທີ່​ຄິດ­ໄລ່​ດອກ​ເບ້ຍ​ສູງ ແລະ ​ບໍ່​ໄດ້​ຢູ່​ໃນ​ລະ­ບົບ​ການ​ຄຸ້ມ​ຄອງ​ຂອງສະ​ຖາ​ບັນ​ການ​ເງິນ ຫຼື ທະ­ນາ­ຄານ ແລະ ກົດ­ໝາຍ​ກໍ​ບໍ່​ໄດ້​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ທຸລະ​ກິດ​ດັ່ງ­ກ່າວ, ຊຶ່ງ​ບັນ­ຫາ​ນີ້​ແມ່ນ​ເປັນພັນ­ທະ​ຂອງ​ຜູ້​ກູ້ ແລະ ​ຜູ້​ໃຫ້​ກູ້ (ນອກ​ລະບົບ) ຕ້ອງ​ເຈລະ­ຈາ​ໄກ່​ເກ່ຍ​ກັນ​ເອງ ເນື່ອງ​ຈາກ​ການ​ກູ້​ຢືມ​ດັ່ງ­ກ່າວ​ແມ່ນ​ຢູ່ບົນ​ພື້ນ­ຖານ​ການ​ຕົກ­ລົງ​ເຫັນ​ດີ​ຂອງ​ທັງສອງ​ຝ່າຍ.

ທ່ານ ສອນ​ໄຊ ສິດ​ພະ​ໄຊ ຍັງ​ໄດ້ແນະນໍາ​ຕື່ມ​ອີ​ກວ່າ: ເພື່ອ​ເປັນ​ການ​ຫຼີກບັນ­ຫາ​ດັ່ງ­ກ່າວ ຖ້າ​ຫາກ​ພໍ່​ແມ່​ປະ­ຊາຊົນ​ມີ​ຄວາມ​ຈຳ­ເປັນ​ກໍ​ແນະ­ນຳ​ໃຫ້​ໄປ​ກູ້​ຢືມ​ເງິນ​ນຳ​ສະ​ຖາ​ບັນການ​ເງິນ ຫຼື ທະ­ນາ­ຄານ ​ທີ່​ໄດ້​ຮັບ​ອະ­ນຸຍາດ​ຈາກ​ທະ­ນາ­ຄານ​ແຫ່ງ ສປປ ລາວ ຈະ​ເປັນ​ການ​ດີທີ່ສຸດ.

ສິ່ງທີ່ຍົກຂຶ້ນມານັ້ນເປັນພຽງສ່ວນໜຶ່ງຂອງສັງຄົມໃນເມືອງໃຫຍ່ທີ່ມີີກະແສບໍລິໂພກນິຍົມ ແລະ ມີການເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ສະດວກ , ແຕ່ອີງຕາມຕົວເລກຈາກ​ການ​ເກັບ​ກຳ​ຂໍ້​ມູນ​ໃນ​ຕະ­ຫຼາດ​ທາງ​ການ​ເງິນ​ຕ່າງໆ​ຢູ່​ບັນ­ດາ​ປະເທດ​ ທີ່​ພວມ​ພັດ­ທະ­ນາ​ທັງ​ໝົດ ພົບ​ວ່າ​ປະຊາ​ກອນ​ທີ່​ອາ­ໄສ​ຢູ່​ເຂດ​ຊົນ­ນະ­ບົດ​ ບໍ່​ສາ­ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ໄດ້ ແຕ່​ກໍ​ສາ­ມາດດຳ­ລົງ​ຊີ­ວິດ​ຢູ່​ແບບ​ພໍ​ພຽງ​ໄດ້ ໂດຍ​ທີ່​ບໍ່ຕ້ອງ­ການ​ກູ້​ຢືມ​ເງິນ​ເພື່ອ​ການ​ດຳ­ລົງ​ຊີ­ວິດ ຊຶ່ງ​ຜົນ​ການ​ສຳ​ຫຼວດ​ຊີ້​ວ່າ 80% ຂອງ​ປະ­ຊາ­ກອນ​ຜູ້​ໃຫຍ່​ໃນ ສປປ ລາວ ແມ່ນ​ຢູ່​ໄດ້​ໂດຍ​ບໍ່​ຕ້ອງ​ກູ້​ຢືມ​ເງິນ.

ທ່ານ ດຣ. ອາ­ຄົມ ປຣະ​ເສີດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ທະນາ​ຄານ​ແຫ່ງ ສປປ ລາວ, ທັງ​ເປັນ​ຫົວໜ້າ​ໂຄງ­ການ (MAFIPP) ແລະ ທ່ານ ໂອ​ເບີດ (Obert) ຊ່ຽວ­ຊານ ຈາກ​ອົງ­ການ​ສົ່ງ­ເສີມ​ຕະ­ຫຼາດ​ການ​ເງິນ​ສຳ­ລັບ​ຜູ້​ທຸກ​ຍາກ ຫຼື (FinMark Trust) ກ່າວ​ວ່າ: ຜົນ​ໄດ້​ຮັບ​ຈາກ​ການ​ສຳ​ຫຼວດ FinScope ປີ 2014 ທີ່​ໄດ້​ດຳ­ເນີນ​ໃນໄລ­ຍະ​ເດືອນ​ພະ­ຈິກ 2014 ຫາ​ເດືອນ​ມັງກອນ 2015  ໂດຍ​ກຳ­ນົດ​ເອົາ​ຕົວ­ຢ່າງ 2.000 ກວ່າຕົວ­ຢ່າງ​ຂອງ​ປະ­ຊາ­ກອນ​ທີ່​ມີອາ­ຍຸ​ຕັ້ງ­ແຕ່ 18 ປີ​ຂຶ້ນ​ໄປ​ຖື​ເປັນ​ຕົວ​ແທນລະ­ດັບ​ຊາດ, ສະ­ພາບ​ລວມ​ການ​ບໍ­ລິ­ການ ການ​ເງິນ​ທີ່​ຫຼາກ​ຫຼາຍ​ຊີ້​ໃຫ້​ເຫັນ​ວ່າ 36% ຂອງ​ປະ­ຊາ­ກອນ​ຜູ້​ໃຫຍ່​ແມ່ນ​ເປັນ​ຜູ້​ທີ່ໄດ້​ໃຊ້​ບໍ­ລິ­ການ​ທາງ​ການ​ເງິນ ແລະ ​ອີກ 25% ເປັນ​ຜູ້​ທີ່​ບໍ່​ໄດ້​ໃຊ້​ບໍ­ລິ­ການ​ທາງການ​ເງິນ ໃນ​ນັ້ນ 60% ແມ່ນ​ໃຊ້​ກົນ​ໄກ​ນອກ​ລະ­ບົບ​ເພື່ອ​ບໍ­ລິ­ຫານ​ການ​ເງິນ​ຂອງ​ເຂົາ­ເຈົ້າ.

ພ້ອມ​ດຽວ​ກັນ​ນີ້ ທາງ​ດ້ານ​ການ​ອອມຂອງ​ປະ­ຊາ­ກອນ​ຜູ້​ໃຫຍ່​ຍັງ​ຢູ່​ໃນ​ອັດ­ຕາສູງ​ກວມ​ເຖິງ 77% ຂະ­ນະ​ທີ່​ອີກ 23% ແມ່ນ​ບໍ່​ໄດ້​ອອມ, ການ​ສຳ​ຫຼວດ​ໄດ້​ຊີ້​ໃຫ້ເຫັນ​ວ່າ​ ມີ​ປະ­ຊາ­ກອນ​ຜູ້​ໃຫຍ່​ພຽງ​ແຕ່ 25% ທີ່​ມີ​ການ​ອອມ​ເງິນ​ຢູ່​ໃນ​ທະ​ນາຄານ​ທຸ­ລະ​ກິດ, 14% ອອມ​ເງິນ​ໄວ້​ຢູ່ເຮືອນ, ສ່ວນ​ອີກ 37% ອາ­ໄສ​ການ​ນຳໃຊ້​ກົນ​ໄກ​ນອກ​ລະ­ບົບ (ທີ່​ບໍ່​ເປັນ​ທາງການ) ເປັນ­ຕົ້ນ​ກຸ່ມ​ທ້ອນ​ເງິນ, ນອກ​ນີ້ ປະ­ຊາ­ກອນ​ຜູ້​ໃຫຍ່​ຕ້ອງ­ການ​ອອມ​ເງິນໃນ​ຮູບ​ແບບ​ການ​ຊື້​ສັດ​ໃຫຍ່ ຫຼື ສັດ​ປີກກວມ​ເອົາ 29%, ອອມ​ຢູ່​ກັບ​ກອງ​ທຶນ​ພັດທະ​ນາ​ບ້ານ ຫຼື ທະ­ນາ­ຄານ​ບ້ານ 15% ແລະ ​ອີກ 33% ​ໄດ້​ເປັນ​ສະ­ມາ­ຊິກ​ກອງ​ທຶນ.

ສຳ­ລັບ​ຄວາມ​ຕ້ອງ­ການ​ໃນ​ການ​ກູ້ຢືມ ແລະ ​ສິນ​ເຊື່ອ​ມີ​ພຽງ 20% ທີ່​ກູ້​ຢືມ ແລະ ອີກ 80% ຂອງ​ປະ­ຊາ­ກອນ​ຜູ້​ໃຫຍ່ໃນ ສປປ ລາວ ແມ່ນ​ບໍ່​ໄດ້​ກູ້​ຢືມ ໃນ​ນັ້ນ 56% ຂອງ​ຜູ້​ທີ່​ບໍ່​ໄດ້​ກູ້​ຢືມ​ຕອບ​ວ່າ:​ເຂົາເຈົ້າ​ສາ­ມາດ​ດຳ­ລົງ​ຊີ­ວິດ​ໄດ້​ ໂດຍ​ທີ່​ບໍ່ຕ້ອງ​ກູ້​ຢືມ ໃນ​ຂະ­ນະ​ທີ່ 53% ຕອບ​ວ່າ: ຢ້ານ​ການ​ເປັນ​ໜີ້ ແລະ 24% ຕອບ​ວ່າ: ຢ້ານ​ບໍ່​ສາ­ມາດ​ຊຳ­ລະ​ໜີ້ໄດ້, ໃນ​ 20% ຂອງ​ຜູ້​ທີ່​ກູ້​ຢືມ​ນັ້ນ​ສ່ວນໃຫ່ຍ​ເພື່ອ​ຈຸດ­ປະ­ສົງ​ດ້ານ​ການ​ພັດ­ທະ­ນາ ຕ່າງໆ​ກວມ 50%, ກູ້​ຢືມ​ເປັນ​ຄ່າ​ໃຊ້​ຈ່າຍໃນ​ການ​ດຳ­ລົງ​ຊີ­ວິດ 25% ສ່ວນ​ໃນ 21% ກູ້​ຢືມ​ເພື່ອ​ເປັນ​ຄ່າ​ປິ່ນ­ປົວ, ກົນ​ໄກ​ໃນການ​ກູ້​ຢືມ​ຕົ້ນ­ຕໍ​ມາ​ຈາກ​ທະ­ນາ­ຄານ 40%, ຄອບ­ຄົວ ແລະ ​ໝູ່​ເພື່ອນ 19% ແລະ ການ​ກູ້​ຢືມ​ຈາກ​ກອງ​ທຶນ​ພັດ­ທະ­ນາ​ບ້ານ ຫຼື ທະ­ນາ­ຄານ​ບ້ານ 17%.

ເພື່ອ​ພັດ­ທະ­ນາ​ນະ­ໂຍ­ບາຍຕ່າງໆ​ທີ່​ຈະ​ສ້າງ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ ແລະ ​ພັດ­ທະ­ນາ​ທີ່​ຍືນ​ຍົງ​ຫຼາກ​ຫຼາຍ​ລັດ​ຖະບານ​ລາວ​ໄດ້​ປະ­ຕິ­ບັດ​ແຜນ​ງານ​ ຮ່ວມ​ກັບທະ­ນາ­ຄານ​ແຫ່ງ ສປປ ລາວ-UNCDF ທີ່​ເອີ້ນ​ວ່າ:​ ໂຄງ­ການ​ສົ່ງ­ເສີມ​ການ​ເຂົ້າເຖິງ​ແຫຼ່ງ​ທຶນ​ສຳ­ລັບ​ຜູ້​ທຸກ​ຍາກ​ໃຫ້​ຫຼາຍຂຶ້ນ ຫຼື MAFIPP ປີ 2010-2017 ໂດຍ ມີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ​ ການຄ້າ​ອົດ​ສະ​ຕຣາ​ລີ ເປັນ​ຜູ້​ສະ​ໜັນ​ສະ​ໜູນສຳ­ຄັນ​ທາງ​ດ້ານ​ທຶນ­ຮອນ, ຕາມ​ເປົ້າໝາຍ​ຂອງ MAFIPP ແມ່ນ​ສົ່ງ­ເສີມ​ການເຂົ້າ​ເຖິງ​ການ​ບໍ­ລິ­ການ​ທາງ​ການ​ເງິນຂອງ​ຄົວ​ເຮືອນ​ທີ່ ​ມີ​ລາຍ​ຮັບ​ຕ່ຳ ແລະ ​ຜູ້​ປະກອບ​ການ​ຂະ­ໜາດ​ນ້ອຍ​ບົນ​ພື້ນ­ຖານ ຄວາມ​ຍືນ​ຍົງ​ໃຫ້​ຫຼາຍ​ຂຶ້ນ ໂດຍ​ຈະ​ເພີ່ມຈຳ­ນວນ​ຜູ້­ນຳ​ໃຊ້​ການ​ບໍ­ລິ­ການ​ທາງການ​ເງິນ​ໃຫ້​ໄດ້ຫຼາຍກວ່າສີ່ແສນຄົນ​ໃນ​ທ້າຍປີ 2017.

Credit, payment in installments,

and down payments – a growing trend

In the days of our parents, grandparents, and ancestors, for them to have farmland, a house to live in, a means of transport, and household appliances, they had to patiently save up bit by bit, taking months or even years for each thing and had to pay in cash upfront because Lao people enjoyed their independence and freedom, preferred to make friends than enemies, and did not like to get into debt or go to court.

In this age of globalization and materialistic one-upmanship, however, which has developed over the last twenty years, along with the modernization and streamlining of financial systems, we can have anything we desire without having the money to pay for it or items of value to place as a deposit. We only need certain documents from the vendor. This has led to a regression in the values and habits passed down to us by our ancestors and set us on the road towards modern consumerism.

Today, the provision of credit and services for payment in installments and down payments are progressively catching on in society and many businesses, outlets, and commercial banks are opening up services for broad swathes of the public using a range of incentives, such as interest free finance for the first 3-6 months and long installment plans lasting 5-7 years. Some offers do not even require a guarantor with others hardly requiring a down payment at all and these can apply to clothes, bedding, household appliances, cosmetics, electrical appliances, mobile telephones, motorcycles, automobiles, houses, and more besides. It could be said that however great the desires of the person willing to get into debt may be, these desires can be provided for.

So what exactly is ‘credit’ and what does it really mean? Simply put, it refers to a mutual trust between two parties where by one party lends money to the other to spend in advance in return for it to be paid back with interest in installments according to what is agreed between them. Another way it could be described is as a loan although credit tends to have lower interest rates than loans.

And what is meant by ‘payment in installments’ and ‘down payments’? Payment in installments is where you purchase a product without paying for it upfront and instead making regular payments for it subsequent to its purchase until it has been paid for in full. A down payment is a sum paid in cash at purchase and these are mostly used for the purchase of vehicles and houses. For example, something may have a value of one million kip and you may have to make an upfront down payment of 20-30%, the remaining 70-80% being considered a loan subject to the accrual of interest and an agreed plan for it to be paid off in installments.

At the end of the day, however, credit, payment in installments, and down payments all end you up in debt and having to shoulder the burden of keeping up your payments to your creditor or creditors in accordance with the contract agreed and whenever you are unable to keep up the performance of this contract, the asset you bought on credit will be seized unconditionally by the creditor without your having any legal recourse.

Such services are in part responsible for making people on low incomes desire material things to use in their jobs and daily lives and to help resolve family disputes but you have to watch out because in our desperate race towards materialism and our efforts to keep up with the Joneses, we can easily forget to live within our means and to calculate whether or not our incomes are sufficient to keep up the payments. This problem can lead to an arduous struggle where you fall into debt, your assets are seized, or you can even find yourself in court if the mediation process fails, something which can cause families to break up and even lead to divorce, thereby harming our society.

Therefore, in order to avoid such problems, before deciding to use a given service, you must consider in reasonable detail your financial status and your capacity to keep up the payments. You should never allow these payments to consume over 40% of your income even if you have money put aside in reserve. You should not be reckless, especially those of us relying on salaries because if in the future, the company or office where you work finds itself in financial difficulties, what will you do if your salary is not paid to you on time or if you are suddenly laid off?

You should also not use too many of these services at the same time, purchasing, for example, a vehicle, a house, a telephone, a refrigerator, and a washing machine on credit all at the same time or you will find yourself in financial chaos. You should instead select which is most essential and only after having paid that off in full should you then select the next most important thing.

It is also important to be selective over and take a detailed look into the background of the company, store, bank, or financial institution whose services you will be using and also to examine the terms and conditions. Unless you want to place yourself at high risk, you should avoid using informal loans because in addition to their excessive interest rates, you risk their demanding repayment by making threats and using violence, something which we frequently read about in the news, especially that of neighboring countries.

In response to this issue, Vice Governor of the Bank of the Lao PDR (BOL) Sonexay Sitphaxay issued a statement via the National Assembly (NA) Hotline, saying that “Informal loans taken out between members of the public come with high interest rates and are not included in the regulatory systems of financial institutions and banks and the law does not permit the operation of such a business, meaning that the borrower and the lender (informal) have to work things out between themselves because the loan is based solely on the agreement made between the two parties”.

He went on to advise that “In order to avoid such problems, if a member of the public finds themselves in need of money, they should borrow from a financial institution or a bank which has been licensed by the Bank of the Lao PDR as this would be the best course of action”.

These issues raised are just part of increasing consumerism of urban society where finance is so easily available but data on the financial markets of developing countries as a whole show that people living in rural areas do not have access to finance but are still able to make ends meet without the need to borrow. A survey was conducted which showed that 80% of the adult population of the Lao PDR is able to make ends meet without having to borrow.

Acting Chief of the Department of Bank Financial Institution Supervision Department of the BOL and leader of the MAFIPP project Dr. Akhom Praseuth and Obert, a specialist from the FinMark Trust, an organization which promotes financial markets for poor people, explain that “The results of the 2014 FinScope survey which was conducted between November 2014 and January 2015, taking a sample group of 2,000 members of the population aged eighteen years and older to represent the nation’s population, to assess the overall situation with a wide range of financial services showed that 36% of the adult population are banked, 25% are financially excluded, and 60% use informal mechanisms to manage their finances.

Furthermore, 77% of adults save while 23% do not. The survey also showed that 25% of the adult population save their money at a commercial bank, 14% in their homes, and 37% rely on the use of informal mechanisms (which are not official) such as savings groups. Also, 29% save in the form of cattle or livestock and 15% save with Village Development Funds (VDFs) or Village Banks, 33% being a member of a VDF savings group.

20% of the adult population of the Lao PDR borrow while 80% do not. Of those who do borrow, 56% indicated that they were capable of sustaining a life without debt while 53% claimed that they fear debt and 24% were concerned about defaulting. Of the 20% of the adult population which do borrow, 55% borrow for developmental reasons, 25% borrow to meet living expenses, and 21% borrow for medical expenses. The main borrowing mechanisms are banks (40%), friends and family (19%), and borrowing from VDFs or village banks (17%).

In order to develop policies that will generate sustainable and inclusive growth and development, the Government of Laos has implemented a joint Bank of Lao PDR – UNCDF program called ‘Making access to finance more inclusive for poor people’ (MAFIPP) from 2010 to 2017 with AusAid as main funder. MAFIPP will specifically increase access to financial services by low-income households and micro-entrepreneurs on a sustainable basis with a target of 400,000 additional users of financial services by 2017”.

ເລື່ອງທີ່ກ່ຽວຂ້ອງ

ການຄຸ້ມຄອງມາດຕະຖານ ແລະ ການລັກລອບລິຂະສິດຍັງເປັນສິ່ງ... ຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຂອງຫຼວງພະບາງແມ່ນຫຍັງ? ຜະລິດ​ຕ...
ປັດຈຸບັນພວມກຽມຈັດງານສະເຫຼີມສະຫຼອງຄົບຮອບ 20 ປີ ເມືອ... ປັດຈຸບັນພວມກຽມຈັດງານສະເຫຼີມສະຫຼອງຄົບຮອບ 20 ປີ ເມືອງມໍລະດົກໂລ...
ເສດຖາຟາມ… ຄຳນຶງເຖິງສຸຂະພາບຜູ້ບໍລິໂພກ... ທ່ານນາງ ບົວວຽງ ເພັດທະລານຄຳ ຜູ້ອຳນວຍການ ເສດຖາຟາມ. ເສດ​ຖ...
ພວກເຮົາຕ້ອງການເປັນລົດທີ່ລູກຄ້າເລືອກເປັນອັນດັບທຳອິດ... ທ່ານ ດີລິບ ເຈຊູທາຊານ ຜູ້ອໍານວຍການບໍລິສັດ ລາວຟອດຊີຕີ ຜູ້ມີປະສ...
ປະ​ຕິ​ຮູບການ​ສຶກ​ສາ ພັດ​ທະ​ນາ​ວິ​ຊາ​ຊີບ ​ຄືທ່າ​ແຮງ... ໃນສົກປີ 2015-2016 ນີ້ ມີນັກຮຽນທີ່ເສັງຈົບສາຍສາມັນ ຫຼື ມ7 ໃນທົ...
ລູກຄ້າຄືບຸກຄົນສຳຄັນທີ່ເຮົາຈະຕ້ອງບໍລິການໃຫ້ພໍໃຈທີ່ສ... ສິ່ງນີ້ຖືເປັນນະໂຍບາຍຫຼັກ ທິບພະຍະ ປະກັນໄພ ຂອງພວກເຮົາ,ບໍ່ວ່າຈະ...
AEC ຈະເຮັດໃຫ້ ສປປ ລາວ ໄດ້ປຽບດ້ານການສົ່ງອອກ ແລະ ການ... ທະນາຄານເອເອັນແຊັດມີການຂະຫຍາຍທຸລະກິດຂອງຕົນແນວໃດແດ່? ທະນາຄາ...
ລາ​ຄາ​ດິນ… ​ການ​ປະ​ເມີນ​ຄ່າ​​ທາງເສດ​ຖະ​ກິດ​ໃນ​ກົນ​... “ດິນ" ເປັນກ້ອນທຶນທາງທຸລະກິດທີ່ເຮັດໃຫ້ຊີວິດຂອງຄົນຜູ້ໜຶ່ງປ່ຽນແ...

Comments

comments

Ooh Laos 600×100
Main menu