ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດ ຄາດວ່າຈະເລີ່ມກໍ່ສ້າງໃນທ້າຍປີ 2021

ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດລາວເທດດິ້ງລາວມະຫາຊົນ ສຳຫຼວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໂດຍໄດ້ມີການເຊັນສັນຍາບົດບັນທຶກໂຄງການດັ່ງກ່າວກັບກະຊວງໂຍທາທິການ ແລະ ຂົນສົ່ງ ເມື່ອບໍ່ດົນມານີ້.

ໂຄງການດັ່ງກ່າວມີຄວາມຍາວປະມານ 240-270 ກິໂລແມັດ, ເບື້ອງຕົ້ນຂອງໂຄງການ ຈະສືກສາເລີ່ມແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ ຫຼັງຈາກໄດ້ຮັບ ອະນຸຍາດຈາກລັດຖະບານຫວຽດນາມແລ້ວ ຈຶ່ງຈະເລີ່ມສຳຫຼວດແຕ່ຊາຍແດນ ລາວ-ຫວຽດນາມ ໄປຫາທ່າເຮືອວຸງອ່າງ ຊິ່ງຢູ່ເບື້ອງລາວຈະມີໄລຍະທາງປະມານ 150 ກິໂລແມັດ ແລະ ເບື້ອງຫວຽດນາມ ປະມານ 120 ກິໂລແມັດ ຄາດວ່າຈະສຳເລັດ ການອອກແບບພາຍໃນ 8 ເດືອນ ຫາ 1 ປີນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ. ຈາກນັ້ນກໍ່ຈະສະເໜີ ໄປຍັງລັດຖະບານເພື່ອພິຈາລະນາ, ຖ້າໄດ້ຮັບອະນຸຍາດກໍ່ຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະໃຊ້ເວລາໃນການກໍ່ສ້າງ 3 ປີ ແລະ ປີ 2024 ໃຫ້ສຳເລັດ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດເທດດິ້ງລາວມະຫາຊົນ ໄດ້ກ່າວວ່າ: ຈຸດປະສົງຂອງໂຄງການນີ້ແມ່ນເພື່ອແກ້ໄຂຈຸດດ້ອຍທີ່ວ່າປະເທດລາວບໍ່ມີຊາຍແດນຕິດກັບທະເລ ແຕ່ຖ້າມີການເຊື່ອມໂຍງສູ່ທະເລດ້ວຍທາງ ລົດໄຟໂດຍກົງກໍ່ຈະປະຢັດເວລາ ແລະ ປະຢັດ ຕົ້ນທຶນໃນການສົ່ງສິນຄ້າຫຼາຍກວ່າ 50%. ເສັ້ນທາງດັ່ງກ່າວ ຈະເປັນໃບໜ້າອັນໃໝ່ໃຫ້ແກ່ ສປປ ລາວ ໃນການສົ່ງສິນຄ້າ ດ້ານອຸດສາຫະກຳ, ກະສິກຳ ແລະ ຈະກາຍເປັນທ່າແຮງອັນໜຶ່ງໃນການແຂ່ງຂັນດ້ານການຄ້າ ກັບຕ່າງປະເທດ.

ຂ່າວ : ສົມພາວັນ
ພາບ: ພູນຊັບ

ທີ່ມາ: ໜັງສືພິມ ວຽງຈັນທາຍ

Comments