ສືບທອດລວດລາຍລາວ ກຽມພ້ອມເຂົ້າສູ່ AEC

ປັດຈຸບັນ​ປວງ​ຊົນຊາວລາວ ​ກຳລັງ​ອອກ​ແຮງ​ແຂ່ງ​ຂັນ ​ກັນ​ທຳ​ມາ​ຫາ​ກິນ ​ເພື່ອ​ຄວາມ​ຢູ່​ລອດ​ທີ່​ຕ້ອງ​ແລ່ນ​​ໃຫ້​ທັນ​ຍຸກ​ ທັນ​ສະ​ໄໝ ​ເພື່ອ​ສ້າງ​ທຸລະ​ກິດ​ ໃຫ້​ເປັນທີ່​ຍອມຮັບ​ຂອງ​ສັງຄົມ ​ເພື່ອ​ຄວາມໝັ້ນຄົງ​ຂອງ​ທຸລະ​ກິດ ພ້ອມ​ດຽວ​ກັນ​ນັ້ນ​ກໍ​ມີ​ຫຼາຍ​ຄອບຄົວ ​ຫຼາຍ​ຄົນ​ທີ່​ມີ​ຄວາມ​ຄິດ​ພັດທະນາ​ສີມື​ແຮງ​ງານ​ຕົນ​ເອງ​ ໃຫ້​ສັງຄົມ​ອ້ອມ​ຂ້າງ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສາມາດ ທີ່​ສືບ​ທອດ​ຈາກ​ລຸ້ນສູ້​ລຸ້ນຕໍ່ໆກັນ​ມາ​ຈົນ​ເຖິງປັດຈຸບັນ​   ເໝືອນດັ່ງ​ຄອບຄົວ​ຂອງ​ນາງ ບົວ​ສະຫວັນ ສຸດທິ​ວັນ ​ເຈົ້າ​ຂອງກິດຈະ​ການ ຮ້ານຕໍ່າລາຍລາວ ທີ່​ໄດ້​ໃຫ້​ຮູ້​ເຖິງ​ຄວາມ​ເປັນ​ມາ​ຂອງ​ສີໄມ້ລາຍມື ຂອງ​ລາຍ​ລາວ ​ທີ່​ເປັນ​ຕົ້ນ​ສະ​ບັບດັ້ງ​ເດີມ​ ໃນແຂວງ​ຫຼວງ​ພະ​ບາງ ໂດຍ​ໄດ້​ຖ່າຍ​ທອດ​ຜ່ານແຜ່ນ​ແຜ​ຊຸດ​ຜ້າໄໝລາຍ​ລາວ ​ຕໍ່າ​ດ້ວຍ​ສີມື​ແຮງ​ງານ​ຂອງ​ຄົນ​ລາວ.

ຈຸດ​ເລີ່​ມຕົ້ນ ຫຼື ຄວາມ​ເປັນ​ມາ?

ຮ້ານ ຕໍ່າ​ລາຍ​ລາວ ​ໄດ້​​ເປີດ​ຢ່າງ​ເປັນທາງ​ການ ​ແລະ ​ໄດ້​ເຂົ້າ​​​ເປັນສະມາຊິກຂອງສະ​ຄົມຫັດຖະກຳ​ລາວ ຕັ້ງແຕ່ປີ 2007 ​​ເຊິ່ງເກີດ​ຂຶ້ນ​ໄດ້​ບົນ​ພຶ້ນຖານ​ຂອງ​ຄວາມຮັກ​ມັກ​ ໃນ​ຫັດຖະ​ກຳຕໍ່າ​ຫູກມາ​​ແຕ່​ນ້ອຍ ​ເຖິງວ່າ​ຮ້ານ​ຂອງ​ເຮົາ​ຈະ​ເປີດ​ໄດ້ພຽງ 8 ປີ ແຕ່​ຄວາມ​ຈິງ​ແລ້ວ ປະສົບ​ການ​ດ້ານ​ການ​ຕໍ່າຫູກ, ທໍ່​ໄໝ, ຈົກ​ລາຍຕ່າງໆ ​ແມ່ນຄວາມ​ສາມາດທີ່ມີມາ​ຕັ້ງ​ແຕ່​ອາຍຸ 12 ປີ​ແລ້ວ ​ເຊິ່ງ​ໄດ້​ຮຽນ​ຮູ້​ຈາກ​ຄອບ​ຄົວ ​ໂດຍ​ສະ​ເພາະ ຮຽນ​ມາ​ຈາກ​ພໍ່​ກັບ​ແມ່ ​ເພາະ​ຕິດ​ພັນ​ດ້ານ​ນີ້​ມາ​ຕັ້ງ​​ແຕ່ນ້ອຍໆ ​​​ເລີຍໄດ້ສຶກສາ​ຮຽນ​ຮູ້ ​ແລະ​ ພັດທະນາ​ສີ​ມື​ຂອງ​ຕົນ​ເອງ​ໃຫ້​ມີ​ປະສົບ​ການຫຼາຍ​ຂຶ້ນ ຈົນ​​ເຮັດ​ໃຫ້​ຕົນ​ເອງ​ມີ​ຄວາມ​ຄິດ​ທີ່​ ສາມາດສ້າງ​ທຸລະ​ກິດ​ເປັນ​ຂອງ​ຕົນ​ເອງ​ໄດ້ ພ້ອມ​ກັນ​ນັ້ນ ກໍ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ​ໃຫ້​ບັນດາ​ພະນັກງານ​ທີ່​ມີ​ສີມື​ການ​ຕໍ່າຫູກ​ໃຫ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ປັດຈຸບັນ ລວມມີ​ພະນັກງານ​ປະມານ 30 ກວ່າ​ຄົນ. ສໍາລັບການສົ່ງ​ອອກ​ສ່ວນ​ຫຼາຍ​ຈະ​ເປັນ​ຜ້າພັນ​ຄໍ ໂດຍມີຕະຫຼາດທີ່ ​ປະ​ເທດ ຝຣັ່ງ, ສະ​ວິ​ເດັນ, ​ເຊິ່ງຈຸດ​ເດັ່ນ​ຂອງ​ຮ້ານ​ແມ່ນ ລາຍ​ລາວ​ທີ່​ຄິດ​ຄົ້ນ​ມາ​ຈາກ​ຕົ້ນ​ສະບັບ​ດັ້ງ​ເດີມ​ຈາກ ພໍ່​ແມ່​ຖ່າຍ​ທອດ​ໃຫ້ ກໍຄື ລາຍລາວພື້ນເມືອງຫຼວງພະບາງ, ​ເຊິ່ງລວດລາຍ​ດັ່ງກ່າວ​ສ່ວນ​ຫຼາຍ​ຈະ​ເນັ້ນ​ໃນ​ລາຍ​ເສື້ອ, ສິ້ນ, ຜ້າ​ບ່ຽງ ​ແລະ​ ອື່ນໆ…

ອຸປະສັກ​​ໃນ​ການ​ເຮັດ​ທຸລະ​ກິດ​ນີ້​ແມ່ນ​ຫຍັງ?

ອຸປະສັກ​ໃນ​ການ​ເຮັດ​ທຸລະ​ກິດ​ນີ້​ແມ່ນ ​ວັດຖຸ​ດິບ​ທີ່​ເຮົາ​ນຳ​ມາ​ຜະລິດ ເພາະ​ສ່ວນ​ຫຼາຍ​ຈະ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ​ເຊິ່ງບາງ​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ແມ່ນ​ຍັງ​ຂາດ​ເຂີນ​ຢູ່ ​ແລະ ອີກ​ຢ່າງ​ໜຶ່ງ​ທາງ​ດ້ານ​ຜະລິດ​ຕະພັນ ​ທີ່​ເປັນ​ເຄື່ອງລັກລອບລິຂະສິດ (Copy) ​ໂດຍ​ສະ​ເພາະ ​ລວດລາຍ, ​ເຊິ່ງມັນ​ກໍ​ເປັນ​ອຸປະສັກ​ໃຫ້​ຮ້ານ​ຂອງ​ພວກ​ເຮົາ ຂາຍ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ.

AEC ຈະ​ເປັນ​ໂອກາດ​ຫຼື​ສິ່ງ​ທ້າ​ທາຍ​ສຳລັບ​ທຸລະ​ກິດ​ທ່ານ​ຄື​ແນວ​ໃດ?

​ເມື່ອ ສປປ ລາວ ​​ເຂົ້າ​​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ຫຼື ​AEC ​ແລ້ວ ມັນ​ກໍ​ຈະ​ເປັນ​ໂອກາດ​ດີ ທີ່​ຈະ​ເຮັດ​ໃຫ້​ຜະລິດ​ຕະພັນ​ລາວ​ໄດ້​ຂະຫຍາຍ​ອອກ​ສູ່​ບັນດາປະເທດໃນທົ່ວ​ໂລກ ​ແລະ ​ຈະ​ໄດ້​ແລກປ່ຽນ​ທາງ​ດ້ານ​ເຄື່ອງ​ຫັດຖະກຳ​ແຕ່ລະ​ປະ​ເທດ​ທີ່​ນຳ​ເຂົ້າ​ມາ ​ເພື່ອພັດທະນາ​ສີ​ໄມ້​ລາຍ​ມື​ໃຫ້​ດີກ​ວ່າ​ເກົ່າ, ​ແຕ່ສິ່ງສໍາຄັນ​ເຮົາ​ກໍ​ຕ້ອງ​ຮັກສ​າລວດລາຍລາວ ​ແລະ ​ສິ່ງ​ທີ່​ເປັນ​​ເອກະລັກ​ຂອງ​ລາວ​ເຮົາ​ໄວ້​ເຊັ່ນ​ກັນ ​ແນ່ນອນ​ເມື່ອ​ມີ​ຈຸ​ດີ​ ​ແລ້ວ ສິ່ງ​ທີ່​ຂາດ​ບໍ່​ໄດ້​ນັ້ນ​ກໍ​ຄື ສິ່ງ​ທ້າ​ທາຍ ​ເມື່ອ​ຫຼາຍ​ປະ​ເທດມີ​ການ​ເຊື່ອມໂຍງ​ກັນ​ຫຼາຍ​ຂຶ້ນ ກໍ​ຈະ​ເຮັດ​ໃຫ້​ມີ​ບາງ​ກຸ່ມຄົນ(Copy) ​ຜົນງານ​ໄດ້​ງ່າຍ​ຂຶ້ນ​ເຊັ່ນ​ກັນ ດັ່ງ​ນັ້ນ​ຢາກ​ໃຫ້​ບັນດາຫົວໜ່ວຍ​ທຸລະ​ກິດ​ຕ້ອງ​ມີ​ສະຕິ​ເພື່ອ​ຢັບຢັ້ງ​ໄພ​ ຂອງ​ການ (Copy) ຜົນງານ​ບໍ່​ໃຫ້​ມີ​ໃນ​ສັງຄົມບ້ານເຮົາ.

ຄວາມພ້​ອມ​ໃນ​ການ​ເຂົ້າ AEC?

ຄວາມ​ພ້ອມ​ໃນ​ການ​ເຂົ້າ​ເປັນ​ປະ​ຊາ​ຄົມ​ເສດຖະກິດ​ອາ​ຊຽນ​ແມ່ນ​ທາງ​ຮ້ານ​ພວກ​ເຮົາ​ຈະ​ຂະຫຍາຍ​ຮ້ານ​ອອກ​ຕື່ມ​ເພື່ອ​ຮອງ​ຮັບ​ລູກ​ຄ້າ​ໃຫ້​ໄດ້​ຫຼາຍ​ຂຶ້ນ, ຮັກສາ​ສິ່ງ​ທີ່​ເປັນ​ລວດລາຍຂອງ​ລາວ ​ເຊິ່ງ​ເປັນ​ເອກະລັກ​ຂອງ​ຄົນ​ລາວ​ເຮົາ​ໄວ້ ພ້ອມ​ທີ່​ຈະ​ສະ​ແດງ​ຄວາມ​ສາມາດ​ໃຫ້​ບັນດາ​ເພື່ອນບ້ານຕ່າງປະ​ເທດ​ ໄດ້​ເຂົ້າ​ມາ​ຮຽນ​ຮູ້​ເຖິງ​ວັດ​ທະນະ​ທຳ ​ແລະ ລວດ​ລາຍ​ລາວ​ ໃຫ້ຫຼາຍ ແລະ ກວ້າງຂວາງຂຶ້ນ.

 

 

Preserving Lao patterns in preparation for AEC accession

The Lao people are currently competing to keep their heads above water amidst the rat race of the modern age and to build up their businesses so that they are well received by the public for the sake of business stability. Many Lao households and people are also thinking of developing their occupational skills so that the people around them may know how to inherit our traditional skills and preserve their use in the present. One such person is Bouasavanh Soutthivanh, owner of the Tam Lay Lao textile company in Luang Prabang, who has applied traditional techniques to create Lao silk textiles woven using the skills and hard work of Lao people.

How did you start out?

Tam Lay Lao officially opened and joined the Lao Handicraft Association in 2007 founded on a love I have had for weaving since a young age. Although our operation has only been in business for eight years, my experience in weaving, silk spinning, and embroidery dates back to when I was just twelve years old. I learned these skills from my family, especially my parents. Being surrounded by these handicrafts from such a young age allowed me to learn and develop these skills on my own and gain experience until one day, I realized that I could start my own business while also generating jobs for people who had weaving skills so that they could gain an increased income and now we have around thirty employees. Our main exports are scarves and we mostly export to France and Sweden. The special thing about Tam Lay Lao it is founded on the traditional techniques which were passed on to me by my parents and the traditional patterns of Luang Prabang. These patterns are mostly seen on shirts, Lao skirts (sinh), Lao scarves (pha being), and so forth.

What obstacles does your business face?

One of the obstacles facing this business is obtaining the raw materials we need for production because these are mostly imported from overseas as there are domestic market shortages of certain materials. Another problem we face is that people copy our products and this has an impact on our sales.

What kinds of opportunities or challenges will the AEC bring for your business?

When the Lao PDR accedes to the ASEAN Economic Community or the AEC, this will be a good opportunity for Lao products to expand worldwide and countries will be exchanging and importing each other’s handicrafts and developing and improving their techniques and patterns. The important thing, however, is that we must also preserve Lao patterns and things which are unique to Laos. All good things, however, are accompanied by challenges. When all these countries link up together more closely, it will be easier for people to copy our work so I would like businesses to stay alert in order to stamp out such activities so that it no longer takes place in our country.

How ready are you for the AEC?

To be ready for the ASEAN Economic Community, our operation has to expand with new branches so that we are able to cater to greater customer numbers. We will have to preserve traditional Lao patterns which form a part of the identity of Lao people while showing our hospitality to visitors from neighboring countries so that as many as possible may learn expansively about Lao culture and patterns.

ບົດຄວາມແນະນໍາ

ສະແດງຄວາມຄິດເຫັນ