ແຂວງຫລວງນໍ້າທາ ເປີດສັກວັກຊິນປ້ອງກັນໂຄວິດ-19 ຮອບ2 ເຂັມທີ 1

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພະແນກສາທາລະນະສຸກແຂວງຫລວງນໍ້າທາ ສົມທົບກັບໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງຫລວງນໍ້າທາ ເປີດສັກວັກຊິນປ້ອງກັນໂຄວິດ-19 (ຊີໂນຟາມ) ໃຫ້ແກ່ກຸ່ມບຸກຄົນທົ່ວໄປ ທີ່ມີອາຍຸ 18-59 ປີ, ທີ່ເປັນພະນັກງານ, ທະຫານ-ຕໍາຫລວດ, ປະຊາຊົນ ແລະ ຄົນຕ່າງປະ ເທດທີ່ອາໄສຢູ່ເມືອງຫລວງນໍ້າທາ ໂດຍມີມວນຊົນຫລວງນໍ້າທາ ແລະ ຄົນຕ່າງປະເທດເຂົ້າມາສັກຢາວັກຊິນເປັນຈໍານວນຫລວງຫລາຍ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານ ຄໍາສອນ ຫົວໜ້າຫ້ອງການສາທາລະນະສຸກເມືອງຫລວງນໍ້າທາ ໃຫ້ຮູ້ວ່າ: ການສັກວັກຊິນຄັ້ງນີ້, ແມ່ນເລີ່ມແຕ່ວັນທີ 4-11 ພຶດສະພາ 2021, ທົ່ວແຂວງຫລວງນໍ້າທາໄດ້ຮັບຢາວັກຊິນທັງໝົດ 7.000 ໂດສ, ໃນນີ້ໄດ້ແບ່ງປັນໃຫ້ໂຮງໝໍທະຫານແຂວງ, ໂຮງໝໍ ປກສ ແລະ 5 ເມືອງ ເພື່ອນໍາໄປສັກໃຫ້ພົນລະເມືອງຂົງເຂດຄວາມຮັບຜິດຊອບຂອງຕົນ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກຄົນທີ່ມີເງື່ອນໄຂ ຈົ່ງພ້ອມພາກັນໄປສັກຢາປ້ອງກັນໂຄວິດ-19 ໃຫ້ທັນຕາມກໍານົດເວລາ ທັງນີ້ ກໍເພື່ອເປັນການສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໃນການຕ້ານພະຍາດໂຄວິດ-19.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน
อาจเป็นรูปภาพของ หนึ่งคนขึ้นไป

ຂ່າວ: ອຸ້ມ ສົມນໍວັນ

Comments